ຈະເກີດ ປະກົດການ ກົບກິນຕາເວັນ ໃນວັນອາທິດນີ້

  • ໄພສານ ວໍຣະຈັກ

ພະນັກງານຄົນນຶ່ງຂອງຫໍເບິ່ງດາວ Stefanik ໃນກຸງປຣັກ ສະແດງໃຫ້ເບິ່ງ ປະກົດການກົບກິນຕາເວັນ ທີ່ນະຄອນຫຼວງ ຂອງສາທາລະນະລັດເຊັກ (4 ມັງກອນ 2011)

ປະກົດ​ການສຸລິຍະ​ຄາດຫຼືກົບ​ກິນ​ຕາ​ເວັນ​ຈະ​ເກີດ​ຂື້ນໃນ​ວັນ​ອາທິດ​ແລະ​ວັນ​ຈັນຢູ່​ໃນ​ບາງ​ຂົງ​
ເຂດຂອງ​ໂລກ​ໃນ​ຂະນະ​ທີ່ເດືອນ​ເຄື່ອນ​ເຂົ້າ​ໄປ​ບົດ​ບັງ​ຕາ​ເວັນ ຊຶ່ງ​ຈະ​ພາໃຫ້​ເຫັນເປັນວົງໄຟ
ນ້ອຍໆຫຼື​ແສງ​ເປັນວົງ​ແຫວນອ້ອມ​ຂອບຂອງ​ເດືອນນັ້ນ.

ອົງການ​ອາ​ວະ​ກາດ​ຂອງສະຫະລັດ ຫຼື NASA ກ່າວ​ວ່າ ກົບກິນ​ຕາ​ເວັນ ​ຈະ​ເລີ້ມ​ຂື້ນ​ໃນ​ເວ
ລາ 20 ​ໂມງ 56 ນາທີຕາມເວລາ​ມາດຕະຖານສາກົນ​ໃນ​ວັນ​ອາທິດທີ 20 ພິືດ​ສະພາຢູ່​ພາກ
​ໃຕ້​ຂອງ​ຈີນ. ມັນ​ຈະ​ເຄື່ອນໄປ​ທິດຕາ​ເວັນ​ອອກ​ແລະ​ສີ້​ນສຸດ​ລົງ​ໃນ​ວັນ​ຈັນທີ 21 ​ພຶດ ສະພາ ​
ເວລາ 2 ​ໂມງ 49 ນາທີ ຕາມເວລາມາດຕະຖານ​ສາກົນ ທີ່​ລັດ New Mexico ​ແລະ ລັດ
Texas ​ຂອງ​ສະຫະລັດ.

ໄດ້ມີການເຕືອນ ຢ່າໄດ້​ເບິ່ງໄປ​ຍັງຕາ​ເວັ​ນ​ໂດຍ​ກົງ​ ເປັນເດັດ​ຂາດ​ໃນ​ລະຫວ່າງ​ທີ່​ເກີດ​ປະກົດ
ການສຸລິຍະຄາດ​ບໍ່​ວ່າດ້ວຍ​ຕາ​ເປົ່າ ດ້ວຍກ້ອງ​ສ່ອງ​ເບິ່ງ​ເດືອນ​ດາວ ​ກ້ອງ​ສ່ອງ​ທໍາ​ມະ​ດາຫລື​
ວ່າ​ໃສ່​ແວ່ນຕາ​ດໍາກໍ​ຕາມ. ພວກ​ນັກ​ຊ່ຽວຊານ​ເຕືອນ​ວ່າ ການ​ກະທໍາ​ດັ່ງກ່າວ​ຈະ​ທໍາລາຍ​ສາຍ
​ຕາໄປ​ຕະຫລອດ ຫລືເຮັດ​ໃຫ້​ຕາບອດ​ໄດ້.

ຄໍາ​ສັບທາງ​ດ້ານ​ວິທະຍາສາດ​ ກ່ຽວ​ກັບ​ການ​ເກີດສຸລິຍະຄາດປະ​ເພດ​ນີ້​ແມ່ນ annular ຊຶ່ງ​
ເປັນ​ເຫດການ​ທີ່​ບໍ່​ຄ່ອຍ​ເຫັນ​ກັນ ຍ້ອນວ່າ​ເດືອນ​ຢູ່​ຫ່າງ​ໄກ​ສຸດວົງ​ໂຄ​ຈອນ​ອ້ອມ​ໂລກ​ເວລາ
​ມັນ​ໝູນວຽນ​ໄປ​ຢູ່​ຕໍ່ໜ້າ​ຂອງ​ດວງຕາ​ເວັນ.

​ສຸລິຍະຄາດວົງ​ແຫວນນີ້ເທື່ອສຸດ​ທ້າຍ​ແມ່ນ​ເກີດ​ຂື້ນໃນວັນ​ທີ 15 ​ເດືອນ​ມັງກອນ ປີ 2010.

​ດວງເດືອນ​ຈະ​ບໍ່​ສາມາດປົກ​ປິດ​ຕາເວັນ​ໄດ້​ທັງ​ໝົດ. ດັ່ງ​ນັ້ນຈຶ່ງ​ປ່ອຍໃຫ້​ເຫັນ​ຂອບ​ຂອງດວງ
​ຕາ​ເວັນ​ຢູ່​ບັນຍາກາດຊັ້ນ​ເທິງເປັນວົງ​ອ້ອມ. ວົງ​ອ້ອມ​ທີ່​ເປັນແສງ​ອ້ອມ ​ຂອບ​ເດືອນຮອ້ງວ່າ
annulus. ​ໃນກໍລະນີທີ່​ເກີດ​ສຸລິຍະຄາດ​ເຕັມ​ດວງນັ້ນດວງຕາ​ເວັນທັງ​ໜ່ວຍ​ຈະ​ຖືກ​ບົດ​ບັງ.

ປະກົດການສຸລິຍະຄາດ​ເຕັມ​ດວງຈະ​ເກີດ​ຂື້ນໃນ​ທ້າຍ​ປີ​ນີ້ໃນ​ວັນ​ທີ 13 ເດືອນ​ພະຈິກ ​ແຕ່ວ່າ
ປະກົດການສຸລິຍະ​ຄາດວົງ​ແຫວນຄັ້ງຕໍ່ໄປນັ້ນຈະ​ບໍ່ເກີດ​ຂຶ້ນຈົນເທົ່າວັນ​ທີ 10 ​ເດືອນ​ພຶດສະ
ພາ ປີ 2013.