ມີການປ່ຽນແປງ ສຳພັນທະໄມຕີ ສະຫະລັດ ອິນເດຍ ໃນຂະນະທີ່ ປ. ໂອບາມາ ຕ້ອນຮັບ ທ່ານ Modi

ປະທານາທິບໍດີ Barack Obama ຍື່ນມືສຳພັດກັບ ນາຍົກ ລັດຖະມົນຕີອິນເດຍ ທ່ານ Narendra Modi ລະຫວ່າງກອງ ປະຊຸມທີ່ ທຳນຽບຂາວ ຢູ່ນະຄອນຫລວງ Washington, ວັນທີ 7 ມິຖຸນາ 2016.

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ​ແລະ​ນາ​ຍົກ​ລັດຖະມົນຕີ​ອິນ​ເດຍ ທ່ານ Narendra Modi ​ໄດ້​ເນັ້ນຢໍ້າສາຍພົວພັນອັນເຂັ້ມແຂງ​ລະຫວ່າງ​ສອງປະ​ເທດ ຂອງພວກເພິ່ນ​ ຊຶ່ງເປັນສອງປະ​ເທດ​ປະຊາ​ທິປະ​ໄຕທີ່ຍິ່ງໃຫຍ່​ສຸດຂອງ​ໂລກ ໃນລະ ຫວ່າງ​ການ​ຢ້ຽມຢາມ​ທຳນຽບຂາວ​ຂອງນາຍົກລັດຖະມົນຕີ​ອິນເດຍ ໃນວັນ​ອັງຄານ​ວານ​ນີ້.

​ໃນ​ການ​ສຳພາດ​ກັບ ວີ​ໂອ​ເອ​ ​ໃນ​ວັນ​ອັງຄານ​ວານ​ນີ້​ ທ່ານ Michael Kugelman ​ຈາກ ​ສູນ​ກາງ Woodrow Wilson Scholars ​ກ່າວ​ວ່າ ຄວາມ​ສຳພັນລະຫວ່າງ​ຜູ້ນຳ​ທັງ​ສອງ ​ແລະ​ຮູບການແຫ່ງ​ສາຍພົວ​ພັນ​ຂອງ​ສອງ​ຝ່າຍ​ແມ່ນເປັນໜ້າ​ສັນລະ​ເສີນ.

Solar power projects

“​ໄດ້​ມີ​ຄື້ນຟອງແຫ່ງການ​ປ່ຽນ​ແປງໃນສຳພັນ​ທະ​ໄມ​ຕ່ີ ສະຫະລັດ ອິນເດຍ ໃນສະໄໝ ​ລັດຖະບານຂອງ​ທ່ານ​ Obama. ​ເວລາ​ປະທານາທິບໍດີ ​Obama ​ຂຶ້ນ​ກຳ​ອຳນາດ​ເທື່ອ ທຳ​ອິດ ທ່ານ​ເນັ້ນ​ໜັກທີ່ສຸດ​ ໃສ່​ສົງຄາມ​ໃນ​ອັຟການິສຖານ. ທ່ານ​ຕ້ອງ​ການ​ຢາກ​ແກ້ໄຂ ບັນຫາ​ສົງຄາມ​ດັ່ງກ່າວຢ່າງຈິງຈັງ. ​ແລະ​ນັ້ນແມ່ນໝາຍ​ຄວາມວ່າຈະແນຍຸດ​ທະ​ສາດ ​ໃຫ້ແຄບ​ເຂົ້າ ເຈາະ​ຈົງ​ໃສ່ເອ​ເຊຍ​ອາຄະ​ເນ ຊຶ່ງ​ເນັ້ນ​ໜັກ​ໃສ່​ອັຟກາ​ນິສຖານ ​ແລະ​ຕໍ່ໄປ​ຫາ ປາ​ກິ​ສຖານ. ມັນ​ບໍ່​ໄດ້​ປ່ອຍ​ສ່ອງ​ຫວ່າງ​ຫລາຍພໍທໍ່ໃດ​ໃຫ້​ແກ່​ສຳພັນ​ທະ​ໄມ​ຕີ​ກັບ​ອິນເດຍ.”

ນາຍົກລັດຖະມົນຕີອິນເດຍ ທ່ານ Narendra Modi.

​ແຕ່​ທ່ານ Kugelman ກ່າວ​ວ່າ ​ໄດ້ມີ​ການ​ປ່ຽນ​ແປງຢ່າງໃຫຽ່ຫຼວງ ​ໃນລະຫວ່າງເທີ​ມທີ່ ​ສອງ​ຂອງ​ປະທານາທິບໍດີ Obama ​ແລະ​ໂດຍ​ສະ​ເພາະ​ລະຫວ່າງ​ສອງ​ປີ​ທີ່​ຜ່ານ​ມາ ​ເວລາ ທ່ານ​ປະທານາທິບໍດີ​ໄດ້​ເລີ້ມເອົາ​ຈິງ​ເອົາ​ຈັງ​ກ່ຽວກັບ “​ຈຸດ​ສູນ​ກາງ​ໄປ​ຫາເອເຊຍ” ​ແລະຍຸ ຕິການສູ້​ລົບ​ໃນ​ອັຟກາ​ນິສ​ຖານ. ທ່ານ Kugelman ກ່າວ​ວ່າ ລັດຖະບານທ່ານ Obama ແນມ​ເຫັນອິນ​ເດຍວ່າມີອຳນາດ​ທີ່​ສຸດ​ທີ່​ຈະ​ສ້າງຄວາມ​ກໍ້າ​ເກີ່ງກັບ​ຈີນ ​ແລະ​ການລຸກ​ລານ ຢູ່​ທະ​ເລ​ຈີນ​ໃຕ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ