ນະຄອນຫຼວງວຽງຈັນ ກຽມພ້ອມ ຕ້ອນຮັບ ບັນດາຜູ້ນຳ ເຂົ້າກອງປະຊຸມ ສຸດຍອດ ອາຊຽນ

ປ້າຍໂຄສະນາ ການເປັນເຈົ້າພາບກອງປະຊຸມ ອາຊຽນ ແລະ ທຸງຂອງບັນດາປະເທດສະມາຊິກອາຊຽນ ແລະ ຄູ່ຮ່ວມເຈລະຈາ ຕັ້ງຢູ່ເດີ່ນອານຸສາວະລີເຈົ້າຟ້າງຸ່ມ. ນະຄອນຫຼວງວຽງຈັນ. ລາວ.

ບັນດາຜູ້ນຳອາຊຽນເລີ້ມເດີນທາງມາເຖິງ ນະຄອນຫລວງວຽງຈັນເພື່ອເຂົ້າຮ່ວມປະຊຸມ ສຸດຍອດຄັ້ງທີ 28th 29thທີ່ ສປປ ລາວ ເປັນເຈົ້າພາບ. ບັນຍາກາດໃນນະຄອນຫລວງ ວຽງຈັນ ຈະປາກົດເຫັນມີ ບັນດາເຈົ້າໜ້າທີ່ຕຳຫລວດ ທະຫານປະກອບອາວຸດ ຢືນຍາມ ເປັນຈຸດ ຢູ່ຕາມເສັ້ນທາງສາຍສຳຄັນຕ່າງໆ ຈາກເດີ່ນບິນວັດໄຕເຂົ້າສູ່ຫໍປະຊຸມແຫ່ງ ຊາດ ທີ່ຫລັກຫົກ ພ້ອມດ້ວຍປ້າຍຄຳຂວັນຕ່າງໆ ທຸງຊາດ ສປປ ລາວ ທຸງ ອາຊຽນ ແລະ ທຸງພັກ ຄອມມິວນິສ ຢາຍໄປຕາມຫລັກເສົາ ແລະ ຢູ່ຕາມບັນດາ ບ້ານເຮືອນຢູ່ຕາມແຄມທາງ. ກິ່ງສະຫວັນ ສົ່ງລາຍງານເລື່ອງນີ້ມາສະເໜີທ່ານ ຈາກນະຄອນຫຼວງວຽງຈັນ.

Your browser doesn’t support HTML5

ຟັງລາຍງານ ນະຄອນຫຼວງວຽງຈັນ ກຽມພ້ອມ ຕ້ອນຮັບ ບັນດາຜູ້ນຳ ເຂົ້າກອງປະຊຸມ ສຸດຍອດ ອາຊຽນ

ມື້ນີ້ ວັນຈັນທີ 5 ເດືອນກາຍາ ບັນດາຜູ້ນຳອາຊຽນ 10 ປະເທດ ພ້ອມດ້ວຍປະທານາທິບໍດີ ສະຫະລັດ ທ່ານ Barack Obama ເລີ້ມພາກັນເດີນທາງມາເຖິງ ນະຄອນຫລວງວຽງຈັນ ເມືອງເອກຂອງ ສປປ ລາວ. ເຖິງແມ່ນວ່າ ບັນຍາກາດໃນນະຄອນຫລວງວຽງຈັນ ຈະມີອາ ກາດຮ້ອນເອົ້າ ແຕ່ຈິດໃຈຂອງປະຊາຊົນລາວ ແມ່ນເຕັມໄປດ້ວຍຄວາມເບີກບານຕຶ່ນເຕັ້ນ ຮອຍຍີ້ມ ແລະ ມິດຕະພາບອັນດີງາມ.ຖະໜົນຫົນທາງເຕັມໄປດ້ວຍລົດ ແທັກຊີ້ ລົດຕຸກ ຕຸກ ລົດຈັກ ລົດໂອໂຕ ແລະລົດຂົນເຄຶ່ອງຕ່າງໆ ທີ່ພາກັນແລ່ນສວນທາງກັນຢ່າງບໍ່ເປັນ ລະບຽບ ແຕ່ບໍ່ປາກົດເຫັນອຸປະຕິເຫດໃດໆເກີດຂຶ້ນ. ບາງຄັ້ງຈະເຫັນມີຂະ ບວນລົດອາ ຫລັກຂາຂອງບັນດາເຈົ້ານາຍຜູ້ສຳຄັນເປີດຫວໍ ຕຳຫລວດອັດທາງ ເພື່ອໃຫ້ຂະບວນລົດ ຜ່ານ ທີ່ຕິດຕາມປິດທ້າຍດ້ວຍໜ່ວຍຮັກສາຄວາມປອດໄພ ນຸ່ງເຄື່ອງແບບສີດຳປະກອບ ອາວຸດ ນັ່ງຢູ່ທ້າຍລົດກະບະເປິດຫລັງຄາຢ່າງຂືງຂັງ.

ຊີວິດປະຈຳວັນໃນນະຄອນຫລວງວຽງຈັນ ຕາມປົກກະຕິແລ້ວທຸລະກິດຕ່າງໆເຊັ່ນວ່າ ຮ້ານຄ້າຕ່າງໆ ຮ້ານອາຫານ ບາດື່ມ ບ່ອນສັງສັນ ແລະໂຮງມະຫໍລະສົບຄົບງັນຕ້ອງປິດ ລົງກ່ອນທ່ຽງຄືນ. ບັນດາພະນັກງານ ແລະລູກຄ້າຕ້ອງກັບເມື່ອບ້ານໃຜບ້ານລາວໃຫ້ໝົດ ເພາະສະນັ້ນ ໃນລະຍະກອງປະຊຸມອາຊຽນຄັ້ງທີ 28th 29th ທີ່ເລີ້ມຈາກວັນຈັນ ທີ 5 ຫາ 10 ນີ້ ການຮັກສາຄວາມປອດໄພ ຄວາມເປັນລະບຽບຮຽບຮ້ອຍຍິ່ງເພີິ້ມຄວາມເຂັ່ງຄັດຂຶ້ນ ກວ່າເກົ່າ ຖະໜົນສຳຄັນຫລາຍສາຍໄດ້ຖືກປິດ ຕິດຕາມດ້ວຍ ບັນດາໂຮງຮຽນຕ່າງໆ ຫ້ອງການລັດຖະບານ ພາກັນປິດເພື່ອຫລຸດຜ່ອນການສັນຈອນອັນແອອັດ ແລະ ການຮັກ ສາຄວາມປອດໄພ ເວລານີ້ຈະມີແຕ່ທະຫານ ຕຳຫລວດ ແລະໜ່ວຍປະສານງານຕ່າງໆ ພາ ກັນເຮັດວຽກຢ່າງໜັກ ຕະຫລອດ 24 ຊົ່ວໂມງ. ວີໂອເອ ໄດ້ຖືໂອກາດນີ້ໂອ້ລົມກັບບັນ ດາພີ່ ນ້ອງຊາວລາວໃນ ນະຄອນຫລວງວຽງຈັນ ທີ່ໄດ້ໃຫ້ຄວາມຄິດເຫັນ ແລະຄວາມຮູ້ສຶກ ກ່ຽວ ກັບເຫດການອັນຕຶ່ນເຕັ້ນຄັ້ງປະຫວັດສາດນີ້ວ່າ :

ແມ່ຍິງ ລາວ ທີ່ອາໄສຢູ່ນະຄອນຫຼວງວຽງຈັນ ກ່າວວ່າ "ສະບາຍດີ. ໂອ.. ດີໃຈຫຼາຍເດີທີ່ ວ່າມີຜູ້ໃຫຍ່ຕ່າງປະເທດມາຢາມບ້ານເຮົານີ້ແມ່ນແທ້ລະ ປະທານາທິບໍດີ ອາເມກາ ນີ້ ແລ້ວ..ດີໃຈຫຼາຍທີ່ມາຢາມປະເທດ ລາວ ເຮົາ ເພິ່ນບໍ່ເຄີຍມີໃຜມາຈັກເທື່ອ ປະຊາຊົນ ລາວ ເຮົານີ້ໂອຍ.. ດີອົກດີໃຈຫຼາຍ ຊົມຊື່ນຫຼາຍທີ່ວ່າເພິ່ນມາຢ້ຽມຢາມບ້ານເຮົາເຖິງວ່າ ບ້ານ ເຮົາຊິຍັງບໍ່ຮຸ່ງເຮືອງທໍ່ເພິ່ນ ເພິ່ນກະຍັງມາຢາມບ້ານເຮົາ." ກິ່ງສະຫວັນ ຖາມຕື່ມ ວ່າ ຫຼັງ ຈາກເພິ່ນມາແລ້ວທ່ານຄິດວ່າ ໃນອະນາຄົດບ້ານເມືອງເຮົາຊິປ່ຽນແປງບໍ? "ໂອ..ປ່ຽນແປງ ຈະເລີນໄປໜ້າແລ້ວ..ເພະວ່າເຂົ້າອາຊຽນແລ້ວເດ..ປະເທດ ລາວ ນະ. ກະແຮງຊິຈະເລີນ ຮຸ່ງເຮືອງໄປໜ້າແລ້ວ...ບ້ານເມືອງນີ້ມັນກະຊິດີຂຶ້ນໝົດທຸກຢ່າງ ຫັ້ນແລ້ວ, ເສດຖະກິດ, ຊຸມຊົນ, ເດັກນ້ອຍ ລູກຫຼາຍເຮົາເຂົາກະຮຽນພາສາຕ່າງປະ ເທດຫຼາຍໃດ, ໄປຮຽນຕ່າງປະ ເທດກະຫຼາຍ. ກໍຕ້ອງຈະເລີນໄປໝົດທຸກຢ່າງຫັ້ນ ແລ້ວ."

ນັ້ນແມ່ນຄວາມເຫັນຂອງ ສຸພາບສະຕີທ່ານນຶ່ງບໍ່ປະສົງອອກຊື່ ທີ່ເປັນລູກບ້ານຫລານ ເມືອງນະຄອນຫລວງວຽງຈັນ.

ຫໍວັດທະນະທຳແຫ່ງຊາດ, ປະດັບປະດາດ້ວຍທຸກຊາດຂອງປະເທດສະມາຊິກ ອາຊຽນ, ທຸງອາຊຽນ ແລະ ທຸງຄູ່ຮ່ວມເຈລະຈາ. ນະຄອນຫຼວງວຽງຈັນ. ລາວ.National Cultural Center, Vientiane, Laos

ທ່ານ ດຣ. ຄຳແຜ່ນ ປ້ອງພິມຄຳ ອະດີດຂ້າລັດຖະກອນ ປັດຈຸບັນນີ້ໄດ້ອອກບຳນານແລ້ວ ທ່ານກໍແມ່ນບຸຄົນສຳຄັນຜູ້ນຶ່ງທີ່ເປັນລູກບ້ານຫລານເມືອງນະຄອນຫລວງວຽງຈັນ ຊຶ່ງທ່ານ ໄດ້ໃຫ້ທັດສະນະສ່ວນໂຕກ່ຽວກັບ ບັນຍາກາດກອງປະຊຸມອາຊຽນຄັ້ງນີ້ວ່າ

"ໃນໂອກາດນີ້ ວະລະນີ້ວຽນຮອບມາເປັນຄັ້ງທີ 2 ທີ່ ລາວ ໄດ້ເປັນປະທານຂອງ ອາ ຊຽນ ແລະ ກໍໄດ້ມີໂອກາດທີ່ໄດ້ຈັດກອງປະຊຸມ ASEAN Summit. ຖືວ່າໄດ້ຮັບຊາບ ວ່າ ປະ ທານາທິບໍດີ ສະຫະລັດ ໂອບາມາ ຈະມາຢ້ຽມຢາມ ລາວ ນີ້ ປະຊາຊົນຄົນ ລາວ ເຮົາ ຫຼາຍໆຄົນກໍແປວ່າ ຕົກຕະລຶງ ແລະ ມີຄວາມດີອົກດີໃຈທີ່ວ່າ ຍິນດີມີຄວາມຮັບ ຕ້ອນປະທານາທິບໍດີ ບາຣັກ ໂອບາມາ ເຂົ້າສູ່ປະເທດ ລາວ. ຖືວ່າເປັນກຽດອັນໜຶ່ງ ທີ່ວ່າປະດັບໃຫ້ ກັບກອງປະຊຸມອາຊຽນຄັ້ງນີ້. ແລະ ປະເທດ ລາວ ກໍເປັນປະເທດ ນ້ອຍໆ ແຕ່ວ່າກະຫາກໍ່ ສ້າງສ້າງຮ່າງຕົວຂຶ້ນມາ, ກໍມີຄວາມປື້ມປິຕິຍິນດີ ທີ່ຈະທຳທຸກ ສິ່ງທຸກຢ່າງເພື່ອໃຫ້ສາຍສຳ ພັນ ລະຫວ່າງ ອາຊຽນ ກັບ ສະຫະລັດ ຫຼືວ່າ ລາວ ກັບ ສະຫະລັດ ຈະແຕກດອກອອກຜົນ ໄປກວ້າງຂວາງກວ່ານີ້ອີກກວ່າເກົ່າ ຫຼື ທັງກວ້າງ ແລະ ທັງເລິກ ແລະ ກໍຫວັງວ່າ ກອງປະ ຊຸມສຸດຍອດອາຊຽນຄັ້ງນີ້ຈະສ້າງຄວາມປະ ທັບໃຈໃຫ້ກັບຊາວໂລກຕ່າງໆ"

ທ່ານຖາວອນ ມິດສຳພັນ ອະດີດທະຫານກອງທັບປະຊາຊົນລາວ ອອກບຳນານແລ້ວ ປັດຈຸບັນນີ້ເປັນຜູ້ຮັກສາຄວາມປອດໄພໃຫ້ແກ່ໂຮງແຮມແຫ່ງນຶ່ງໃນນຄອນຫລວງວຽງຈັນ ທ່ານໄດ້ກ່າວຕໍ່ ວີໂອເອ ກ່ຽວກັບບັນຍາກາດຂອງກອງປະຊຸມອາຊຽນຄັ້ງນີ້ວ່າ :

ທ່ານ ຖາວອນ ມິດສຳພັນ ອະດີດທະຫານກອງທັບປະຊາຊົນ ລາວ ກ່າວວ່າ "ຂ້າພະເຈົ້າ ຄິດວ່າ ຮູ້ສຶກດີໃຈ ແລະ ກະປາບປື້ມທີ່ວ່າມາຢ້ຽມຢາມປະເທດ ລາວ ຄັ້ງທຳອິດ ຖືວ່າ ມາກະສົມທົບກັບກອງປະຊຸມຂອງອາຊຽນ ສຸດຍອດເລີຍນີ້ສະ. ກະດີອົກດີໃຈນຳ."

ຂ້າພະເຈົ້າກໍແມ່ນອະດີດລູກບ້ານຫລານເມືອງນະຄອນຫລວງວຽງຈັນຄົນນຶ່ງ ທີ່ໄດ້ມີໂອ ກາດກັບຄືນມາຢ້ຽມຢຽມບ້ານເກີດເມືອງນອນເປັນຄັ້ງທີ່ສອງໃນລະຍະສີ່ສິບກວ່າປີທີ່ຜ່ານ ມາ. ຂ້າພະເຈົ້າສັງເກດເຫັນວ່າ ນະຄອນຫລວງວຽງຈັນ ໄດ້ກາຍມາເປັນສູນການຄ້າ ເປັນໝໍ້ໄຟ ອາຊຽນທີ່ສຳຄັນ ຫລັກຖານທີ່ປາກົດໃຫ້ເຫັນກໍຄື ມີຕຶກອາຄານຂອງບໍລິສັດ ການຄ້າໃຫຍ່ໆ ຂອງບັນດານັກລົງທຶນຕ່່່າງໆ ທຸກຮ່ອມທຸກແຈເຕັມໄປດ້ວຍການກໍ່ສ້າງ ເກືອບຈະບໍ່ມີບ່່ອນຫວ່າງເປົ່າ ຖະໜົນຫົນທາງຫລາຍສາຍໄດ້ຖືກຕັດລັດເຂົ້າສູ່ຫາກັນ ແລະ ເຮັດໃຫ້ການສັນຈອນໄປມາຫາສະດວກ. ໃນລະຍະກອງປະຊຸມສຸດຍອດ ອາຊຽນ ອີກສອງສາມວັນຂ້າງໜ້ານີ້ ຂ້າພະເຈົ້າຈະນຳເອົາລາຍງານຂອງກອງປະຊຸມສຸດຍອດ ອາຊຽນ ແລະຮູບພາບຕ່າງໆມາສະເໜີທ່ານ ກະລຸນາຕິດຕາມຟັງ ແລະເບິ່ງຢູ່ໜ້າ ວີໂອເອ face book life.

ກິ່ງສະຫວັນ ປະຖັມມະວົງ ວີໂອເອ ລາຍງານຈາກ ນະຄອນຫລວງວຽງຈັນ ສປປ ລາວ.