ທ່ານ Santorum ແລະ ທ່ານ Romney ກໍາລັງ ແຂ່ງຂັນກັນຢ່າງດຸເດືອດ ເພື່ອໃຫ້ໄດ້ເປັນຜູ້ຕາງໜ້າ ພັກຣີພັບບລິກັນ

ທ່ານ Santorum (ຊ້າຍມື) ທ່ານ Romney (ຂວາມື) ຜູ້ສະມັກເປັນ ປະທານາທິບໍດີສະຫະລັດອາເມຣິກາ ທີ່ມີຄະແນນນໍາໜ້າ ກໍາລັງໂຕ້ວາທີກັນ ຢ່າງດຸເດືອດ

ຜູ້​ສະມັກ​ປະທານາທິບໍດີສະຫະລັດ​ຂອງ​ພັກ Republican ທ່ານ Mitt Romney ໄດ້​
ໂຈມ​ຕີ​ຂູ່​ແຂ່ງທ່ານ Rick Santorum ວ່າ​ເປັນ​ນັກ​ການ​ເມືອງທີ່ຢູ່​ພາຍໃນທີ່​ມີ​ແນວ​ໂນ້ມ​
ໃນ​ການ​ໃຊ້ຈ່າຍ​ເງິນ​ລັດຖະບານ​ຫລາຍ​ທີ່​ສຸດ.

ທ່ານ Santorum ອະດີດສະມາຊິກສະພາສູງຈາກລັດ Pennsylvania ກໍາລັງທຳ​ການ
ຕໍ່ສູ້​ຢ່າງ​ດຸ​ເດືອດກັບທ່ານ Mitt Romney ເພື່ອຈະ​ເປັນ​ຜູ້​ມີ​ຄະ​ແນນນຳ​ໜ້າ​ເພື່ອ​ໃຫ້​ຖືກ
ແຕ່ງຕັ້ງ​ເປັນ​ຜູ້​ສະມັກ​ປະທານາທິບໍດີຈາກພັກ Republican. ຜູ້ທີ່​ໄດ້​ຮັບ​ການ​ແຕ່ງຕັ້ງ
ຈາກພັກຈະໄດ້ປະເຊີນໜ້າກັບປະທານາທິບໍດີ ບາຣັກ ໂອບາມາ ສັງກັດພັກ Democrat ຊຶ່ງຈະມີການເລືອກຕັ້ງທົ່ວໄປໃນເດືອນພະຈິກປີນີ້. ທ່ານ Romney ແມ່ນອະດີດຜູ້ປົກ
ຄອງລັດ Massachusetts.

ໃນ​ການກ່າວຢູ່ໃນພິທີແຫ່ງນຶ່ງໃນວັນພະຫັດທີ່ລັດ Arizona ຊຶ່ງ​ເປັນ ນຶ່ງໃນຈຳນວນສອງ
ລັດ ທີ່ຈະມີການ​ເລືອກ​ຕັ້ງຂັ້ນຕົ້ນໃນອາທິດໜ້ານີ້ ທ່ານ Romney ກ່າວ​ວ່າ ທີ​ມງານຂອງ
ທ່ານ​ແມ່ນ “ປະຊາຊົນ​ອາ​ເມ​ຣິ​ກາ” ​ແຕ່​ບໍ່​ແມ່ນ “ພວກ​ທີ່ຢູ່​ໃນ​ນະຄອນຫຼວງວໍ​ຊິງ​ຕັນ.”

ຄະ​ແນນ​ສຽງ​ຂອງສອງ​ທ່ານນີ້​ກໍາລັງແມ່ນ​ໃກ້​ຄຽງ​ກັນຫຼາຍຢູ່​ໃນລັດ Michigan ຊຶ່ງ​ເປັນ​ອີກ
ລັດ​ນຶ່ງ​ທີ່​ຈະ​ມີ​ການ​ເລືອກ​ຕັ້ງຂັ້ນຕົ້ນ​ໃນ​ວັນ​ອັງຄານ​ຈະ​ມາ. ​ໃນອາທິ​ດ​ແລ້ວ​ນີ້ການ​ຢັ່ງ​ຫາງ​
ສຽງ​ບາງ​ອັນ​ໄດ້​ສະ​ແດງ​ໃຫ້​ເຫັນວ່າທ່ານ Santorum ​ໄດ້ເປັນ​ຜູ້​ນໍາ​ຄະ​ແນນ​ນຳ​ໜ້າ​ທີ່​ສຳຄັນ.

ຢູ່ທີ່ລັດ Arizona ການຢັ່ງຫາງສຽງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ Romney ມີຄະແນນນຳ
ໜ້າ ທ່ານ Santorum. ​ເຖິງ​ຢ່າ​ງໃດ​ກໍ​ດີ ໃນການ​ຢັ່ງ​ຄະ​ແນນ​ສຽງ ​ທົ່ວ​ປະ​ເທດນັ້ນ ທ່ານ
Santorum ​ເປັນ​ຜູ້​ມີຄະ​ແນນນຳໜ້າຢ່າງ​ຈະແຈ້ງຊຶ່ງ​ເກືອບ 34% ສະໜັບສະໜຸນທ່ານແລະ
28% ສະໜັບສະໜຸນທ່ານ Romney.