ນັກເຄື່ອນໄຫວ 8 ຄົນ ຖືກຈັບກຸມ ໃນ ຊາອຸດີ ອາຣາເບຍ ລວມຢູ່ໃນນັ້ນ ມີ ພົນລະເມືອງ ສຫລ 2 ຄົນ

ພວກແມ່ຍິງຊາອຸດີ ຍ່າງຜ່ານເຈົ້າໜ້າທີ່ຮັກສາຄວາມປອດໄພ ຂອງຊາອຸດີ ທີ່ພວມລາດຕະເວນ ຢູ່ໃນເມືອງ ມານຟູຮາ ຕັ້ງຢູ່ກ້ຳໃຕ້ ຂອງນະຄອນຫຼວງ ຣີຢາດ ຂອງຊາອຸດີ ອາຣາເບຍ, ວັນທີ 14 ພະຈິກ 2013.

ຊາອຸດີ ອາຣາເບຍ ໄດ້ຈັບກຸມບັນດານັກຂຽນ ແລະນັກເຄື່ອນໄຫວ ຢ່າງໜ້ອຍ 8 ຄົນ
ທີ່ປະກອບດ້ວຍ ສອງຄົນທີ່ຖືສອງສັນຊາດ ສະຫະລັດ ແລະຊາອຸດີ ອາຣາເບຍ ໃນ
ການປາບປາມຄັ້ງຫຼ້າສຸດ ຕໍ່ພວກສະໜັບສະໜຸນ ການເຄື່ອນ ໄຫວເພື່ອສິດທິຂອງ
ພວກແມ່ຍິງ.

ພວກພະນັກງານໃນດ້ານສິດທິມະ​ນຸດ ກ່າວວ່າ ພວກທີ່ຖືກຄວບຄຸມໂຕທັງໝົດ ໄດ້
ສະແດງອອກເຖິງການສະໜັບສະໜຸນ ແກ່ກຸ່ມບັນດານັກເຄືອນໄຫວ ເພືື່ອສິດທິຂອງ
ພວກແມ່ຍິງ ຊາວຊາອຸດີ ບັດນີ້ ພວກເຂົາກຳລັງຖືກດຳເນີນຄະດີ ໃນຂໍ້ຫາ ໃສ່​ຮ້າຍ
​ປ້າຍ​ສີ ຣາຊະອານາຈັກ ທີ່ກ່ຽວຂ້ອງກັບການປະຕິບັດ ຕໍ່ພວກແມ່ຍິງ.

ແມ່ຍິງຊາວຊາອຸດີ ກຳລັງຂັບລົດ ຢູ່ຖະໜົນຫຼວງ ໃນນະຄອນຫຼວງ ຣີຢາດ ຂອງຊາອຸດີ ອາຣາເບຍ, ເປັນສ່ວນນຶ່ງຂອງການຂັດຂືນຕໍ່ການຫ້າມແມ່ຍິງບໍໃຫ້ຂັບລົດ ຂອງຊາອຸດີ ອາຣາເບຍ, ວັນທີ 29 ມີນາ 2014.

ກະຊວງການຕ່າງປະເທດຂອງສະຫະລັດ ໄດ້ໃຫ້​ການຢືນ​ຢັນ ກ່ຽວ​ກັບການຈັບກຸມ
ຊາວອາເມຣິການ 2 ຄົນ. ໂຄສົກຂອງກະຊວງທ່ານນຶ່ງ ໄດ້ກ່າວວ່າ ທາງກະຊວງ
ການຕ່າງປະເທດ ກຳລັງປະສານງານ “ເພື່ອສະໜອງການຊ່ອຍເຫຼືອຕ່າງໆ ທີ່
ເໝາະສົມຈາກກົງສຸນ ແລະຫາທາງທີ່ຈະເຂົ້າຫາພົນລະເມືອງດັ່ງກ່າວ ໂດຍ
ປາດສະຈາກການຊັກຊ້າໃດໆ.”

ກຸ່ມ​ປົກ​ປ້ອງສິດທິມະນຸດ ALQST ທີ່ມີຫ້ອງການຕັ້ງຢູ່ໃນນະຄອນລອນດອນ ກ່າວວ່າ
ພວກທີ່ຖືກຈັບກຸມເຫຼົ່ານັ້ນ ເປັນ “ພວກນັກຂຽນ ແລະ ນັກຂ​ຽນ​ຂ່າວ ລົງສື່ສັງຄົມ ຊຶ່ງ
ກ່ອນໜ້ານີ້ ໄດ້ທຳການສົນທະນາໃນເລື້ອງການປະຕິຮູບ.”

ພວກທີ່ຖືກຄວບຄຸມໂຕ ໂດຍສ່ວນໃຫຍ່ ໄດ້ຖືກຈັບກຸມໃນວັນພະຫັດຜ່ານມານີ້.

ທ່ານ ບາດຣ໌ ອາລ-ອີບຣາຮີມ ເປັນນັກຂຽນ ແລະເປັນໝໍ ແມ່ນຜູ້ນຶ່ງ ທີ່ຖືສອງສັນຊາດ
ສະຫະລັດ ແລະຊາອຸດີ ທີ່ໄດ້ຖືກຈັບກຸມ.

ສ່ວນຜູ້ຖືກຄວບຄຸມໂຕຊາວອາເມຣິກັນຄົນອື່ນໆ ແມ່ນມີ ທ້າວ ຊາລາ ອາລ-ໄຮດາຣ
ຜູ້ທີ່ເປັນລູກຂອງ ທ່ານ ອາຊີຊາ ອາລ-ຢູເຊັຟ ເປັນນັກເຄື່ອນໄຫວ ຜູ້ທີ່ໄດ້ຖືກປ່ອຍໂຕ
ຊົ່ວຄາວ ເມື່ອສັບປະດາແລ້ວນີ້ ແຕ່ຍັງຄົງຈະຖືກດຳເນີນຄະດີ ພ້ອມກັນກັບພວກຄົນ
ອື່ືນໆ.

ອ່ານຂ່າວນີ້ືຕື່ມ ເປັນພາສາອັງກິດ