ທ່ານ Santorum ມີຄະແນນນິຍົມ ນໍາໜ້າ ຢູ່ໃນລັດ Louisiana

ທ່ານ Rick Santorum ອະດີດສະມາຊິກສະພາສູງລັດ Pensylvania ຜູ້ສະມັກເຂົ້າແຂ່ງຂັນເປັນປະທານາ ທິບໍດີສະຫະລັດ ຂອງພັກຣີພັບບລີກັນ ໄດ້ຮັບຫາງສຽງນິຍົມຢູ່ລັດ Louisiana.

ຜູ້​ທີ່ມີ​ຄວາມ​ຫວັງ ຈະ​ໄດ້ເປັນ​ປະທາ​ນາ​ທິບໍດີ​ສະຫະລັດ ຂອງພັກ Republican ທ່ານ
Rick Santorum ໄດ້​ຮັບ​ຄະ​ແນນນິຍົມ​ໃນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນຢູ່​ໃນ​ລັດ Louisiana

ທ່ານ Romney ອະດີດ​ຜູ້​ປົກຄອງ​ລັດ Massachusetts ​ໄດ້​ຊະນະການ​ເລືອກ​ຕັ້ງຂັ້ນ​
ຕົ້ນ​ທີ່​ລັດ Illinois ​ໃນ​ວັນ​ອັງຄານ​ທີ່​ຜ່ານ​ມາ ຊຶ່ງປັດ ຈຸບັນ​ນີ້ ທ່ານ​ໄດ້​ຮັບຫຼາຍກວ່າ 550 ​
ຄະ​ແນນ​ສຽງ​ຂອງ​ພວກ​ຜູ້ຕາງໜ້າພັກ​ໃນ​ຂະນະທີ່ທ່ານ Santorum ​ໄດ້​ຮັບປະມານ 250
ຂອງ​ຈໍານວນ ຜູ້ຕາງໜ້າ​ທີ່​ຕ້ອງການ​ທັງ​ໝົດ 1,144 ສຽງ​ກ່ອນ​ຈະ​ຖື​ກສະ​ເໜີ​ແຕ່ງ ຕັ້ງ​ໃຫ້
ເປັນ​ຜູ້ຕາງໜ້າ​ຂອງ​ພັກ. ຜູ້​ໃດ​ຊະນະ​ໃນ​ການ​ເລືອກ​ຕັ້ງຂັ້ນຕົ້ນ​ທີ່​ລັດ Louisiana​ໃນ​ມື້ນີ້
ຈະ​ໄດ້​ຮັບ​ຜູ້ຕາງໜ້າ​ທັງ​ໝົດສີ່​ສິບ​ຫົກ​ຄະ​ແນນ.

ທ່ານ Romney ​ໄດ້​ຮັບ​ການ​ສະໜັບສະໜຸນ​ຫລາຍ​ຂື້ນ​ຈາກຜູ້​ຄົນສໍາ​ຄັນ​ຂອງ​ພັກ
Republican​ ຊຶ່ງຫລາຍໆ​ຄົນ​ຢາກ​ໃຫ້ການ​ແຂ່ງຂັນ​ຂັ້ນ​ຕົ້ນ​ນີ້​ສີ້ນສຸດ​ລົງ ​ໂດຍປາສຈາກ
ການ​ໂຈມ​ຕີ​ກັນ​ ຊຶ່ງຈະ​ເຮັດ​ໃຫ້ພັກເກີດມີ​ຄວາມ​ອ່ອນ​ແອ​ລົງ ໃນ​ໂອ​ກາດ​ທີ່​ຈະ​ເອົາ​ຊະນະ
ປະທານາທິບໍດີ Barack Obama ໃນເດືອນ​ພະຈິກ​ຈະ​ມາ​ເຖິງ​ນີ້.

ການ​ໂຄສະນາ​ຫາ​ສຽງ​ຂອງ ທ່ານ Santorum ປະກາດ​ວ່າ​ຈະ​ຕໍ່ສູ້​ໃຫ້​ໄດ້​ຄະ​ແນນ​ສຽງ​
ຈາກ​ຜູ້ຕາງໜ້າ​ພັກ ຈົນ​ຮອດ​ກອງ​ປະ​ຊຸ​ມ​ໃຫ່ຍຂອງ​ພັກ Republican ​ໃນ​ເດືອນ​ສິງ​ຫາ
ຖ້າ​ຫາກ​ວ່າ​ທ່ານ Romeny ​ບໍ່​ສາມາດ ໄດ້​ຮັບຄະ​ແນນ​ສຽງ​ທີ່​ຈໍາ​ເປັນ​ ຈາກ​ຜູ້​ຕາງ​ໜ້າ​
ພັກເພື່ອ​ສະ​ເໜີແຕ່ງຕັ້ງ ​ ​ທ່ານ​. ການສະ​ເໜີແຕ່ງຕັ້ງ​ເປັນ​ຜູ້​ສະມັກ​ປະທານາທິບໍດີຂອງ​
ພັກຈະມີ​ຕັດ​ສີນ​ໃຈ​ຢູ່​ໃນ​ກອງ​ປະ​ຊຸ​ມ​ໃຫ່ຍ ຖ້າ​ຫາກ​ວ່າ​ໃນ​ເວລາ​ນັ້ນ ຍັງ​ບໍ່​ມີ​ຜູ້​ສະ ມັກ​ຄົນ​
ໃດ​ໄດ້​ຮັບຄະ​ແນນ​ສຽງ​ຂອງ​ຜູ້ຕາງໜ້າພັກພຽງພໍ.

ຜູ້​ສະມັກ​ອີ​ກສອງ​ທ່ານ​ຂອງ​ພັກ Republican ​ໃນ​ການ​ແຂ່ງຂັນ​ເປັນ​ປະທານາ​ທິບໍດີ
ກໍ​ຄືອະດີດ​ປະທານ​ສະພາ​ຕໍ່າ ທ່ານ Newt Gingrich ​ແລະສະມາຊິກ​ສະພາຈາກ​ລັດ
Texas ທ່ານ Ron Paul ​ໄດ້​ຮັບ​ຄະ​ແນນ​ສຽງ​ຂອງ​ຜູ້ຕາງໜ້າ​ພັກ ​ໄດ້​ຮັບ​ຄະ​ແນນ​
ສຽງ​ຮວມ​ກັນ​ທັງ​ໝົດແລ້ວ ຍັງມີ​ຈໍາ​ນວນໜ້ອຍ​ກວ່າຄະ​ແນນສຽງ​ທີ່​ທ່ານ Santorum
ຜູ້​ທີ່ຢູ່​ໃນ​ອັນ​ ດັບສອງ ​ໄດ້​ຮັບ​ໃນ​ເວລາ​ນີ້.