ເຮືອບິນສັງເກດການ ໄດ້ພາກັນລາດຕະເວນ ຢູ່ໃນເຂດສອກ
ຫລີກຫ່າງໄກ ທາງພາກໃຕ້ ຂອງມະຫາສະມຸດອິນເດຍ ເພື່ອ
ຊ່ວຍຊອກຄົ້ນຫາເຮືອບິນຂອງສາຍການບິນມາເລເຊຍທີ່ຫາຍ
ໄປນັ້ນ ຫລັງຈາກອອສເຕຣເລຍໄດ້ນຳອອກເຜີຍແຜ່ຮູບຖ່າຍ
ທາງດາວທຽມຂອງເຂດທີ່ສະແດງໃຫ້ເຫັນວ່າ ອາດເປັນຊາກ
ຂອງເຮືອບິນ ທີ່ຟູນ້ຳຢູ່ນັ້ນ.
ລັດຖະມົນຕີກະຊວງປ້ອງກັນປະເທດ ທ່ານ Hishammuddin
Hussein ກ່າວວ່າ ຮູບຖ່າຍເຫຼົ່ານີ້ ແມ່ນຂໍ້ມູນນຳພາ ທີ່ໜ້າເຊື່ອ
ຖືໄດ້ໃນການຊອກຄົ້ນຫາເຮືອບິນຂະໜາດໃຫຍ່ຂອງນາໆຊາດ ທີ່ໄດ້ຫາຍສາບສູນໄປ ໃນວັນທີ 8 ມີນາ ຜ່ານມາ ພ້ອມດ້ວຍຜູ້
ໂດຍສານແລະພະນັກງານ ຢູ່ເທິງເຮືອບິນ 239 ຄົນນັ້ນ.
ຊາກຫັກພັງດັ່ງກ່າວ ໄດ້ພົບເຫັນໃນໄລຍະຫ່າງໄກ 2500 ຫຼັກກິໂລແມັດໄປທາງທິດ
ຕາເວັນຕົກສຽງໃຕ້ຂອງເມືອງ Perth ທີ່ຕັ້ງຢູ່ໃນພາກຕາເວັນຕົກຂອງອອສເຕຣເລຍ.
ທ່ານ John Young ໃນພະແນກການເດີນເຮືອທາງທະເລຂອງອອສເຕຣເລຍ ກ່າວວ່າ ເຮືອບິນຂອງອອສເຕຣເລຍຫຼາຍລຳໄດ້ບິນມຸ້ງໜ້າໄປຍັງຂົງເຂດດັ່ງກ່າວ ແຕ່ວ່າ ຄວາມພະ ຍາຍາມຕ່າງໆໃນການຊອກຫານີ້ ສາມາດປະສົບກັບຄວາມຫຍຸ້ງຍາກ ຍ້ອນສະພາບອາ ກາດມີເມກໝອກຫຼືບໍ່ເຫັນແຈ້ງຢູ່ໃນຂົງເຂດ.
ພວກກຳປັ່ນແລະເຮືອບິນຈຳນວນຫຼວງຫຼາຍ ຈາກຫຼາຍປະເທດກໍາລັງພາກັນແລ່ນໄປຍັງຂົງເຂດດັ່ງກ່າວ ເພື່ອຊ່ອຍໃນການຊອກຄົ້ນຫາເຮືອບິນລຳນີ້.
ພວກຮູບພາບທີ່ເປັນຈຸດໆບໍ່ຄ່ອຍແຈ້ງປານໃດ ທີ່ບັນດາເຈົ້າໜ້າທີ່ອອສເຕຣເລຍເປີດເຜີຍໃຫ້ຮູ້ ສະແດງໃຫ້ເຫັນສິ່ງຂອງຕ່າງໆພວມໄຫລຟູໄປນຳຄື້ນຟອງທະເລ ຊຶ່ງບາງສ່ວນຈົມນ້ຳຢູ່ນັ້ນ.
ບັນດາເຈົ້າໜ້າທີ່ກະປະມານວ່າ ນຶ່ງໃນພວກສິ່ງທີ່ເຫັນຟູໄປໃນໜ້ານ້ຳນັ້ນ ຍາວເຖິງ 24 ແມັດ ແລະອີກແຜ່ນນຶ່ງຍາວ 5 ແມັດ.
ທ່ານ Tony Abbot ນາຍົກລັດຖະມົນຕີອອສເຕຣເລຍ ທີ່ເປັນຜູ້ປະກາດການພົບເຫັນສິ່ງ ເຫຼົ່ານີ້ຄັ້ງທຳອິດຕໍ່ສະພາໃນວັນພະຫັດມື້ນີ້ ໄດ້ເຕືອນຜູ້ຄົນ ບໍ່ໃຫ້ພາກັນທຳການສັນນິຖານລ່ວງໜ້າ ກ່ຽວກັບສິ່ງເຫຼົ່ານີ້ ໂດຍກ່າວວ່າ ມັນຈະເປັນສິ່ງທີ່ “ຫຍຸ້ງຍາກທີ່ສຸດ” ເພື່ອຊອກຫາໃຫ້ເຫັນວ່າ ມັນຢູ່ໃສນັ້ນ.
ທ່ານ Abbot ກ່າວວ່າ “ ອົງການຮັກສາຄວາມປອດໄພໃນການເດີນເຮືອທາງທະ
ເລຂອງ ອອສເຕຣເລຍ ໄດ້ຂ່າວຂໍ້ມູນທີ່ວ່ານີ້ ອີງຕາມຮູບພາບຂອງສິ່ງຂອງເຫຼົ່າ
ນີ້ທາງດາວທຽມ ທີ່ອາດເປັນໄປໄດ້ ທີ່ພົວພັນກັບການຊອກຫານີ້. ພາຍຫຼັງການ
ວິເຄາະຂອງນັກຊ່ຽວຊານພິເສດກ່ຽວກັບຮູບພາບທາງດາວທຽມ ສິ່ງຂອງສອງ
ຢ່າງທີ່ເປັນໄປໄດ້ ພົວພັນກັບການຊອກຄົ້ນນີ້ ໄດ້ຮັບການຢັ້ງຢືນແລ້ວ.”
ອອສສະເຕຣເລຍ ໄດ້ໃຫ້ຄວາມຊ່ອຍເຫຼືອ ໃນການປະສານກັນໃນເຂດໃຕ້ ຂອງການຊອກ
ຫາເຮືອບິນ Boeing 777 ລຳນີ້. ຢ່າງໜ້ອຍມີ 26 ປະເທດ ໄດ້ເຂົ້າປະກອບສ່ວນໃນການຊອກຫາ ໃນທົ່ວຂົງເຂດ ທີ່ກວມເນື້ອທີ່ທັງໝົດຫຼາຍກວ່າ 7 ລ້ານຫຼັກກິໂລແມັດມົນທົນ.

ການສືບຕໍ່ ຄົ້ນຫາເຮືອບິນ ມາເລເຊຍ 20 ມີນາ

Your browser doesn’t support HTML5
US Pilots Discuss Malaysian Plane Mystery