ເຮືອບິນບໍ່ມີຄົນຂັບ ທີ່ອ້າງໂດຍພວກກະບົດຮູຕີວ່າ ທຳການໂຈມຕີໂຮງກັ່ນນ້ຳມັນທີ່
ໃຫຍ່ສຸດໃນໂລກ ໃນຕອນເຊົ້າວັນເສົາມື້ນີ້ ຢູ່ທີ່ຊາອຸດີ ອາຣາເບຍ ແລະເປັນບໍ່ນ້ຳມັນ
ທີ່ສຳຄັນ ຊຶ່ງບໍລິຫານງານໂດຍບໍລິສັດຊາອຸດີ ອາຣຳໂກ ເຮັດໃຫ້ເກີດໄຟໄໝ້ຢ່າງ
ຮ້າຍແຮງຢູ່ບ່ອນຜະລິດນ້ຳມັນທີ່ສຳຄັນຊຶ່ງສະໜອງພະລັງງານໃຫ້ແກ່ທົ່ວໂລກ ອີງ
ຕາມລາຍງານຂອງອົງການຂ່າວເອພີ.
ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ມີການຮັບບາດເຈັບໃດໆໃນການໂຈມຕີບໍ່ນ້ຳມັນຢູ່
ເມືອງບັກຢັກ (Buqyaq) ແລະເມືອງກູໄຣ (Khurais) ຫຼືມີຜົນກະທົບໃດໆຕໍ່ການ
ຜະລິດນ້ຳມັນຢູ່ໃນລາດຊະອານາຈັກດັ່ງກ່າວຫຼືບໍ່. ການໂຈມຕີດັ່ງກ່າວຍັງມີທ່າທາງ
ວ່າ ຈະກໍ່ໃຫ້ເກີດຄວາມເຄັ່ງຕຶງເພີ້ມຂຶ້ນໃນທົ່ວເຂດອ່າວເປີເຊຍ ທ່າມກາງການປະ
ເຊີນໜ້າ ລະຫວ່າງສະຫະລັດແລະອີີຣ່ານ ກ່ຽວກັບຂໍ້ ຕົກລົງນິວເຄລຍທີ່ແຕກຫັກລົງ
ກັບບັນດາປະເທດ ມະຫາອຳນາດຂອງໂລກ. ພວກກະບົດຮູຕີທີ່ໜູນຫຼັງໂດຍອີຣ່ານ
ມາເປັນເວລານານ ທ່າມກາງການເຮັດ ສົງຄາມ ທີ່ນຳພາໂດຍຊາອຸດີ ຕໍ່ຕ້ານພວກ
ເຂົາຢູ່ໃນເຢເມນ.
ວີດີໂອ ທີ່ນຳອອກເຜີຍແຜ່ທາງອິນເຕີແນັດ ຊຶ່ງປາກົດວ່າ ຖ່າຍຢູ່ເມືອງບັກຢັກ
(Buqyaq) ແມ່ນຮວມທັງສຽງປືນສູ້ລົບກັນຢູ່ທາງເບື້ອງຫຼັງ. ມີຄວັນໄຟໄດ້ພຸ້ງຂຶ້ນສູ່
ທ້ອງຟ້າ ແລະສາມາດແນມເຫັນແປວໄຟໄໝ້ໄດ້ ຈາກໂຮງກັ່ນນ້ຳມັນອັບເກກ.
ໂທລະພາບອາລ-ອາຣາບີຢາ ຊຶ່ງເປັນຊ່ອງຂ່າວດາວທຽມທີ່ລັດຖະບານ ຊາອຸດີ
ເປັນເຈົ້າຂອງນັ້ນ ໄດ້ອອກອາກາດໃນເວລາຕໍ່ມາ ໂດຍມີນັກຂ່າວຢູ່ທີ່ ນັ້ນ ໃນຂະ
ນະທີ່ສາມາດມອງເຫັນຄວັນແລະແປວໄພ ຢູ່ທາງດ້ານຫຼັງ.
ໄຟໄດ້ເລີ້ມໄໝ້ຫຼັງຈາກສະຖານທີ່ດັ່ງກ່າວ “ໄດ້ເປັນເປົ້າຂອງເຮືອບິນບໍ່ມີຄົນຂັບ”
ທີ່ກະຊວງພາຍໃນໄດ້ກ່າວຢູ່ໃນຖະແຫຼງການທີ່ນຳອອກໂດຍອົງການຂ່າວລັດຖະ
ບານ. ລາຍງານກ່າວວ່າ ການສືບສວນກ່ຽວກັບການໂຈມຕີກຳລັງດຳເນີນຢູ່.
ຢູ່ໃນການຖະແຫຼງສັ້ນໆ ໃນການອອກອາກາດ ໂດຍໂທລະພາບດາວທຽມອາລ-
ມາຊິຣາ ຂອງພວກກະບົດຮູຕີນັ້ນ ໂຄສົກຝ່າຍທະຫານ ທ່ານຢາເຮຍ ຊາຣີ ກ່າວວ່າ
ພວກກະບົດໄດ້ທຳການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບ 10 ລຳ ແບບ ປະສານງານ
ກັນ ໃສ່ສະຖານທີ່ດັ່ງກ່າວ. ທ່ານໄດ້ເຕືອນວ່າ ການໂຈມຕີ ໂດຍ ພວກກະບົດຈະ
ຮ້າຍແຮງຂຶ້ນຕື່ມ ຖ້າຫາກສົງຄາມຍັງດຳເນີນຢູ່ຕໍ່ໄປ.
ທ່ານຊາຣີ ກ່າວຕື່ມວ່າ “ທາງເລືອກພຽງທາງດຽວສຳລັບລັດຖະບານຊາອຸດີກໍຄື
ຢຸດເຊົາໂຈມຕີພວກເຮົາ.”
ບໍລິສັດຊາອຸດີ ອາຣຳໂກ ແມ່ນບໍລິສັດລັດວິສາຫະກິດນ້ຳມັນຍັກໃຫຍ່ ຍັງບໍ່ທັນ
ໄດ້ຕອບໃນທັນທີຕໍ່ຄຳຖາມຈາກອົງການຂ່າວເອພີ. ຊາອຸດີ ອາຣາເບຍຫວັງວ່າ
ໃນບໍ່ຊ້າຈະສະເໜີຮູບຮ່າງຂອງບໍລິສັດເພື່ອສະເໜີໃນຂັ້ນຕົ້ນຂາຍຮຸ້ນໃຫ້ສາ
ທາລະນະ.
ບໍລິສັດຊາອຸດີ ອາຣຳໂກ ກ່າວວ່າ ໂຮງກັ່ນນ້ຳມັນອັບເກກ ຢູ່ໃນເມືອງບັກຍັກ
ນັ້ນ “ເປັນບ່ອນເກັບມ້ຽນນ້ຳມັນດິບ ທີ່ໃຫຍ່ສຸດໃນໂລກ.”
An explosion and fire has struck a major Saudi Aramco oil processing facility in the kingdom’s east, a Saudi-owned satellite channel reported Saturday, without offering a cause for the blast.
Online videos apparently from Buqyaq, which is near Dammam in the kingdom’s Eastern Province, included the sound of gunfire in the background.
State media in Saudi Arabia did not immediately report on the incident. Requests for comment sent to Aramco and officials in the kingdom were not immediately acknowledged.
The Dubai-based satellite channel Al-Arabiya first acknowledged the blaze, citing its own correspondent in the area. The channel said the blaze had been brought under control, without elaborating or offering a cause.
Saudi Aramco describes its oil processing facility there as “the largest crude oil stabilization plant in the world.”