ທ່ານ Sanders ແລະ ທ່ານ Trump ຫວັງຊະນະ ໃນການ ເລືອກຕັ້ງ ຄັ້ງຕໍ່ໄປ

ທ່ານ Bernie Sanders, ຊ້າຍ, ແລະ ທ່ານ Donald Trump

ນັກສັງຄົມນິຍົມ ພັກເດໂມແຄຣັດ ທ່ານ Bernie Sanders ແລະ ມະຫາເສດ ຖີອະສັງຫາລິມະຊັບພັນລ້ານ ທີ່ກ້າ​ປາກກ້າ​ເວົ້າຂອງ ພັກ ຣີພັບບລີກັນ ທ່ານ Donald Trump ຕ່າງ​ກໍ​ໄດ້​ຮັບ​ໄຊຊະນະ​ທີ່​ສຳ ຄັນ ໃນການເລືອກຕັ້ງຂັ້ນຕົ້ນ ທີ່ລັດ New Hampshire ໃນ ວັນອັງຄານທີ່ຜ່ານມາ, ແຕ່ວ່າເປົ້າໝາຍຂອງການ ໂຄສະນາຫາ ສຽງ​ໃນ

​ການ​ແຂ່ງເອົາຕຳແໜ່ງປະທານາທິບໍດີ ສະຫະລັດ ໄດ້ຖືກເຄື່ອນ ຍ້າຍໄປທີ່ລັດ South Carolina ແລະ ລັດ Nevada ຊຶ່ງ​ຈະ​ມີ ການລົງຄະແນນສຽງຄັ້ງຕໍ່ໄປ ​ໃນ​ອີກ​ບໍ່​ດົນນີ້.

ທ່ານ Sanders ສະມາຊິກສະພາສູງລັດ Vermont ໄດ້ເອົາຊະນະອະດີດລັດ ຖະມົນຕີການ ຕ່າງປະເທດ ທ່ານນາງ Hilary Clinton ດ້ວຍຄະແນນ 60 ຕໍ່ 38 ເປີເຊັນໃນລັດ New Hampshire. ສ່ວນທ່ານ Trump ​ແມ່ນໄດ້ຮັບ 35 ເປີເຊັນ ຂອງການລົງຄະແນນໃນພັກ ຣີ ພັບບລີກັນ, ເຊິ່ງເປັນຄະແນນຫຼາຍກວ່າ 2 ເທົ່າ ຕໍ່ຄູ່ແຂ່ງທີ່ໃກ້ຄຽງສຸດກັບທ່ານ, ຜູຸ້ປົກຄອງ​ລັດ Ohio ທ່ານ John Kasich ທີ່ໄດ້ ຮັບຕຳແໜ່ງ​ເປັນອັນດັບ 2 ກໍມີ​ຄະ​ແນນຫຼາຍສົມຄວນ​ລື່ນ ຄູ່ແຂ່ງຄົນອື່ນໆຢູ່ໃນ ພັກ.

ຜົນຂອງ​ການ​ປ່ອນ​ບັດທີ່ລັດ New Hampshire ໄດ້ແບ່ງແຍກບັນ ດາຜູ້ລົງແຂ່ງ ຂັນຂອງພັກ ຣີພັບບລີ ກັນອອກຢ່າງກວ້າງຂວາງ, ​ໂດຍທີ່ອະດີດຜູ້ບໍລິຫານບໍລິສັດ ເທັກໂນໂລຈີ ທ່ານນາງ Carly Fiorina ເຊິ່ງຈົບການແຂ່ງຂັນ​ໂດ​ຍ​ໄດ້ອັນດັບທີ 7 ແລະອັນດັບ 6 ​ແມ່ນ​ຜູ້​ປົກຄອງລັດ New Jersey ທ່ານ Chris Christie ໄດ້ປະ ກາດການຖອນຕົວອອກຈາກການແຂ່ງຂັນ.

ສຳລັບບັນດາຜູ້ແຂ່ງຂັນທີ່ມີອັນດັບຕົ້ນໆທີ່ຍັງເຫຼືອໝົດທຸກຄົນ ໃນທັນທີທັນໃດ ກໍໄດ້ຕັ້ງໜ້າ ຕັ້ງຕາໃສ່ການແຂ່ງຄັ້ງຕໍ່ໄປໃນວັນທີ 20 ເດືອນກຸມພານີ້, ເມື່ອພັກ ຣີພັບບລີກັນ ຈະໄດ້ຈັດ ການເລືອກຕັ້ງຂັ້ນຕົ້ນໃນລັດ South Carolina, ເຊິ່ງເປັນລັດທີ່ມີຫົວອະນຸລັກນິຍົມ ຕັ້ງຢູ່ຕາມ ແຄມຝັ່ງຂອງມະຫາສະໝຸດ Atlantic, ສ່ວນພັກເດໂມແຄຣັດ ຈະຈັດ ການປະຊຸມເລືອກຕັ້ງ ຂອງພັກໃນລັດ Nevada ຢູ່ທາງພາກຕາເວັນ ຕົກຂອງປະເທດ, ເຊິ່ງເປັນທີ່ຮູ້ຈັກດີວ່າ​ເປັນສູນ ກາງການ ພະນັນຂອງປະເທດ. ຫຼັງຈາກນັ້ນອີກ 3​ ມື້ຕໍ່ມາ, ພັກ ຣີພັບບລີກັນ ກໍຈະມີການປະ ຊຸມເລືອກຕັ້ງຂອງພັກທີ່ລັດ Nevada, ໃນຂະນະທີ່ພັກ ເດໂມແຄຣັດ ຈະຈັດການເລືອກຕັ້ງ ຂັ້ນຕົ້ນຂອງພວກເຂົາເຈົ້າທີ່ລັດ South Carolina ໃນວັນທີ 27 ເດືອນກຸມພາ.

ທ່ານ Trump ເຊິ່ງເປັນຜູ້ລົງແຂ່ງຂັນທີ່ມີສີສັນ ແມ່ນໄດ້ດູຖືກຄູ່ແຂ່ງຂັນຂອງທ່ານ ຢ່າງເປັນກິດ ຈະວັດ, ໂດຍສະເພາະອະດີດຜູ້​ປົກຄອງລັດ Florida ທ່ານ Jeb Bush ເຊິ່ງເປັນລູກຊາຍ ແລະ ນ້ອງຊາຍຂອງປະທານາທິບໍດີ ສະຫະລັດ ທີ່ໄດ້ ຮັບຄະແນນສຽງໃນລັດ New Hampshire ​ເປັນອັນດັບ 4, ຕາມຫຼັງນັກປຸກລະ ດົມຫົວອະນຸລັກນິຍົມສະມາຊິກສະພາສູງ ລັດ Texas ທ່ານ Ted Cruz.

Your browser doesn’t support HTML5

US Politics