ຊາອຸດີ ອາຣາເບຍ ຍົກຍ້າຍ ນາຍທະຫານ ແລະ ໃຫ້ແມ່ຍິງ ເປັນຮອງ ລັດຖະມົນຕີ

ກະສັດຊາອຸດີ ອາຣາເບຍ ຊາລມັນ ບິນ ອັບດູລາຊິສ ອາລ ຊອດ ຢູ່ກອງປະຊຸມຄະນະບໍລິຫານ ທີ່ນະຄອນຫບວງຣີຢາດຣ໌ ປະເທດຊາອຸດີ ອາຣາເບຍ.

ກະສັດ​ ຊາລມັນ ແຫ່ງ ຊາ​ອຸ​ດີ ອາ​ຣາ​ເບຍ ​ໄດ້​ສັບ​ປ່ຽນ ​ພວກ​ນາຍ​ທະຫານຊັ້ນ​ສູງ​ສຸດ​ຂອງປະເທດຈຳນວນ​ນຶ່ງ ແລະ​ພວກ​ລັດຖະມົນ​ຕີ ໃນຄະນະ​ລັດຖະບານ ​ໃນ​ ປັບປຸງ
ການຈັດຕັ້ງທາງທະຫານຢ່າງ​ກວ້າງຂວາງນັ້ນ.

ກະສັດ​ໄດ້​ແຕ່ງຕັ້ງໃໝ່ ຜູ້ບັນຊາການ ທັງກຳລັງ​ປ້ອງ​ກັນ​ທາງ​ອາກາດແລະກຳລັງພາກ​
ພື້ນ​ດິນ ພ້ອມ​ທັງ​ພວກ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຫລາຍ​ຄົນ ທີ່ກະຊວງ​ພາຍໃນ ອີງ​ຕາມ​ພະຣາ
ຊະໂອງການ ທີ່ໄດ້​ເຜີຍ​ແຜ່​ໂດຍ​ສື່​ມວນ​ຊົນ​ຂອງລັດຖະບານໃນ​ວັນ​ຈັນ​ວານ​ນີ້.

ບໍ່​ມີ​ການໃຫ້ເຫດຜົນໃດໆ ​ກ່ຽວກັບການ​ສັບ​ປ່ຽນດັ່ງກ່າວ ຊຶ່ງ​ຍັງ​ໄດ້​ເຫັນມີ​ການ​ແຕ່ງ​ຕັ້ງ ​ຫົວໜ້າເສນາທິການ​ຄົນ​ໃໝ່ ນາຍ​ພົນ​ໂທ ຟາ​ຢາດ ບິນ ຮໍາເມັດ ອານ-ຣູວາລີ.

ຮວມຢູ່ໃນ​ການ​ສັບ​ປ່ຽນ​ດັ່ງກ່າວ ກໍແມ່ນ​ການ​ແຕ່ງ​ຕັ້ງ ​ແມ່ຍິງ​ຊາອຸດີ ອາຣາເບຍທ່ານ
ນາງທາ​ມາດາ ບິນ​ ຢູ​ເຊ​ຟ ອານ-ຣາມາ​ ​ເປັນ​ຮອງ​ລັດຖະມົນຕີ​ແຮງ​ງານ ​ແລະ​ພັດທະ
ນາ​ສັງ​ຄົມ ຊຶ່ງເປັນ​ຕຳແໜ່ງຂັ້ນສູງ​ຂອງ​ລັດຖະບານແບບ​ທີ່​ບໍ່ເຄີຍ​ມີ​ມາ​ກ່ອນ​ສຳລັບ
ພວກ​ແມ່ຍິງ ຢູ່​ໃນ​ອານາຈັກ​ທີ່​ນິຍົມແນວທາງ​ເດີມ.

ການ​ປ່ຽນ​ແປງນີ້​ໄດ້​ພາໃຫ້ເລື່ອນຊັ້ນ ​ສຳລັບບັນດາ​ເຈົ້າ​ໜ້າທີ່ຍັງ​ໜຸ່ມ​ນ້ອຍເຂົ້າຮັບໜ້າ​
ທີ່ໆ​ສຳຄັນຕ່າງໆ ໃຫ້ເປັນ​ຮ​ອງລັດຖະມົນຕີ ຮອງເຈົ້າ​ແຂວງ​ ​ແລະ​ທີ່​ປືກສາ​ໃຫ້ແກ່​ພະ​
ຣາ​ຊະ​ວັງ.

ບັນດາ​ນັກວິ​ເຄາະ​ເຫັນ​ວ່າ ການ​ສັບ​ປ່ຽນນີ້ ​ເປັນ​ຊ່ອງທາງໃຫ້​ເຈົ້າຟ້າ​ຊາຍ ​ໂມຮຳ​ມາດ
ບິນ ຊາລມັນ ອາຍຸ 32 ປີ ຜູ້​ທີ່​ເປັນ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ​ແລະ​ເຊື້ອສາຍກະ​ສັດ
​ທີ່​ຈະ​ຂຶ້ນ​ຄອງ​ບັນລັງ ​ຮວບຮວມອຳນາດ​ໄວ້ ຢູ່ໃນກຳມືຂອງ​ເຈົ້າຊາຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ