ທ່ານ Sanders ຈະຫາສຽງ ຮ່ວມກັບ ທ່ານນາງ Clinton

ທ່ານ Sander ສະມາຊິກສັງກັດພັກ Democrat ຈາກລັດ Vt., ທີ່ກ່າວຫາສຽງໃນນະຄອນ New York, 23 ກໍລະກົດ, 2016.

ຜູ້​ສະໝັກ​ເປັນປະທາ​ນາ​ທິບໍດີ​ສະຫະລັດ ​ສັງກັດ​ພັກ Democrat ທ່ານ​ນາງ Hillary Clinton ກຳລັງ​ລົງ​ຫາ​ສຽງ​ຮ່ວມກັບ​ຄູ່​ແຂ່ງ​ສັງກັດ​ພັກ​ດຽວ​ກັນ ທ່ານ Bernie Sanders ສະມາຊິກ​ສະພາ​ສູງ​ຈາກ​ລັດ Vermont ຊຶ່ງເປັນ​ຄູ່​ແຂ່ງ​ທີ່​ສຳຄັນ​ສຸດ​ໃນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ເພື່ອ​ໃຫ້ໄດ້ເປັນ​ຕົວ​ແທນ​ຂອງ​ພັກ ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ໃນເດືອນພະຈິກ​ຈະ​ມາ​ເຖິງ​ນີ້.

ການ​ໂຄສະນາ​ຫາ​ສຽງ​ຮ່ວມ​ກັນ​ທີ່​ລັດ​ New Hampshire ທາງ​ພາກ​ຕາ​ເວັນ​ອອກສຽງ​ເໜືອຂອງ​ສະຫະລັດ ມີ​ຂຶ້ນນຶ່ງ​ອາທິດ​ຫລັງ​ຈາກ ທ່ານ​ນາງ Clinton ​ໄດ້ຕ້ອນຮັບ​ການ​ເຂົ້າຮ່ວມ ​ໃນ​ການ​ໂຄສະນາ​ຫາ​ສຽງ​ຂອງບຸກຄົນອີກ​ຜູ້​ນຶ່ງ ນັ້ນກໍ​ຄືປະທານາທິບໍດີ ​ບາຣັກ ໂອ​ບາ​ມາ ທີ່​ໄດ້​ປະກົດ​ຕົວ​ຮ່ວມ​ກັບທ່ານ​ນາງ​ ທີ່​ລັດ Carolina ​ເໜືອ ທາງ​ພາກ​ໃຕ້​ຂອງ​ ປະ​ເທດ. ທ່ານ​ນາງ Clinton ​ແລະ​ທ່ານ Sanders ​ໄດ້​ອອກຖະ​ແຫຼ​ງການ​ຮ່ວມສະບັບ​ນຶ່ງ ​ກ່າວ​ວ່າ ​ ​ການ​ໂຄສະນາ​ຫາ​ສຽງໃນ​ວັນ​ອັງຄານ​ມື້​ນີ້ ຈະ​ເພັ່ງ​ເລັ່ງ​ໃສ່ “ການ​ສ້າງສາ​ໃຫ້​ອາ​ເມຣິກາ ທີ່​ມີຄວາມ​ເຂັ້ມ​ແຂງຮ່ວມກັນ ​ແລະມີ​ເສດຖະກິດ​ທີ່​ຈະ​ເປັນ​ຜົນ​ປະ​ໂຫຍ​ດ​ໃຫ້​ກັບທຸກໆຄົນ ບໍ່​ແມ່ນ​ພຽງ​ແຕ່​ພວກ​ຄົນ​ຮັ່ງມີ​ເທົ່າ​ນັ້ນ.”

ທ່ານນາງ Hillary Clinton ຜູ້ສະໝັກສັງກັດພັກ Democratic ເພື່ອໃຫ້ເປັນຕົວແທນຂອງພັກໃນການແຂ່ງຂັນເປັນປະທານາທິບໍດີ ກ່າວໃນໂບດ African Methodist Episcopal ທີ່ Philadelphia, 8 ກໍລະກົດ, 2016.

ການ​ໃຊ້ພາສາຖ້ອຍຄຳແມ່ນ​ເປັນ​ບູລິ​ມະ​ສິດ​ໃນ​ການ​ໂຄສະນາ​ຫາ​ສຽງ​ຂອງທັງ​ສອງ​ຝ່າຍ ​ແຕ່​ວ່າ ມີ​ຄວາມ​ສຳ​ຄັນ​ເປັນ​ພິ​ເສດ​ສຳລັບທ່ານ Sanders ຜູ້​ສະ​ໜັກ​ທີ່​ຂະ​ນານ​ນາມ​ຕົນ​ເອງ​ວ່າ​ເປັນ Democrat ທີ່​ນິຍົມ​ສັງຄົມ​ນິຍົມ ຜູ້​ຊຶ່ງ​ໄດ້​ຕຳ​ນິຕິ​ຕຽນ​ຕະຫລອດໄລຍະ​ທີ່​ທ່ານ​ລົງ​ຫາ​ສຽງ ​ໂດຍ​ກ່າວ​ວ່າ​ ພວກ​ທີ່​ຮັ່ງມີ​ແມ່ນ​ມີ​ອິດ​ທິພົນຕໍ່​ລະບົບ​ການ​ເມືອງ​ຂອງ​ສະຫະລັດ.

ທ່ານ​ນາງ Clinton ຍັງຈະ​ບໍ່​ເປັນ​ຕົວ​ແທນ​ຂອງ​ພັກ​ຢ່າງ​ເປັນ​ທາງ​ການ​ເທື່ອ ຈົນ​ກວ່າ​ທ້າຍ​ເດືອນ​ນີ້ ທີ່​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ. ທ່ານ Sanders ​ໄດ້​ຢືນຢັນ​ວ່າ​ ທ່ານ​ຈະ​ບໍ່​ຍອມຮັບເອົາການ​ປະລາ​ໄຊ​ ຈົນ​ກວ່າການ​ແຂ່ງ​ຂັນ​ຂັ້ນ​ສຸດທ້າຍ ​ແຕ່​ວ່າການ​ໂຄສະນາ​ຫາ​ສຽງ​ຂອງ​ທ່ານ ​ໄດ້​ເປັນ​ທີ່​ແຈ້ງ​ຂາວ​ແລ້ວ​ວ່າ ທ່ານ​ຈະ​ເຮັດ​ທຸກ​ສິ່ງ​ຢ່າງ​ທີ່​ຈຳ​ເປັນ ​ເພື່ອ​ທີ່​ຈະ​ເອົາ​ຊະນະ ຜູ້​ທີ່​ຈະ​ເປັນ​ຕົວ​ແທນ​ຂອງ​ພັກ Republican ກໍ​ຄືນັກທຸລະກິດ ທ່ານ Donald Trump.

ຊຶ່ງ​ນັ້ນຈະ​ຮວມທັງການ​ໂຄສະນາ​ຫາ​ສຽງ​ຂອງທ່ານ Sanders ​ໃຫ້​ແກ່ທ່ານ​ນາງ Clinton. ຜົນ​ປະ​ໂຫ​ຍດ​ທີ່​ໃຫຍ່​ຫຼວງສຳລັບ​ທ່ານ​ນາງ​ນັ້ນ ກໍ​ແມ່ນ​ຈະ​ໄດ້​ຮັບ​ການ​ສະໜັບສະໜູນ ຈາກພວກ​ທີ່​ໜຸນ​ຫຼັງ​ທ່ານ Sanders ​ໃນລະຫວ່າງ​ການ​ເລືອກ​ຕັ້ງຂັ້ນ​ຕົ້ນ​ນັ້ນ ຊຶ່ງ​ສ່ວນ​ໃຫຍ່​ເປັນ​ພວກໜຸ່ມ​ນ້ອຍ ​ທີ່ມີ​ຄວາມ​ສົນ​ໃຈໃນນະ​ໂຍບາຍ​ຂອງ​ທ່ານ​ນັ້ນ.

​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ