ບັນດາທ່ານອາດຈະສັງເກດເຫັນແລ້ວວ່າ ຄວາມເວົ້າສ່ວນໃຫຍ່ທີ່ຕໍ່ຕ້ານຄົນເຂົ້າເມືອງ
ຢູ່ນະຄອນວໍຊິງຕັນທີ່ອອກມາດັງໆ ເມື່ອບໍ່ນານມານີ້ ແມ່ນມາຈາກກຸ່ມສະໜັບສະໜຸນ
ສິດທິທາງການເມືອງ: ເລື່ອງວີຊາປະເພດ H1B ແລະ H2B ນັ້ນລ້ວນແລ້ວແຕ່ແມ່ນ
ກ່ຽວຂ້ອງກັບການປົກປ້ອງວຽກເຮັດງານທໍາຂອງຄົນອາເມຣິກັນ ທັງນັ້ນ.
ນາງ Jane Nichols Bishop, ຜູ່ທີ່ມີຊື່ຫລິ້ນວ່າ “Mama Visa,” ຊ່ວຍບໍລິສັດໃນເມືອງ Cape Cod ຂໍວີຊາ H2B ເອົາຄົນເຮັດງານມາຈາກຕ່າງປະເທດ
ແຕ່ວ່າແຕ່ລະບາດກ້າວທີ່ເດີນໄປນັ້ນ ກໍມີກຸ່ມທີ່ມີຫົວກ້າວໜ້າທີ່-ໃນຂະນະທີ່ສະໜັບ
ສະໜຸນ ການໃຫ້ຄົນເຂົ້າເມືອງ- ແຕ່ກໍມີການຕໍາໜິ ໃນການໃຫ້ວີຊາແກ່ຄົນເຮັດວຽກ
ຈາກຕ່າງປະເທດ ເທົ່າກັນ. ເຂົາເຈົ້າໃຫ້ເຫດຜົນວ່າ ລະບຽບການຂອງບັດຖະບານ
ກາງທີ່ຂຽນໄວ້ໃນປຶ້ມນັ້ນ ບໍ່ພຽງພໍຢ່າງເປັນພື້ນຖານຢູ່ແລ້ວ ທີ່ຈະສາມາດປ້ອງກັນບໍ່
ໃຫ້ພວກໄດ້ຮັບວີຊາດັ່ງກ່າວ ໃຊ້ວີຊາໄປໃນທາງຜິດ ບໍ່ວ່າຈະເປັນການໃຊ້ຜິດ ໂດຍ
ຜ່ານການເກັບຄ່າຈັດຫາງານທີ່ບໍ່ມີການຮັບປະກັນ, ຫລື ການບອກເງື່ອນໄຂຈໍາເປັນ
ໃນການເຮັດວຽກບໍ່ກົງກັບຕົວຈິງ, ຫລືການປອມແປງ ຫລືການຂົ່ມຂູ່ກໍຕາມ.
ບັນຫາດັ່ງກ່າວ ບໍ່ພຽງແຕ່ສ້າງບັນຫາໃຫ້ແກ່ການພວກທີ່ມີຄວາມສາມາດໃນການຫາ
ງານ ແຕ່ຍັງເປັນການຫຍຸ້ງຍາກໃຫ້ແກ່ ນັກທຸລະກິດທີ່ມີຈຸດປະສົງດີ ທີ່ບໍ່ສາມາດຫາ
ຄົນອາເມຣິກັນພຽງພໍ ທີ່ຈະຍິນດີມາເຮັດວຽກທີ່ມີຕາມລະດູການໃຫ້ນັ້ນ. ສໍາລັບຢູ່
ເມືອງ Cape Cod, ລັດ Massachusetts ແລະຢູ່ເຂດອື່ນໆ ຂອງປະເທດ ທີ່ມີ
ແບບວິທີເສດຖະກິດ ທີ່ສຸມໃສ່ລະດູການທ່ອງທ່ຽວທີ່ມີໄລຍະ 5 ຫາ 6 ເດືອນນັ້ນ,
ເຈົ້າຂອງທຸລະກິດແມ່ນຕ້ອງການໃຫ້ ຜູ້ມີວີຊາປະເພດ H2B ມາເຮັດວຽກໃຫ້.
Prince Wright ບໍ່ຕ້ອງການຂໍວິຊາ H2B ເພື່ອເຮັດວຽກ ຂາຍເຄື່ອງນຸ່ງຂອງລາວ ທີ່ Capd Cod.
ທ່ານ Tyler Hayes, ຮອງປະທານຂອງກຸ່ມຮ້ານອາຫານຢູ່ເມືອງ Cape Cod
ເວົ້າວ່າທ່ານມີຄວາມໂຊກດີ ທີ່ແຮງງານຕ່າງປະເທດຂອງທ່ານ ທີ່ສ່ວນໃຫຍ່ມາຈາກ
ໄມການັ້ນ ໄດ້ສ້າງໃຫ້ມີ “ບັນຍາກາດແບບຄອບຄົວ" ຂຶ້ນໃນໄລຍະ 20 ປີ ທີ່ບໍລິສັດ
ຂອງທ່ານດໍາເນີນທຸລະກິດຢູ່ນັ້ນ. ທ່ານກ່າວວ່າ:
"ດຽວນີ້ລູກເຕົ້າຂອງເຂົາເຈົ້າກໍກໍາລັງມາເຮັດວຽກໃຫ້ພວກເຮົາ."
ຂວາຟູນໍ້າທີ່ Falmouth ທີ່ລັດ Massachusetts.
ແຕ່ວ່າ ທ່ານ Hayes ກໍໄດ້ແຕ່ຊີ້ໃຫ້ເຫັນແຕ່ຄວາມຢູ່ດີກິນດີຂອງຜູ້ອອກແຮງງານໃຫ້
ຕົນເອງເທົ່ານັ້ນ ໃນຂະນະດຽວກັນ ທ່ານກໍຍອມຮັບວ່າ ຢ່າງໜ້ອຍໃນຊຸມປີໝໍ່ໆມານີ້
ການຂົ່ມ ເຫັງຜູ້ອອກແຮງງານກໍເປັນເລື້ອງທີ່ຮ້າຍແຮງແບບບໍ່ຄາດຄິດເຊັ່ນກັນ.
ທ່ານ ຈື່ໄດ້ວ່າ:
"ເຄີຍມີບັນດາບໍລິສັດທີ່ສົ່ງການຮັບປະກັນອອກໄປ ແລ້ວເຂົາເອົາຄົນ ເປັນ 100 ຫລື
200 ຄົນ ເຂົ້າມາປະເທດແລ້ວກໍຂູດຮີດເຂົາເຈົ້າ"
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
Your browser doesn’t support HTML5
Seasonal Businesses Scramble to Stay Afloat Without Foreign Workers