ລັດຖະມົນຕີການຕ່າງປະເທດ ບລິງເກັນ ຂອງ ສຫລ ຈະພົບປະກັບປະທານາທິ ບໍດີ ມາກຣົງ ຂອງຝຣັ່ງ

ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ, ແອນໂທນີ ບລິງເກັນໄດ້ໄປເຖິງສະໜາມບິນ Le Bourget ຂອງປາຣີ ຢູ່ໃນເມືອງ Le Bourget ໃນຝຣັ່ງ, ວັນທີ 24 ມິຖຸນາ 2021

ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ, ແອນໂທນີ ບລິງເກັນໄດ້ໄປເຖິງຝຣັ່ງແລ້ວ, ເຊິ່ງເປັນບ່ອນຢຸດແຫວ່ແຫ່ງສຸດທ້າຍຂອງທ່ານໃນການເດີນທາງໄປຫຼາຍປະເທດຄັ້ງນີ້, ເຊິ່ງທ່ານຈະໄດ້ພົບປະກັບປະທານາທິບໍດີເອມມານູແອລມາກຣົງ ໃນວັນສຸກມື້ນີ້, ຫລັງຈາກມີກອງປະຊຸມສຸດຍອດ ຂອງປະທານາທິບໍດີສະຫະລັດ, ທ່ານ ໂຈ ໄບເດັນ ເມື່ອບໍ່ດົນມານີ້ ກັບບັນດາປະເທດພັນທະມິດໃນຂົງເຂດນັ້ນເພື່ອເພີ້ມທະວີການພົວພັນທາງຂ້າມມະຫາສະໝຸດແອັດແລນຕິກ.

“ລະຫວ່າງການເດີນທາງເພື່ອເຮັດວຽກກັບພັນທະມິດທີ່ມີມາແຕ່ດົນນານທີ່ສຸດຂອງສະຫະລັດໃນຄັ້ງນີ້, ລັດຖະມົນຕີກະຊວງການຕ່າງປະເທດບລິງເກັນ ຈະເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາການຮ່ວມມືຂ້າມມະຫາສະໝຸດແອັດແລນຕິກ, ແກ້ໄຂການຕອບໂຕ້ຮ່ວມກັນຂອງພວກເຮົາຕໍ່ວິກິດການດ້ານສາທາລະນະສຸກທີ່ກຳລັງມີຢູ່ນີ້, ແກ້ໄຂວິກິດການດ້ານດິນຟ້າອາກາດ, ແລະເນັ້ນໃຫ້ເຫັນຄວາມເຂັ້ມແຂງຂອງການຮ່ວມມືສອງຝ່າຍຂອງພວກເຮົາທີ່ມີມາແຕ່ດົນນານ," ນັ້ນຄືຄໍາເວົ້າຂອງກະຊວງການຕ່າງປະເທດທີ່ກ່າວຢູ່ໃນການຖະແຫຼງການສະບັບນຶ່ງໃນວັນພະຫັດວານນີ້.

ກະຊວງການຕ່າງປະເທດສະຫະລັດກ່າວຕໍ່ໄປວ່າຝຣັ່ງສືບຕໍ່ “ເປັນຄູ່ພາຄີທີ່ ແນ່ວແນ່ໃນການຕໍ່ສູ້ຕ້ານກັບການກໍ່ການຮ້າຍ” ແລະເວົ້າຕື່ມວ່າ “ທັງສອງປະເທດເຫັນພ້ອມນໍາກັນກ່ຽວກັບຄວາມຈຳເປັນທີ່ຈະຕ້ອງເຮັດໃຫ້ຣັດເຊຍຮັບຜິດຊອບຕໍ່ການເຄື່ອນໄຫວທີ່ເປັນການຮຸກຮານ ແລະການເຮັດໃຫ້ຂາດສະຖຽນລະພາບ ເຊິ່ງລວມທັງເລື້ອງຢູເຄຣນອີກດ້ວຍ."

ສະຫະລັດແລະຝຣັ່ງຮ່ວມມືກັນໃນບັນຫາຕ່າງໆເຊັ່ນ "ສິດທິມະນຸດ, ການບີບບັງຄັບທາງດ້ານເສດຖະກິດ, ແລະການສໍ້ລາດບັງຫຼວງ" ເພື່ອຕ້ານກັບຄວາມພະຍາຍາມຂອງສາທາລະນະລັດປະຊາຊົນຈີນໃນການພະຍາຍາມທີ່ຈະ "ເຮັດໃຫ້ຄ່ານິຍົມ ແລະສະຖາບັນຕ່າງໆ ທີ່ຄໍ້າຈູນການຈັດລໍາດັບສາກົນທີ່ອີງໃສ່ກົດລະບຽບນັ້ນເສື່ອມໂຊມລົງ."

ກະຊວງການຕ່າງປະເທດສະຫະລັດກ່າວຕໍ່ໄປອີກວ່າ ທັງສອງປະເທດ “ຈະສືບ ຕໍ່ຮ່ວມມືກັບຝຣັ່ງໃນການຈັດຕັ້ງປະຕິບັດການໃຫ້ເງິນສະໜັບສະໜຸນດ້ານດິນຟ້າອາກາດເພື່ອບັນລຸເປົ້າໝາຍຂອງຂໍ້ຕົກລົງປາຣີ ແລະເລັ່ງລັດການຫັນປ່ຽນໄປສູ່ເສດຖະກິດພະລັງງານສະອາດເພື່ອບັນລຸການບໍ່ໃຫ້ມີອາຍພິດປ່ອຍອອກເຫລືອຢູ່ໃນອາກາດພາຍໃນກາງສັດຕະວັດນີ້.

ໃນຕອນເຊົ້າຂອງວັນພະຫັດວານນີ້ ໃນຂະນະຢູ່ທີ່ນະຄອນເບີລິນນັ້ນ, ທ່ານ ບລິງເກັນກ່າວວ່າ ສະຫະລັດແລະເຢຍຣະມັນ ກຳລັງຮ່ວມມືກັນເພື່ອຕ້ານກັບການປະຕິເສດວ່າບໍ່ມີໂຮໂລຄັອສ (Holocaust) ຫລືການທໍາລາຍລ້າງ ແລະຄວາມກຽດຊັງຊາວເຜົ່າຢິວ, ຊຶ່ງເປັນຄວາມພະຍາຍາມທີ່ລັດຖະມົນຕີກະຊວງການຕ່າງປະເທດກ່າວວ່າຈະ "ຮັບປະກັນໃຫ້ຄົນໃນລຸ້ນປັດຈຸບັນ ແລະໃນອະ ນາຄົດຮູ້ກ່ຽວກັບໂຮລີຄັອສ (Holocaust) ແລະຮຽນຮູ້ຈາກມັນອີກດ້ວຍ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ