ພົບ​ເຫັນ ວັດ​ຖຸ 122 ຊິ້ນ​ສ່ວນ ໃນ​ການ​ຊອກ​ຫາ ເຮືອ​ບິນ ມາ​ເລ​ເຊຍ (ສະ​ໄລ​ດ໌/ວີດີໂອ)

ຮູ​ບພາບ​ໃໝ່ ຈາກ​ດາວ​ທຽ​ມ ໄດ້ຖືກວິເຄາະ ​ໃຫ້​ເຫັນ​ວັດຖຸ 122 ຊິ້ນ​ສ່ວນ ທີ່ອາດເປັນຊາກ​ເຮືອບິນໂດຍສານ ມາ​ເລ​ເຊຍ

ມາ​ເລ​ເຊຍກ່າວ​ວ່າ ຮູ​ບພາບ​ຈາກ​ດາວ​ທຽ​ມໃໝ່ທີ່ຫາກໍໄດ້
ມີການວິເຄາະ ​ສະແດງ ໃຫ້​ເຫັນ​ວັດຖຸ 122 ຊິ້ນ​ສ່ວນ ທີ່
ອາດເປັນສ່ວນນຶ່ງ ຂອງຊາກ​ເຮືອບິນໂດຍສານ ມາ​ເລ​ເຊຍ
ທີ່​ຫາຍ​ສາບ​ສູນໄປ ຢູ່ໃນເຂດມະຫາ​ສະມຸດ​ອິນ​ເດຍ.

ລັດຖະມົນຕີປ້ອງ​ກັນ​ປະ​ເທດມາເລເຊຍ ທ່ານ Hisham-
muddin Hussein ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ໃນ​ວັນ​ພຸດ​ມື້​
ນີ້​ວ່າ ຊິ້ນສ່ວນທີ່ອາດເປັນຊາກຂອງເຮືອບິນ ມາເລເຊຍ
ດັ່ງກ່າວນີ້ ແມ່ນໄດ້ພົບເຫັນຢູ່ໃນພາບຖ່າຍທາງດາວທຽມ
ຂອງຝຣັ່ງ ເມື່ອ ວັນທີ 23 ມີນາຜ່ານມານີ້.

ພາບຫຼ້າສຸດ ກ່ຽວກັບ ການຊອກຫາ ຖ້ຽວບິນ MH370


ທ່ານ Hishammuddin ເວົ້າວ່າ “ຊິ້ນສ່ວນບາງຢ່າງ ແມ່ນຍາວນຶ່ງແມັດ ແລະ ອີກຈຳ
ນວນນຶ່ງນັ້ນ ແມ່ນຍາວເຖິງ 23 ແມັດ. ຊິ້ນສ່ວນຈຳນວນນຶ່ງ ປາກົດວ່າ ເປັນສີເຫຼື້ອມທີ່
ອາດ​ບອກ​ເຖິງ​ເປັນວັດຖຸ ທີ່ມີລັກສະນະແຂງແລະຕັນ. ຊິ້ນສ່ວນ ເຫລົ່ານີ້ ແມ່ນຢູ່ຫ່າງ
ຈາກເມືອງ Perth ອອກໄປປະມານ 2,557 ກິໂລແມັດ.”

Your browser doesn’t support HTML5

Search for Malaysia Jet Continues to Draw Ire


ໃນຂະນະທີ່ທ່ານກ່າວເນັ້ນວ່າ ຊິ້ນສ່ວນເຫຼົ່ານີ້ຍັງບໍ່ທັນໄດ້ຮັບການຢືນຢັນວ່າເປັນສ່ວນ
ນຶ່ງຂອງເຮືອບິນໂດຍສານ ມາເລເຊຍ ທີ່ຫາຍສາບສູນໄປກໍຈິງແຕ່ທ່ານກໍເວົ້າວ່າມັນ
ເປັນການເຄື່ອນໄຫວທີ່ສະແດງໃຫ້ວ່າເປັນຄວາມຄືບໜ້າໃໝ່ກ່ຽວກັບການ ສືບສວນ.

ຊີ້ນສ່ວນທີ່ອາດເປັນຊາກຂອງເຮືອບິນໂດຍສານມາເລເຊຍດັ່ງກ່າວນີ້ໄດ້ມີການ ແນມ
ເຫັນບໍ່ໄກປານໃດຈາກຊິ້ນສ່ວນອື່ນໆທີ່ອາດເປັນຊາກຂອງເຮືອບິນມາເລເຊຍ ທີ່ໄດ້ມີ
ການພົບເຫັນຢູ່ໃນພາບຖ່າຍທາງດາວທຽມຂອງຈີນແລະອອສເຕຣ ເລຍເຊັ່ນດຽວກັນ.

Your browser doesn’t support HTML5

Malaysia