ທ່ານ Sanders ແລະທ່ານນາງ Clinton ຮ້ອງຂໍ ໃນນາທີ ສຸດທ້າຍ ກ່ອນການປ່ອນບັດ ທີ່ລັດ South Carolina

Your browser doesn’t support HTML5

ບັນດາ​ຜູ້​ສະ​ໝັກ​ປະທານາທິບໍດີ ພັກ​ເດ​ໂມ​ແຄຣັດ ທ່ານ Bernie
Sanders ​ແລະ​ທ່ານ​ນາງ Hillary Clinton ​ໄດ້​ໃຊ້​ເວລາເທື່ອ
ສຸດ​ທ້າ​ຍ ຮ້ອງ​ຂໍ​ຕໍ່ບັນດາ​ຜູ້​ມີ​ສິດປ່ອນ​ບັດ ຢູ່ທີ່​ລັດ South
Carolina ​ໃນ​ວັນ​ສຸກ​ວານ​ນີ້ ​ໃນ​ຂະນະ​ທີ່ຜູ້ມີ ຄະ​ແນນ​ສຽງນຳ​
ໜ້າຂອງ​ພັກຣິພັບ​ບລິ​ກັນ ທ່ານ Donald Trump ​ໄດ້ຮັບ​ການ
ປະກາດ​ສະໜັບສະ​ໜູນທີ່​ສຳຄັນ ຈາກຄູ່​ແຂ່ງຂັນ​ເກົ່າ.

ອະດີດ​ລັດຖະມົນຕີ ຕ່າງປະ​ເທດ ທ່ານ​ນາງ Clinton ຄາດ​ວ່າ
ຈະ​ໄດ້ຮັບ​ໄຊ​ຊະນະ ໃນການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ຢ່າງ​ງາຍ​ດາຍ
​ໃນ​ວັນເສົາ​ມື້​ນີ້ ​ຢູ່​ທີ່ລັດ South Carolina ບ່ອນ​ທີ່​ທ່ານ​ນາງ​
ໄດ້​ຄອບ​ງໍາ​ ມາ​ເປັນ​ເວລາ​ຫລາຍ​ອາທິດແລ້ວ ​ໂດຍ ມີ​ຄະ​ແນນ​
ນຳ​ໜ້າ​ຫຼາຍກວ່າສິບ​ເປີ​ເຊັນ​ໃນ​ການ​ຢັ່ງຫາງ​ສຽງ ທັງ​ນີ້ສ່ວນໜຶ່ງ​ກໍ​ເປັນ​ຄວາມ​ນິຍົມ​ຂອງ
ທ່ານ​ນາງ ​ໃນ​ໝູ່ບັນດາ​ຜູ້ມີ​ສິດ​ປ່ອນ​ບັດ​ຊາວ​ອາ​ເມຣິກັນ​ເຊື້ອ ສາຍ​ອາ​ຟຣິກາຢູ່​ໃນ​ລັດດັ່ງ
ກ່າວ.

ປ້າຍໂຄສະນາຫາສຽງ ທ່ານ Bernie Sanders ທີ່ຫ້ອງການ ເມືອງ Columbia ລັດ South Carolina.

ທ່ານ Sanders ​ຫວັງ​ວ່າ​ຈະ​ເຮັດໃຫ້ການ​ແຂ່ງ​ຂັນ​ໃກ້​ຄຽງ​ກັນຫຼາຍທີ່​ສຸດ​ເທົ່າທີ່​ເປັນ​ໄປ
ໄດ້​ແຕ່່ວ່າສະມາຊິກ​ສະພາ​ສູງຈາກລັດ Vermont ປາກົດ​ວ່າເກືອບ​ໝົດຫວັງ​ແລ້ວທີ່ຈະ
ເອົາຊະນະ​ຢູ່ໃນ​ລັດດັ່ງກ່າວ. ຫວ່າງ​ບໍ່​ເທົ່າ​ໃດ​ມື້​ທີ່​ຜ່ານ​ມາ ທ່ານ​ໄດ້ໂຄສະນາ​ຫາ​ສຽງ
​ຢູ່​ລັດ​ອຶ່ນໆ ບ່ອນ​ທີ່​ການ​ຢັ່ງ​ສຽງສະ​ເໜີ​ແນະວ່າ ທ່ານ​ອາດມີ​ໂອກາດ​ຫລາຍ​ກວ່າ.

ຜູ້ສະໝັກ ປະທານາທິບໍດີ ພັກຣີພັບບລິກັນ ທ່ານ Donald Trump ຍີ້ມຫົວ ໃນຂະນະທີ່ ຜູ້ປົກຄອງລັດ New Jersey ທ່ານ Chris Christie ກ່າວຄຳປາໄສ ທີ່ເມືອງ Ft Worth ລັດ Texas.

ທ່ານ​ນາງ Clinton ຜູ້​ທີ່​ໄດ້​ຮັບ​ຈຳນວນຜູ້ຕາງໜ້າ ລື່ນ​ທ່ານ Sanders ບໍ່ຫຼາຍ ປານ​ໃດ
​ນັ້ນ ຫລັງ​ຈາກກາ​ນ​ແຂ່ງ​ຂັນເລືອກ​ຕັ້ງຂັ້ນ​ຕົ້ນ​ສາມ​ເ​ທຶ່ອຜ່ານ​ມາ​ແລ້ວ ຍັງ ​ສືບ​ຕໍ່ຍຸດ​ທະ
​ສາດ​ຂອງທ່ານ​ນາງ ​ໃນ​ວັນ​ສຸກ​ວານ​ນີ້ ​ໂດຍໄດ້​ເນັ້ນ​ໜັກ​ໃສ່ຄຳ​ໝັ້ນ​ສັນຍາ​ຂອງ ປະທາ
ນາທິບໍດີ Barack Obama ປະທານາທິບໍດີ​ຄົນ​ຜິວ​ດຳ​ຜູ້​ທຳ​ອິດ.

ທ່ານ​ນາງ Clinton ກ່າວ​ທີ່​ການໂຄສະນາ​ຫາ​ສຽງ ໃນ​ເມືອງ Kingstree ວ່າ “ຂ້າພະ​ເຈົ້າ​
ພູມ​ໃຈ​ທີ່​ຢືນ​ຢູ່​ກັບປະທານາທິບໍດີ Obama ​ແລະ​ຂ້າພະ​ເຈົ້າ ພາກ ພູມ​ໃຈ​ຢ່າງ​ແທ້​ຈິງ ກັບ
​ຄວາມກ້າວໜ້າ ທີ່​ທ່ານ​ໄດ້ເຮັດ. ຂ້າພະ​ເຈົ້າ ​ຕ້ອງການ​ຄວາ​ມຊ່ວຍ​ເຫ​ລື​ອຈາກ​ພວກທ່ານ
​ເລີ້ມ​ດ້ວຍການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ໃນວັນ​ເສົາ​ມື້​ນີ້.

ສຳລັບ​ພັກຣີພັບ​ບລິ​ກັນ ທ່ານ Trump ​ໄດ້​ຮັບ​ການ​ປະກາດ​ສະໜັບສະໜຸນຢ່າງ​ບໍ່​ຄາດ
​ຝັນ ​ໃນ​ວັນ​ສຸກ​ວານ​ນີ້ ຈາກຜູ້​ປົກຄອງ​ລັດ New Jersey ທ່ານ Chris Christie ທີ່​ຫາ​ກໍ​
ຖອນ​ໂຕ​ອອກ​ຈາກ​ການ​ແຂ່ງຂັນ​ເລືອກ​ຕັ້ງ​ປະທານາທິບໍດີ ​ເມື່ອ ບໍ່​ເທົ່າ​ໃດ​ອາທິດ​ຜ່ານ​ມານີ້.

ຜູ້ສະໝັກ ປະທານາທິບໍດີ ພັກຣີພັບບລິກັນ ທ່ານ Marco Rubio (ຊ້າຍ) ແລະ ທ່ານ Donald Trump.