ທີມ Giants ຂອງນະຄອນ San Francisco ຊະນະ ແຊັມໂລກ ກີລາ Baseball ທີ່ສະຫະລັດ

ພວກນັກກີລາທີມ Giants ພາກັນສະຫຼອງແຊັມ ຫຼັງຈາກຊະນະ ທີມ Royalsຂອງ Kansas City ວັນທີ 29 ຕຸລາ 2014.

ທີ​ມ Giants ຂອງນະຄອນ San Francisco ຊະນະ​ທີ​ມ
Royals ຈາກນະຄອນ Kansas City ດ້ວຍ​ຄະ​ແນນ 3
ຕໍ່ 2 ໃນ​ການ​ແຂ່ງຂັນກັນເກມທີ 7 ຊຶ່ງເປັນເກມຕັດສິນຊີ້
ຂາດເປັນແຊັມໂລກ ຂອງສະມາຄົມກີລາ Baseball ໃນ
ສະຫະລັດ.

ນາຍ Madison Bumgarner ຜູ້ຂວ່າງລູກບານ ມືເອກ
ຂອງທີມ Giants ໄດ້ຂວ່າງໃນ 5 innings ໂດຍບໍ່ມີການ
ເສຍຄະແນນໃດໆ ໃນຄືນວັນພຸດ ແລະໄດ້ເປັນນັກກີລາ
ທີ່ດີເດັ່ນສຸດໃນການແຂ່ງຂັນຊີງແຊັມກັນເທື່ອນີ້. ນັບວ່າ
ເປັນໄຊຊະນະຄັ້ງທີສາມສຳລັບທີມ Giants ໃນຮອບ 5
ປີຜ່ານມານີ້.

ນາຍ Bumgarner ໄດ້ເປັນຜູ້ຄອບງຳໃນການມີໜ້າໃນການແຂ່ງຂັນ ຊີງແຊັມ 3 ຄັ້ງ ເລີ້ມ
2 ເກມກ່ອນໜ້ານີ້ແລະປະໃຫ້ຄູ່ແຂ່ງ ແລ່ນພຽງຄັ້ງດຽວໃນການຕີລູກບານ9 ຄັ້ງໃນຂະນະ
ທີ່ຕີຖືກການຂວ່າງ ລູກບານ 17 ຄັ້ງຂອງທີມນະຄອນ Kansas City ນັ້ນ.

ທ່ານ Bruce Bochy ຊຶ່ງເປັນຜູ້ຈັດການເອີ້ນການຫຼີ້ນຂອງນາຍ Bumgarner ວ່າ “ເປັນ
ສິ່ງທີ່ຕື່ນເຕັ້ນທີສຸດ”
ໃນຖານະເປັນນັກຂວ່າງລູກບານທີ່ທຳລາຍສະຖິຕິ ຂອງສະມາຄົມ
ກີລາ Baseball ສຳລັບຫຼາຍ innings ທີ່ສຸດ ໃນຊ່ວງການແຂ່ງຂັນ ຫລັງຈາກເຂົ້າຮອບ ແລ້ວນັ້ນ.

Your browser doesn’t support HTML5

usworldseries30october14