ເກົາຫຼີເໜືອກ່າວໃນວັນພຸດມື້ນີ້ວ່າ ຕົນໄດ້ທຳການທົດລອງລະ
ເບີດໄຮໂດຣເຈັນ ຢ່າງສຳເລັດຜົນ ໃນການເຄື່ອນໄຫວທີ່ຖືກ
ຕຳໜິຕິຕຽນຢ່າງໜັກຈາກບັນດາປະ ເທດມະຫາອຳນາດ
ຂອງໂລກ.
ການປະກາດທາງໂທລະພາບຂອງລັດຖະບານ ເອີ້ນການທົດ
ລອງໃນຄັ້ງນີ້ວ່າ ເປັນການປ້ອງກັນໂຕເພື່ອຄຸ້ມຄອງອະທິປະ
ໄຕຂອງປະເທດແລະໄດ້ທຳການ ຕ້ອງຕິຢ່າງແຮງທີ່ແນໃສ່
ເຖິງສະຫະລັດ. ການທົດລອງດັ່ງກ່າວມີຂຶ້ນບໍ່ຮອດນຶ່ງ ເດືອນ
ຫລັງຈາກທ່ານກິມຈົງອຸນ ຜູ້ນຳຂອງເກົາຫລີເໜືອກ່າວອ້າງວ່າ
ປະເທດ ຂອງທ່ານໄດ້ປະສົບຄວາມສຳເລັດໃນການພັດທະນາ
ລະເບີດໄຮໂດຣເຈັນ ທີ່ມີ ຄວາມແຮງກວ່າລະເບີດປະລະມານູ.
ສະຫະລັດແລະຫຼາຍປະເທດບໍ່ໄດ້ໃຫ້ຄວາມສຳຄັນຕໍ່ການກ່າວອ້າງດັ່ງກ່າວຂອງ ເກົາຫລີ
ເໜືອ ແລະໃນວັນພຸດມື້ນີ້ ເຈົ້າໜ້າທີ່ສືບລັບຂອງເກົາຫລີໃຕ້ແລະພວກນັກຊ່ຽວຊານດ້ານ
ນິວເຄລຍກ່າວວ່າ ເມື່ອເວົ້າເຖິງຂະໜາດຄວາມແຮງຂອງການລະເບີດແລ້ວພວກເຂົາເຈົ້າ
ຍັງມີຄວາມສົງໄສເປັນທີ່ສຸດວ່າ ມັນແມ່ນລະເບີດໄຮໂດຣເຈັນທີ່ແທ້ຈິງຫລືບໍ່.
ແຜນທີ່ ບ່ອນສ້າງນິວເຄລຍ ຂອງເກົາຫລີເໜືອ.
ເກົາຫຼີເໜືອໄດ້ທຳການທົດລອງລະເບີດນີວເຄລຍມາແລ້ວ 3
ເທື່ອໃນປີ 2006 ປີ 2009ແລະປີ 2013. ທັງໝົດນີ້ແມ່ນທົດ
ລອງ ທີ່ເຂດ Pynggye-ri ຊຶ່ງເປັນບໍລິເວນດຽວກັນກັບທີ່ອົງ
ການຕິດຕາມຕ່າງໆ ຈັບສັນຍານໄດ້ ກ່ຽວກັບກິດຈະການ ທີ່
ເຮັດແຜ່ນດິນໄຫວທີ່ມະນຸດເຮັດຂຶ້ນໃນຕອນເຊົ້າວັນພຸດມື້ນີ້.
ໂຄສົກຂອງສະພາຄວາມໝັ້ນຄົງແຫ່ງຊາດສະຫະລັດ ທ່ານ
Ned Price ກ່າວວ່າທຳນຽບຂາວບໍ່ສາມາດໃຫ້ການຢືນຢັນ
ກ່ຽວກັບການທົດລອງດັ່ງກ່າວ ແຕ່ສະຫະລັດໄດ້ສະແດງໃຫ້
ເຫັນຢ່າງຈະແຈ້ງສະເໝີມາວ່າຕົນຈະບໍ່ຮັບເອົາປະເທດເກົາ
ຫລີເໜືອທີ່ມີອາວຸດນິວເຄລຍ.
ທ່ານ Price ເວົ້າວ່າ ພວກເຮົາຈະສືບຕໍ່ ຄຸ້ມຄອງແລະປ້ອງ
ກັນພັນທະມິດຂອງ ພວກເຮົາຢູ່ໃນຂົງເຂດຮວທັງສາທາລະ
ນະລັດເກົາຫລີ ແລະພວກເຮົາຈະຕອບ ໂຕ້ຢ່າງເໝາະສົມຕໍ່
ການທ້າທາຍໃດໆແລະທັງໝົດຂອງເກົາຫລີເໜືອ.
ເກົາຫລີເໜືອ ພາກັນເຕົ້າໂຮມກັນຢູ່ ຈະຕຸລັດ Kim Il Sung ຫລັງຈາກຜູ້ນຳເຂົາເຈົ້າ ທ່ານ Kim Jong Un ກ່າວຖະແຫລງໃນວັນປີໃໝ່ ທີ່ນະຄອນ Pyongyang ເກົາຫລີເໜືອ ວັນອັງຄານ ທີ 5 ມັງກອນ 2016.
ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໄດ້ລົງໂທດເກົາຫລີເໜືອແລະຮຽກຮ້ອງ
ໃຫ້ລັດຖະບານຂອງປະເທດດັ່ງກ່າວ ປະຖິ້ມໂຄງການນິວເຄລຍຂອງ ຕົນມາຫລາຍເທື່ອ
ແລ້ວ ແລະມີກຳນົດທີ່ຈະຈັດກອງປະຊຸມສຸກເສີນຂຶ້ນ ກ່ຽວກັບ ການເຄື່ອນໄຫວຄັ້ງຫລ້າ
ສຸດ ໃນວັນພຸດມື້ນີ້. ສະມາຊິກຖາວອນ 5 ປະເທດໃນ ສະພາຄວາມໝັ້ນຄົງແມ່ນປະກອບ
ດ້ວຍ ສະຫະລັດ ອັງກິດ ຈີນ ຝຣັ່ງ ແລະຣັດເຊຍ ຕ່າງກໍໄດ້ປະນາມ ການທົດລອງຂອງ
ເກົາຫລີເໜືອ ໃນວັນພຸດມື້ນີ້.
Your browser doesn’t support HTML5
North Korea Nuclear Abe