ທ່ານ Sanders ແລະທ່ານ Trump ຊະນະ ການເລືອກຕັ້ງຂັ້ນຕົ້ນ ຢູ່ລັດ West Virginia

ສະມາຊິກສະພາສູງ Bernie Sanders ກ່າວຕໍ່ພວກສະໜັບສະໜູນ ໃນການໂຄສະນາຫາສຽງ ທີ່ລັດ West Virginia.

ສະມາຊິກ​ສະພາ​ສູງ Bernie Sanders ຈາກ​ລັດ Vermont ​ໄດ້​ຊະນະ​ ການເລືອກ​ຕັ້ງ ປະທານາທິບໍດີ​ຂັ້ນຕົ້ນຢູ່ທີ່​ລັດ West Virginia ​ໃນ​ວັນ​ອັງຄານ​ວານ​ນີ້ ​ຊຶ່ງ​ເຮັດ​ໃຫ້​ທ່ານ​ ໄດ້ຮັບ​ຄະ​ແນນ​ສຽງ​ຜູ້ຕາງໜ້າ ທີ່​ຕ້ອງການ​ຢ່າງ​ຫຼວງຫຼາຍ​ນັ້ນ ​ເພີ້ມ​ຕື່ມ​ເລັກ​ນ້ອຍ ​ໃນ​ຂະ ນະ​ທີ່​ທ່ານ​ປະກາດ​ວ່າ ຈະ​ຕໍ່ສູ້​ກັບ​ອະດີດ​ລັດຖະມົນຕີ ການ​ຕ່າງປະ​ເທດ​ສະຫະລັດທ່ານ​ນາງ Hillary Clinton ຕໍ່​ໄປ​ຈົນ​ເຖິງ​ທີ່​ສຸດ.

ທ່ານ Sanders ​ໄດ້​ຮັບ​ຄະ​ແນນ​ສຽງ​ທັງ​ໝົດ 51 ​ເປີ​ເຊັນໃນ​ຂະນະ​ທີ່​ທ່ານ​ນາງ Clinton ​ໄດ້​ຮັບ 36​ ​ເປີ​ເຊັນ. ລະບົບ​ແບ່ງປັນ​ຄະ​ແນນຕາມ​ອັດຕາ​ສ່ວ​ນ​ໄດ້ຖືກ​ນຳ​ໃຊ້​ໂດຍ​ພັກ​ເດ ​ໂມ​ແຄ​ຣັດ​ ເພື່ອ​ແບ່ງ​ຜູ້ຕາງໜ້າ​ໃຫ້​ແກ່​ພວກ​ຜູ້​ສະໝັກທັງສອງ ​ຊຶ່ງ​ໝາຍຄວາມ​ວ່າ​ ທ່ານ Sanders ​ຈະ​ໄດ້​ຮັບຜູ້ຕາງໜ້າ​ຢ່າງໜ້ອຍ 16 ຄົນ​ ແລະ​ທ່ານ​ນາງ ​ Clinton ໄດ້​ຮັບ 11 ຄົນ.

​ເມື່ອ​ໄລ່​ລວມ​ແລ້ວ​ທ່ານ​ນາງ Clinton ແມ່ນ​ມີ​ຜູ້ຕາງໜ້າ​ທັງໝົດ 2,239​ ຄົນຕໍ່ 1,469​ ຄົນ ຮວມທັງ​ອັນ​ທີ່​ເອີ້ນວ່າ ພວກ​ຜູ້​ແທນ​ພິ​ເສດ​ຫລື super delegate ທີ່​ໃຫ້​ຄຳ​ໝັ້ນສັນຍາ​ວ່າ ຈະ​ສະໜັບສະໜູນ​ທ່ານ​ນາງ​. ຜູ້​ສະໝັກຈຳ​ເປັນ​ຕ້ອງໄດ້​ມີ​ຜູ້ຕາງໜ້າ​ທັງ​ໝົດ 2,383 ​ຄົນ ກ່ອນ​ຈະ​ໄດ້​ຮັບ​ການສະ​ເໜີ​ຊື່ແຕ່ງຕັ້ງຂອງ​ພັກ​ເດ​ໂມ​ແຄຣັດນັ້ນ ທີ່​ກອງ​ປະຊຸມ​ໃຫຍ່​ຂອງ ພັກ​ຢູ່​ນະຄອນ​ຟີ​ລາ​ແດ​ລ​ເຟຍໃນ​ເດືອນ​ກໍລະກົດ​ທີ່​ຈະ​ມາ​ເຖິງ​ນີ້.

ທ່ານ Sanders ກ່າວ​ຕໍ່​ພວກ​ສະໜັບສະໜຸນ​ໃນ​ແລງ​ວັນ​ອັງຄານ​ວານ​ນີ້ທີ່​ລັດ Oregon ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ສະຫະລັດ ທີ່​ຈະ​ມີ​ການ​ປ່ອນ​ບັດ​ໃນ​ອາທິດໜ້ານີ້ວ່າ ທ່ານ​ຈະ ທຳ​ການ​ຕໍ່ສູ້ ​ເພື່ອ​ຍາດເອົາ​ແຕ່​ລະ​ສຽງ​ ຈົນ​ເທົ່າ​ນາທີ​ສຸດ​ທ້າຍ ທັງໆ​ທີ່​ໄດ້​ປະ​ເຊີນ​ໜ້າ​ກັບ ສະພາບ​ການ​ທີ່​ຫຍຸ້ງຍາກ​.

ທ່ານ Sanders ກ່າວ​ວ່າ ພວກ​ເຮົາ​ໄດ້​ທຳ​ການ​ຕໍ່ສູ້​ດ້ວຍ​ຄວາມ​ຫຍຸ້ງຍາກ​ມາຕັ້ງ​ແຕ່​ມື້ທຳ ອິດ​ຂອງ​ການ​ໂຄສະນາ​ຫາ​ສຽງ​ ເວລາ​ຜູ້​ຄົນ​ຖື​ວ່ າ​ພວກ​ເຮົາ​ແມ່ນ​ເປັນຜູ້​ສະໝັກວົງ​ນອກ ແຕ່​ວ່າ​ຂ່າວ​ຄາວ​ຂອງ​ພວກ​ເຮົາ​ຕໍ່​ພວກ​ຜູ້​ແທນ​ຂອງ​ພັກ​ເດ​ໂມ​ແຄຣັດ ທີ່​ຈະ​ໄປ​ຮ່ວມກອງ ປະຊຸມ​ໃຫຍ່​ຂອງ​ພັກ​ທີ່​ຟີ​ລາ​ແດ​ລ​ເຟຍ​ນັ້ນ ກໍ​ແມ່ນ​ໃນ​ຂະນະ​ທີ່ ພວກ​ເຮົາ​ອາດ​ຈະ​ມີ​ການ ​ບໍ່ລົງ​ຮອຍ​ກັນ​ຫລາຍໆ​ຢ່າງ​ກັບ​ລັດຖະມົນຕີ​ການ​ຕ່າງປະ ​ເທດ Clinton ກໍ​ຈິງ ແຕ່​ກໍ​ຍັງ​ມີ ​ຂົ​ງ​ເຂດ​ນຶ່ງ​ທີ່​ພວກ​ເຮົາ​ເຫັນ​ພ້ອມ​ນຳ​ກັນ​ແລະ​ນັ້ນ ກໍ​ຄື​ພວກ​ເຮົ​າຕ້ອງ​ໄດ້​ເອົາ​ຊະນະ​ທ່ານ Donald Trump.

ທ່ານ Trump ຊຶ່ງ​ເປັນ​ຜູ້​ສະໝັກ​ຂອງ​ພັກຣີພັບ​ບລີ​ກັນ​ພຽງ​ຄົນ​ດຽວ​ທີ່​ຍັງ​ເຫລືອ​ຢູ່​ໃນ​ການ ແຂ່ງຂັນ ​ໄດ້​ຮັບ​ໄຊຊະນະ​ຢ່າງ​ງ່າຍດາຍ​ໃນ​ວັນ​ອັງຄານ​ວານ​ນີ້ ​ໃນ​ການ​ເລື​ອກຕັ້ງຂັ້ນຕົ້ນ ທີ່​ລັດ West Virginia ​ແລະ Nebraska.

ຫ້ອງການ​ໂຄສະນາ​ຫາ​ສຽງ​ຂອງ​ທ່ານ​ໄດ້​ອອກ​ຖະ​ແຫຼງການ​ສະບັບ​ນຶ່ງ ​ເອີ້ນການ ​ໄດ້​ຮັບ​ໄຊຊະນະ​ຢູ່​ທັງ​ສອງ​ບ່ອນ​ນັ້ນວ່າ ​ເປັນ​ກຽດຕິຍົດ​ອັນ​ຍິ່ງ​ໃຫຍ່​ແລະ​ກ່າວ​ວ່າ ທ່ານ Trump ຫວັງ​ວ່າ ທ່ານ​ຈະ​ໄດ້​ຮັບ​ໄຊຊະນະ​ອີກ​ເທື່ອ​ນຶ່ງ ​ໃນ​ການ​ເລືອກ​ຕັ້ງ ທົ່ວ​ໄປ​ໃນ​ເດືອນ​ພະຈິກ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Your browser doesn’t support HTML5

US Presidential Primaries