ອົງການ SEARAC ຕ້ອງຕິລັດຖະບານ ສຫລ ທີ່ໄດ້ຂະຫຍາຍການລົງໂທດດ້ານວີຊາ ຕໍ່ລາວ

ທ່ານນາງກວຽນ ດິນ ຜູ້ອຳນວຍການອົງການເຊຍແຣັກ.

Your browser doesn’t support HTML5

ເຊີນຟັງລາຍງານ ອົງການເຊຍແຣກ ຕ້ອງຕິ ສຫລ ທີ່ໄດ້ລົງໂທດດ້ານວີຊາ ຕໍ່ລາວ


ອົງການ SEARAC ອອກຖະແຫຼງການ ຕ້ອງຕິ ລັດຖະບານປະທານາທິບໍດີດໍໂນລ ທຣຳ ທີ່ໄດ້ຂະຫຍາຍການລົງໂທດທາງດ້ານວີຊາ ຕໍ່ປະເທດລາວ ຍ້ອນລາວບໍ່ປະຕິບັດຕາມການຮຽກຮ້ອງ ຂອງປະທານາທິບໍດີ ທີ່ຢາກໃຫ້ເລັ່ງລັດໃນການເນລະເທດຄົນລາວແລະຄົນມົ້ງຈຳນວນນຶ່ງອອກຈາກສະຫະລັດ. ທ່ານນາງກວຽນ ດິນ (Quyen Dinh) ຜູ້ອໍານວຍການອົງການ SEARAC (Southeast Asia Resource Action Center) ກ່າວຕໍ່ວີໂອເອ ກ່ຽວກັບເລື້ອງນີ້ວ່າ:

Your browser doesn’t support HTML5

ສຽງທ່ານນາງກວຽນ ດິນ


ອົງການ SEARAC ຂໍປະນາມການລົງໂທດທາງດ້ານວິຊາຄັ້ງໃໝ່ທີ່ລັດຖະບານທ່ານທຣຳ ໄດ້ມີຕໍ່ລັດຖະບານລາວ ຍ້ອນພວກເຮົາຮູ້ສຶກວ່າມັນເປັນການເພີ້ມທະວີໃນການໃຊ້ກຳລັງ ການຂົ່ມຂູ່ ການບີບບັງຄັບ ແລະການຂູ່ເຂັນ ທີ່ລັດຖະບານສະຫະລັດ ຈະຈັດຕັ້ງປະຕິບັດ ກ່ຽວກັບການກະທຳແລະນະໂຍບາຍທີ່ບໍ່ມີມະນຸດສະທຳ ທີ່ຈະເປັນໄພອັນຕະລາຍ ຕໍ່ປະຊາຄົມ ແລະຄອບຄົວໃນທົ່ວປະເທດຈາກສະຫະລັດໄປຍັງປະເທດລາວ.

ການລົງໂທດທາງດ້ານວີິຊາຕໍ່ລາວຮອບທຳອິດ ໂດຍລັດຖະບານທ່ານທຣຳ ມີຂຶ້ນໃນປີ 2018 ຊຶ່ງເປັນການເຄື່ອນໄຫວແບບທີ່ບໍ່ເຄີຍມີມາກ່ອນທີ່ເຮັດໃຫ້ລາວເປັນ ພຽງບໍ່ເທົ່າໃດປະເທດ ທີ່ໄດ້ຖືກລົງໂທດດ້ານວີຊາເຖິງສອງເທື່ອ.

ທ່ານນາງກວຽນ ດິນ ກ່າວວ່າ ການລົງໂທດດັ່ງກ່າວອາດມີຜົນກະທົບຕໍ່ 6 ພັນກວ່າຄົນ ຮວມທັງ 2 ພັນຄົນທີ່ພວມລໍຖ້າວີຊາ ຈະໄດ້ເຕົ້າໂຮມກັບຄອບຄົວທີ່ຈະເຮັດໃຫ້ມີການຊັກຊ້າແລະອາດຈະມີຜົນກະທົບຕໍ່ຊາວມົ້ງແລະລາວອາເມຣິກັນ 4,300 ຄົນ ທີ່ໄດ້ຮັບຄໍາສັ່ງຂັ້ນສຸດທ້າຍ ໃຫ້ຖືກເນລະເທດໄປລາວ.

ນັບແຕ່ປີ 1998 ເປັນຕົ້ນມາ ສະຫະລັດໄດ້ເນລະເທດສ່ວນບຸກຄົນໄປລາວແລ້ວສອງຮ້ອຍກວ່າຄົນ.

ພວກທີ່ຖືກເນລະເທດ ສ່ວນໃຫຍ່ແລ້ວເປັນພວກທີ່ຍັງບໍ່ທັນໄດ້ຮັບສັນຊາດອາເມຣິກັນເທື່ອ ແລະກໍມີຄວາມຜິດບໍ່ໃນຮູບໃດກໍໃນຮູບນຶ່ງ.