ທ່ານ ຊິນໂຊ ອາເບະ ນາຍົກລັດຖະມົນຕີ ຍີ່ປຸ່ນໄດ້ອອກຄຳສັ່ງໃຫ້ທະຫານ ແລະ ພວກເຈົ້າ ໜ້າທີ່ກູ້ໄພລົງໄປທາງພາກໃຕ້ຂອງປະເທດຕື່ມ ບ່ອນທີ່ເກີດແຜ່ນດິນໄຫວຄັ້ງໃຫຍ່ໃນສອງ ມື້ຜ່ານມາ. ມີລາຍງານວ່າ ຢ່າງໜ້ອຍໄດ້ມິຜູ້ເສຍຊີວິດ 19 ຄົນແລ້ວໃນເຫດການແຜ່ນດິນ ໄຫວຄັ້ງທີສອງໃນຕອນເຊົ້າວັນເສົາມື້ນີ້ໄກ້ໆກັບເມືອງ ກູມາໂມໂຕ ນັ້ນ.
ອົງການອຸຕຸນິຍົມວິທະຍາຂອງຍີ່ປຸ່ນແຈ້ງວ່າ ແຜ່ນດິນໄຫວຄັ້ງທີສອງມີຄວາມແຮງສູງ 7 ຈຸດ ສູນແລະການໄຫວຕົວທີ່ຕິດຕາມມາກໍແຮງເຖິງ 5 ຈຸດ 4. ພວກເຈົ້າໜ້າທີ່ກ່າວວ່າ ຈຳນວນ ຄົນຕາຍອາດມີເພີ່ມຂຶ້ນໃນເວລາທີ່ພວກກູ້ໄພພົບເຫັນຕື່ມ.
ແຜ່ນດິນໄຫວຄັ້ງນີ້ ໄດ້ເຮັດໃຫ້ເກີດແຜ່ນດິນເຈື່ອນຢູ່ເກາະ ກີອຸດຊຸ ຊຸເອົາບ້ານເຮືອນຫຼາຍ ຫຼັງ ແລະ ເຮັດໃຫ້ຖະໜົນຮາຍເວຫຼາຍສາຍພັງທະລາຍ. ຂົວແຫ່ງສຳຄັນທີ່ເຊື່ອມຕໍ່ບ້ານ ມີນາມີໂຊ ໄດ້ຖືກທຳລາຍຊຶ່ງພາໃຫ້ລຳບາກໃນການສົ່ງຂ່ຽນ ສິ່ງຂອງຊ່ອຍເຫຼືອໄປຍັງ ເຂດທີ່ ຖືກທຳລາຍຮ້າຍແຮງ.
ພວກກູ້ໄພ ພາກັນຍ່າງຢູ່ຕາມບ້ານເຮືອນທີ່ຖືກຫັກພັງຈາກແຜ່ນດິນໄຫວ.
ອະນຸສອນສະຖານປະວັດສາດ ອາໂຊ ທີ່ມີອາຍຸຍາວນານເຖິງ ພັນເຈັດຮ້ອຍປີ ກໍໄດ້ຖືກ ທຳລາຍຢ່າງໜັກ. ຕຶກອາຄານຫຼາຍຫຼັງລວມທັງປະຕູເມືອງ ອັນເປັນທີ່ຮູ້ກັນວ່າ ປະຕູດອກ ຊາກຸຣະ ກໍແມ່ນຫັກພັງລົງໝົດ.
ແມ່ຍິງຄົນນຶ່ງກຳລັງລີ້ໄພຢູ່່ໃນໂຮງແຮມທີ່ເມືອງ Kumamoto ພາກໃຕ້ຍີ່ປຸ່ນ.
ນອກນັ້ນພູເຂົາໄຟໃນເຂດດັ່ງກ່າວກໍລະເບີດຂຶ້ນເປັນເທື່ອທຳອິດໃນຣອບເດືອນ ແຕ່ບໍ່ເປັນທີ່ ແຈ້ງຂາວວ່າການລະເບີດຂອງພູເຂົາໄຟນີ້ມີສ່ວນພົວພັນກັບແຜ່ນ ດິນໄຫວນີ້ຫຼືບໍ່.
ຢ່າງໜ້ອຍໄດ້ມີຜູ້ເສຍຊີຊິດ 10 ຄົນ ໃນເຫດການແຜ່ນດິນໄຫວຄັ້ງທຳອິດໃນ ຂົງເຂດດັ່ງກ່າວໃນວັນພະຫັດຜ່ນມາ.
Your browser doesn’t support HTML5
Japan Earthquake