ໂທລະສັບ Galaxy Note 7 ທີ່ມີບັນຫາ ເຮັດໃຫ້ ລາຄາຕະຫຼາດຮຸ້ນຂອງບໍລິສັດ Samsung ຕົກຕ່ຳລົງ

Your browser doesn’t support HTML5

Samsung Galaxy Sales

ບໍລິສັດ Samsung ຢຸດເຊົາ​ຂາຍ​ແລະ​ແລກ​ຄືນ​ໂທລະສັບສະຫຼາດ Galaxy Note 7
ຍ້ອນຄວາມ​ເປັນ​ຫ່ວງ​ເລື່ອງ​ຄວາມ​ປອດ​ໄພທີ່ມີມາ ​ແລະ​ແນະ​ນຳ​ໃຫ້​ພວກ​ລູກຄ້າ ​ເຊົາ​ໃຊ້ ໂທລະສັບສະຫຼາດພວກ​ນີ້ ທັນ​ທີ. ລາຄາຕະຫຼາດ​ຮຸ້ນ ສຳ​ລັບ​ບໍລິສັດ​ເທັກ​ໂນ​ໂລ​ຈີ​ເກົາຫຼີ​ໃຕ້ ​ໄດ້​ຫຼຸດລົງຢ່າງໃຫຽ່ ​ຍ້ອນ​ຂ່າວ ​ການ​ໂຈະຂາຍ​ໂທລະສັບສະຫຼາດນີ້.

ໃນ​ວັນ​ອັງຄານ​ມື້​ນີ້ ບໍລິສັດດັ່ງກ່າວ ​ ໄດ້ຂໍ​ໃຫ້​ເຈົ້າ​ຂອງໂທລະສັບສະຫຼາດ Galaxy Note 7 ​ມອດໂທລະສັບມື​ຖືນີ້ໄວ້ ​ແລະ​ໃຫ້​ໄປປ່ຽນ​ເອົາໂທລະສັບແນວອື່ນແທນ.

ໂທລະສັບມືຖື Samsung Note 7 ທີ່ຖຶກໄໝ້ ເປັນຂອງທ້າວ Brian Green ຊຶ່ງເປັນພາບທີ່ທາງອົງການຂ່າວ Reuters, 6 ຕຸລາ, 2016.


ບໍລິສັດ Samsung ​ໄດ້​ກ່າວໃນ​ຖະແຫຼງການນຶ່ງວ່າ. “ພວກ​ເຮົາ​ກຳລັງ​ເຮັດ​ວຽກ​ກັບ​ໜ່ວຍ​ສືບສວນ​ສອບ​ສວນຕ່າງໆ ​ໃນ​ກໍລະນີ​ທີ່​ໄດ້ຮັບ​ລາຍ​ງານມາ ທີ່​ພົວພັບ​ກັບໂທລະສັບ ສະຫຼາດ Galaxy Note 7,” ນີ້.

ຜູ້ຊາຍໃຊ້ໂທລະສັບມືຖື iPhone ຂອງ Apple ໃນຂະນະທີ່ລາວຍ່າງຜ່ານປ້າຍຮ້ານຂາຍໂທລະສັບ Samsung ໃນນະຄອນ Seoul, ເກົາຫຼີໃຕ້, 29 ມັງກອນ, 2015.

ບໍລິສັດ ​ເກົາຫຼີ​ໃຕ້ ​ໄດ້​ສູນ​ເສຍ 8 ​ເປີ​ເຊັນ ໃນຕະຫຼາດ​ຮຸ້ນເວລາ​ປິດ​ຕະຫຼາດ​ໃນ​ແລງ​ວັນ​ອັງຄານ​ມື້​ນີ້.

ຄຳປະກາດດັ່ງກ່າວ​ໄດ້​ມີ​ຂຶ້ນ​ຕາມ​ມາ​ຫຼັງເຫດການ​ເລື່ອງ​ໃໝ່ທີ່ວ່າ​ເກີດມີຄວາມຮ້ອນ​ຂຶ້ນ​ໃນ​ສັບປະດາ​ຜ່ານ​ມາ ​ແລະ​ມີ​ການ​ຫຼົ້ມ​ຈົມຢ່າງໜັກ​ສຳລັບບໍລິສັດໂທລະສັບສະຫຼາດນີ້. ເຈົ້າໜ້າ​ທີ່​ສະຫະລັດຝ່າຍຄວາມປອດໄພຂອງພວກ​ລູກຄ້າ ​ກ່າວ​ວ່າ ພວກ​ເຂົາ​ເຈົ້າກຳລັງ​ສືບສວນ​ສອບ​ສວນ ​ເຫດ​ໄປ​ໄໝ້ ຫຼື​ເກີດ​ຄວາມ​ຮ້ອນ 5 ກໍລະ​ນີ ​ລຸນຫຼັງ​ໄດ້ມີປະກາດ​ເອີ້ນ​ຄືນ ​ໃນ​ເດືອນ​ແລ້ວ​ນີ້.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ