ການຄົ້ນຫາ ມືລະເບີດ ສືບຕໍ່ ຖ່າມກາງ ຮ່ອງຮອຍ ເລັກໜ້ອຍ

ປະຊາຊົນຂັບລົດຈັກຜ່ານປ້າຍໂຄສະນາດິຈິຕອນ ເຊິ່ງສະແດງໃຫ້ເຫັນພາບແຕ້ມຂອງຜູ້ຕ້ອງສົງໄສຫຼັກ ໃນການໂຈມຕີສານເຈົ້າ ເອຣາວັນ ວັນຈັນທີ່ຜ່ານມາ. ປະເທດ ໄທ, 23 ສິງຫາ, 2015.

ອີງ​ຕາມ​ຄຳ​ເວົ້າຂອງ​ຕຳຫຼວດ​ແມ່ນ​ວ່າສະ​ຖານ​ທີ່​ພັກ​ອາ​ໄສ​ໃນ ບາງກອກ ຫຼາຍ​ພັນ​ແຫ່ງ, ລວມທັງ​ບ້ານ​ພັກ​ນັກ​ທ່ອງ​ທ່ຽວທີ່​ໄດ້​ຮັບ​ການ​ຢ້ຽມຢາມ​ໂດຍ​ຕ່າງ​ປະ​ເທດ​ເປັນ​ປະຈຳ, ​ແມ່ນ​ກຳລັງ​ຖືກຊອກ ຄົ້ນ​ເພື່ອ​ຮ່ອງ​ຮອຍ​ໃນ​ການລະ​ເບີດ​ທິີ່​ສານ​ເຈົ້າ​ຊື່​ດັງໃນໜຶ່ງ​ສັບປະດາ​ຜ່ານ​ມາ.

ມີ​ຫຼາຍ​ກວ່າ 1​0 ພັນ ​ແຫ່ງ​ໃນ​ ບາງ​ກອກ ທີ່​ໄດ້ຖືກ​ກວດ​ສອບ ​ແລະ ກວດຄົ້ນ​, ຊຶ່ງ​ຫົວໜ້າ ຕຳຫຼວດນະຄອນຫຼວງ ພົນ​ໂທ Srivara Ransibrahmanakul ​ໄດ້​ເວົ້າ​ໄປ. “ພວກ​ເຮົາ​ອາດ​ຕ້ອງ​ໄດ້​ກວດຄົ້ນ​ ບາງສະ​ຖານ​ທີ່ຊ້ຳອີກ​”

ກາ​ນກວດ​ຄົ້ນ​ແມ່ນ​ສ່ວນ​ໜຶ່ງ​ຂອງ​ການ​ປະຕິບັດ​ການ ​ເຊິ່ງມີ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​, ທະຫານ ​ແລະ ຄົນ​ອື່ນ​ໆຫຼາຍກວ່າ 1,000 ​ເຂົ້າ​ຮ່ວມໃນ​ການ​ຄົ້ນ​ຫາ ​ທີ່​ມີ​ຄວາມ​ຕັ້ງ​ໃຈ​ຢາກ​ເສີມ​ຄວາມ​ໝັ້ນ​ໃຈ​ຕໍ່​ສາທາລະນະ​ໃນ​ການ​ສືບສວນ​ສອບ​ສວນ ​ແລະ ສ້າງ​ຄວາມ​ໝັ້ນ​ໃຈ​ໃຫ້​ແກ່ນັກທ່ອງ ທ່ຽວ​ວ່າ​ນະຄອນຫຼວງ​ຂອງ ພະລາດ​ຊະອານາ​ຈັກເປັນ​ບ່ອນປອດໄພ.

​ມີ​ຢ່າງ​ໜ້ອຍ 2​0 ຄົນ​ໄດ້​ເສຍ​ຊີວິດ ​ແລະ 100 ຄົນ​ໄ​ດ້ຮັບ​ບາດເຈັບ​ໃນ​ການ​ລະ​ເບີດເມື່ອ ສັບປະດາ​ທີ່​ຜ່ານ​ມາ.