ເຈົ້າໜ້າທີ່ ສະຫະລັດ ຄົນນຶ່ງ ກ່າວວ່າ ສະຫະລັດຈະໂຈະແຜນການຂາຍອາວຸດນຳວິຖີ ທີ່ແມ່ນຢໍາໃຫ້ແກ່ຊາອຸດີອາຣາເບຍ ໃນການຕອບໂຕ້ຕໍ່ຄວາມເປັນຫ່ວງກ່ຽວກັບ ການປະຕິບັດງານທາງທະຫານຂອງຊາອຸດີ ໃນສົງຄາມກາງເມືອງຂອງເຢເມນ ທີ່ໄດ້ເຮັດໃຫ້ພົນລະເຮືອນເສຍຊີວິດຫລາຍພັນຄົນ.
ເຈົ້າໜ້າທີ່ຄົນນັ້ນ ກ່າວວ່າ ລັດຖະບານ ປະທານາທິບໍດີ Barack Obama ໄດ້ລົບລ້າງການຂາຍອາວຸດ ທີ່ຖີ້ມລົງມາຈາກອາກາດດ້ວຍຄວາມແມ່ນຢໍາ ໃຫ້ແກ່ຊາອຸດີອາຣາເບຍ ທີ່ເປັນພັນທະມິດສຳຄັນຂອງສະຫະລັດນັ້ນ. ເຈົ້າໜ້າທີ່ດ່ັງກ່າວເວົ້າວ່າ “ນັ້ນເປັນທີ່ແຈ້ງຂາວວ່າມັນສະທ້ອນໂດຍກົງເຖິງຄວາມເປັນຫ່ວງ ທີ່ພວກເຮົາມີກ່ຽວກັບວ່າ ການໂຈມຕີຂອງຊາອຸດີ ເປັນຜົນເຮັດໃຫ້ພົນລະເຮືອນເສຍຊີວິດ.”
ນອກເໜືອໄປຈາກການລົບລ້າງກາຂາຍອາວຸດນຳວິຖີທີ່ແມ່ນຢໍາແລ້ວ ສະຫະລັດຈະດັດແປງວິທີເຝິກແອບໃຫ້ແກ່ ກອງທັບອາກາດຊາອຸດີ ເພື່ອປັບປຸງຄວາມແມ່ນຢໍາຂອງເຂົາເຈົ້າ ອັນເປັນທີ່ມາຢູ່ສະເໝີຂອງຄວາມເປັນຫ່ວງຂອງລັດຖະບານ Obama.
ການຕັດສິນໃຈດັ່ງກ່າວ ອາດເຮັດໃຫ້ສຳພັນທະໄມຕີລະຫວ່າງ ສະຫະລັດ ແລະຊາອຸດີ ມີຄວາມເຄັ່ງຕຶງໄປໜ້າໃນເວລາ ລັດຖະບານປະທານາທິບໍດີ ທ່ານ Donald Trump ທີ່ຖືກເລືອກໃໝ່ ເຂົ້າມາຮັບໜ້າທີ່ຄວບການບໍລິຫານລັດຖະບານສະຫະລັດ.
ນັກຊ່ຽວຊານຄົ້ນຫາຫລັກຖານ ຈາກການໂຈມຕີທາງອາກາດຂອງ ຊາອຸດີອາຣເບຍ ທີ່ເມືອງ Sanaa ປະເທດ Yemen.
ຫ້ອງການສິດທິມະນຸດສະຫະປະຊາຊາດ ກ່າວໃນເດືອນສິງຫາວ່າ ການນໍາພາແນວໂຮມຊາອຸດີໃນເຢເມນ ໄດ້ຮັບຜິດຊອບຕໍ່ 60 ເປີເຊັນຂອງພົນລະເຮືອນ 3,800 ຄົນທີ່ໄດ້ເສຍຊີວິດໄປນັບແຕ່ເດືອນມີນາປີ 2015 ເປັນຕົ້ນມາ. ກຸ່ມສິດທິມະນຸດຈຳນວນນຶ່ງໄດ້ຕິຕຽນສະຫະລັດໃນການສະໜັບສະໜູນ ຄວາມພະຍາຍາມເຮັດສົງຄາມຂອງຊາອຸດີດ້ວຍການຂາຍອາວຸດ ແລະຕື່ມນໍ້າມັນໃຫ້ແກ່ເຮືອບິນລົບຊາອຸດີ. ກຸ່ມສິດທິມະນຸດຈຳນວນນຶ່ງຍັງກ່າວວ່າ ການນຳພາການໂຈມຕີໂດຍຊາອຸດີໃສ່ບັນດາ ຄລິນິກ ໂຮງງານຕ່າງໆ ຕະຫລາດ ແລະໂຮງຮຽນໄດ້ເພີ້ມການກໍ່ອາດຊະຍາກຳສົງຄາມຫຼາຍຂຶ້ນ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ