ຊາອຸດີ ຍັງສືບຕໍ່ ນຳພາ ການໂຈມຕີທາງອາກາດ ໃນເຢເມັນ

ພວກນັກຕໍ່ສູ້ Houthi ກວດເບິ່ງຄວາມເສຍຫາຍ ຈາກການໂຈມຕີທາງອາກາດ ໃສ່ສະໜາມບິນຢູ່ທີ່ເມືອງ Saada ທາງພາຕາເວັນຕົກສຽງເໜືອ ຂອງປະເທດເຢເມັນ ຊຶ່ງເປັນຖານທີ່ໝັ້ນຂອງພວກ Houthi ທີ່ຕິດກັບຊາຍແດນ ຊາອຸດີ ອາເຣເບຍ, ວັນທີ 30 ມີນາ 2015.

ການ​ໂຈມ​ຕີ​ທາງ​ອາກາດ ຢູ່​ໃນ​ເຢເມັນ ​ໂດຍແນວ​ໂຮມ​ທີ່​ນຳພາ​
ໂດຍ ຊາ​ອຸ​ດີ​ ອາ​ເຣ​ເບຍ ​ແມ່ນ​ຍັງສືບຕໍ່​ ຕະຫລອດ​ຄືນ​ວັນ​ອາທິດ
​ຈົນຮອດ​ວັນ​ຈັນ​ມື້​ນີ້ ຫຼັງຈາກ​ບັນດາ​ຜູ້ນຳ​ປະ​ເທດ​ອາຫຣັບ ​ໄດ້​
ປະຕິຍານ​ວ່າ ຈະປະຕິບັດ​ການ​ທາງທະຫານຕໍ່​ໄປ ຈົນ​ກວ່າ
ພວກ​ກະບົດ Houthi ທີ່​ໜູນ​ຫຼັງ​ໂດຍ​ອີຣ່ານ ຈະ​ຍອມ​ແພ້.

​ເຮືອບິນ​ລົບຫຼາຍລຳໄດ້​ແນ​ເປົ້າໝາຍ​ໃສ່ ນະຄອນຫລວງ
Sana'a ​ແລະ ບໍລິ​ເວນ​ອື່ນໆ​ ​ໃນ​ມື້​ທີ 5 ຂອງ​ການ​ໂຈມ​ຕີ​ທາງ​
ອາກາດ ​ເພື່ອ​ສະໜັບສະໜຸນ ປະທານາທິບໍດີ​ເຢ​ເມັນ ທ່ານ
Abd-Rabbu Mansour Hadi ​ທີ່​ໄດ້​ຮ້ອງ​ຂໍຄວາມ​ຊ່ວຍ​ເຫຼືອ​
ເມື່ອ​ອາທິດ​ແລ້ວ​ນີ້ ​ໂດຍ​ກ່າວ​ວ່າ ພວກ Houthi ປະຕິ​ເສດ​ຕໍ່​
ຄວາມ​ພະຍາຍາມ​ຕ່າງໆ​ ເພື່ອ​ສ້າງສັນຕິພາບນັ້ນ.

ແຜນທີ່ ຂົງເຂດ ອາຟຣິກາເໜືອ

ພວກ Houthi ​ໄດ້​ຢຶດ​ເອົາ​ນະຄອນຫລວງ Sana'a ​ໃນ​ເດືອນ​
ກັນຍາ ​ແລະ ເມື່ອສອງ​ສາມ​ອາທິດ​ບໍ່​ດົນ​ມາ​ນີ້ ໄດ້​ບຸກ​ຄື​ບໜ້າ
ໄປ​ສູ່ເມືອງ​ທ່າ Aden ຢູ່​ທາງ​ພາກ​ໃຕ້ ບ່ອນ​ທີ່ ​ທ່ານ Hadi ​ໄດ້
​ຫລົບໜີ​ໄປຢູ່ ​ເມື່ອ​ເດືອນ​ແລ້ວ​ນີ້ ​ເພື່ອ​ທີ່​ຈະ​ພະຍາຍາມ​ປົກຄອງ
ປະ​ເທດ. ທ່ານ​ໄດ້​ຫລົບໜີ​ອອກ​ຈາກ​ເຢ​ເມັນ ​ໄປ​ຍັງນະຄອນ
ຫລວງ Riyadh ຂອງ​ຊາ​ອຸ​ດີ ອາ​ເຣ​ເບຍ ໃນອາທິດ​ແລ້ວ​ນີ້.

​ເລຂາທິການ​ໃຫຍ່ ສັນນິບາດ​ຊາດ​ອາຫຣັບ ທ່ານ Nabil
Elaraby ກ່າວ​ໃນ​ວັນ​ອາທິດ​ວານ​ນີ້ ວ່າ ຈະ​ຕ້ອງ​ກູ້​ເອົາ “ລັດ
ຖະບານ​ ທີ່​ຖືກຕ້ອງ​ຕາມ​ກົດໝາຍ”
ຂອງທ່ານ Hadi ນັ້ນ ​ກັບ​ຄືນ​ມາ.

Your browser doesn’t support HTML5

YEMEN VO