ຊາອຸດີ ອາຣາເບຍ ປະກາດຕັ້ງ ພັນທະມິດ 34 ປະເທດ ຕ້ານການກໍ່ການຮ້າຍ

ພາບບັນທຶກຈາກ ອົງການຂ່າວ ຊາອຸດີ (SPA) ສະແດງໃຫ້ເຫັນ ກຳລັງພາກພື້ນດິນ ຂອງອານາຈັກ ຊາອຸດີ ອາຣາເບຍ.

ຊາ​ອຸ​ດີ ອາຣາ​ເບຍ ປະກາດ​ໃນ​ວັນ​ອັງ​ຄານ​ມື້​ນີ້​ ​ໃນອັນ​ທີ່​ຮ້ອງ​ວ່າ
ພັນທະ​ມິດ ທາງ​ທະຫານ​ອິສລາມ​ໃໝ່ ຊຶ່ງປະກອບ​ດ້ວຍ 34
​ປະ​ເທດທີ່ຈະ​ສູ້​ລົບ​ກັບ​ ພວກ​ກໍ່​ການ​ຮ້າຍ.

ອົງການ​ຂ່າວ​ທາງ​ກາ​ນຂອງລັດຖະບານ ຊາ​ອຸ​ດີ ​ໄດ້​ພິມເຜີຍ​ແຜ່
​ຖະ​ແຫລ​ງການ ​ທີ່ກ່າວ​ວ່າ ການ​ລິ​ເລີ້ມຂອງ​ພັນທະ​ມິດ​ຈະ​ຮວມ
ທັງສູນ​ກາງ​ການປະຕິບັດງານ​ຢູ່ໃນນະຄອນຫຼວງ Riyadh ເພື່ອ
ປະສານ​ງານການ​ປະ​ຕິ​ບັດ​ງານ​ທາງ​ທະຫານ.

ຖະ​ແຫລ​ງການ​ກ່າວ​ວ່າ ພວກ​ກໍ່​ການ​ຮ້າຍ ​ແມ່ນ “​ລ່ວງ​ລະ​ເມີດ​
ຢ່າງ​ຮ້າຍ​ແຮງ ຕໍ່​ກຽດ​ສັກສີ​ ​ແລະ​ສິດທິມະນຸດ ​ໂດຍ​ສະ​ເພາະ
ສິດ​ທິໃນການ​ມີ​ຊີ​ວິດ​ຢູ່ ​ແລະ​ສິດທິ​ດ້ານຄວາມ​ໝັ້ນຄົງ” ​ແລະ​ວ່າ “​ການ​ປະຕິບັດ​ການ​ສໍ້​ລາດ ​ແລະ​ການ​ກໍ່​ການ​ຮ້າຍ ບໍ່​ສາ​ມາດ​ທີ່​ຈະ​ນຳ​ມາເປັນ​ຂໍ້​ອ້າງ​ໃດໆ​ໄດ້.”

ຮອງ​ອົງ​ມົງກຸດ​ລາດຊະ​ກຸ​ມານ ​ແລະ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ຂອງ​ຊາ​ອຸ​ດີ ​ເຈົ້າຊາຍ
Mohammed bin Salman ກ່າວ​ຢູ່​ກອງ​ປະຊຸມ​ນັກ​ຂ່າວ​ວ່າ ຈະ​ບໍ່ມີ​ການ​ເນັ້ນໜັກ​ໃ​ສ່
ກຸ່ມ​ກໍ່​ການ​ຮ້າຍໃດໆ.

​ເຈົ້າຊາຍ​ກ່າວ​ວ່າ “ມື້​ນີ້ ມີ​ຈ​ຫລາຍ​ປະ​ເທ​ດ ທີ່​ໄດ້​ຮັບ​ຄວາມທຸກ​ທໍລະ​ມານ​ຈາກ ພວກ​ກໍ່​
ການ​ຮ້າຍ ດັ່ງ​ໂຕ​ຢ່າງ Daesh ຫຼືກຸ່ມລັດ​ອິສລາມ ຢູ່​ໃນ​ຊີ​ເຣຍ ​ແລະ​ອີຣັກ ພວກ​ກໍ່​ການ
​ການ​ຮ້າຍ​ໃນເຂດ​ໄຊ​ນາຍ ພວກ​ກໍ່​ກາ​ນຮ້າຍ​ໃນ​ເຢ​ເມນ ພວກກໍ່​ການ​ຮ້າຍ​ໃນລີ​ເບຍ
ພວກ​ກໍ່​ການ​ຮ້າຍ​ໃນມາລີ ພວກ​ກໍ່​ການ​ຮ້າຍ​ໃນ ​ໄນ​ຈີ​ເຣຍ ພວກກໍ່​ການ​ຮ້າຍ​ໃນປາ​ກິ​ສ
ຖານ ພວກ​ກໍ່​ກາ​ນຮ້າຍ​ໃນອັຟກາ​ນິສຖານ​ແລະ​ນີ້​ແມ່ນ ​ຈຳ​ເປັນ​ຕ້ອງ​ໄດ້​ມີ​ການ​ດຳ​ເນີນ
ຄວາ​ມ​ພະຍາຍາມ​ຢ່າງ​ແຂງ​ແຮງ​ເພື່ອທຳ​ການ​ຕໍ່ສູ້. ​ໂດຍ​ບໍ່​ຕ້ອງສົງ​ໄສ ຈະ​ມີ​ການ​ປະ
ສານ​ງານ​ຢູ່​ໃນ​ຄວາມ​ພະຍາ​ຍາມເຫຼົ່ານີ້.”

ບັນດາ​ພັນ​ທະ​ມິດ​ຮວມ​ທັງຈໍແດນ ບາ​ຫ໌ເຣນ ​ເທິ​ກີ ​ແລະ ສະຫະລັດອາຣັບ​ເອ​ເມີ​ເຣັສ ທີ່​
ປະຕິບັດ​ງານໂຈມ​ຕີ​ທາງ​ອາກາດ ​ໃນ​ຊີ​ເຣຍ ອັນ​ເປັນ​ພາກສ່ວນນຶ່ງ​ຂອງ ການ​ປະຕິບັດ​
ງານຂອງແນວ​ໂຮມພາຍ​ໃຕ້​ການ​ນຳພາ​ຂອງ​ສະຫະລັດ​ເພື່ອ​ຕໍ່ຕ້ານ​ກຸ່ມລັດ​ອິສລາມ.
ສ່ວນ​ປະ​ເທດ​ອື່ນໆ​ຈາກຈາກ​ເຂດ​ພາກຕາ​ເວັນ​ອອກ​ກາງ ​ແມ່ນ ຮວມທັງ ຕູ​ນິ​ເຊຍ ​ເລ
​ບາ​ນອນ ລີ​ເບ​ຍ ​ແລະ​ອີ​ຈິບ. ​ປາ​ກິ​ສຖານ ບັງ​ກະລາ​ແດັສ ​ແລະ​ມາ​ເລ​ເຊຍ ກໍ​ເປັນ​ພາກ
ສ່ວນນຶ່ງ​ຂອງຄວາ​ມພະຍາຍາມນີ້ ພ້ອມ​ທັງ​ບັນ​ດາ​ປະເທດອາ​ຟຣິກາ ​ເຊັ່ນ​ວ່າ ຊູດ​ານ
ໂຊ​ມາ​ເລຍ ມາລີ ​ແລະ​ໄນ​ຈີ​ເຣຍ.

ຖະແຫຼງການ​ຂອງ​ຊາ​ອຸດີ​ກ່າວ​ວ່າ ສ່ວນ​ປະ​ເທດ​ອື່ນໆ​ທີ່​ສະ​ແດງ​ການ​ສະໜັບສະ ໜຸນ​ກໍ​
ມີ​ຮວມທັງ​ອິນ​ໂດ​ເນ​ເຊຍ​ ຊຶ່ງ​ເປັນ​ປະ​ເທດ​ທີ່​ມີ​ປະຊາກອນ​ມຸສລິ​ມຫລາຍ​ທີ່ ສຸດ​ໃນ​ໂລກ.

Your browser doesn’t support HTML5

Saudi Terror