ທ່ານ Sall ໄດ້ຮັບໄຊຊະນະ ໃນການເລືອກຕັ້ງ ປະທານາທິບໍດີ ເຊເນກາລ (ເບິ່ງສະໄລດ໌)

ບັນດາຜູ້ສະໜັບສະໜູນຝ່າຍຄ້ານຊາວເຊິເນການ ທ້າທາຍ ຄະແນນສຽງຂອງ ທ່ານ Macky Sall ຊຶ່ງຜູ້ສະໜັບສະໜູນ ກໍາລັງ ພາກັນສະຫລອງໄຊຊະນະຂອງເຂົາເຈົ້າທີ່ Dakar ວັນທີ່ 25, ມີນາ 2012.

ຜູ້​ສະມັກ​ຝ່າຍ​ຄ້ານ ທ່ານ Macky Sall ກ່າ​ວວ່າ ສັກ​ກະຫລາດ​ໃໝ່ ສາມາດເລີ້ມ​ຂື້ນ​
ໄດ້ແລ້ວ​ ໃນ​ເຊ​ເນ​ກາລ ຫລັງ​ຈາກ​ທີ່​ທ່ານ​ໄດ້​ຮັບໄຊ ຊະນະ​ ໃນ​ການເລືອກ​ຕັ້ງປະທາ
ນາທິບໍດີຮອບ​ຕັດສິນ​ຊີ້​ຂາດ ​ໃນ​ວັນ​ອາທິດວານ​ນີ້​.

ຜົນ​ການ​ນັບ​ບັດ​ຄະ​ແນນ​ສຽງ​ທີ່​ບໍ່​ເປັນ​ທາງ​ການ ​ສະ​ແດງ​ໃຫ້ເຫັນ​ວ່າ​ບັນດາຜູ້ປ່ອນ​
ບັດພາກັນໜຸນ​ຫລັງທ່ານ Sall ຫລາຍ​ກວ່າປະທານາທິ ບໍດີ Abdoulaye Wade
ທີ່​ພະຍາຍາມ​ຈະໃຫ້​ໄດ້​ດໍາລົງ​ຕໍາ​ແໜ່​ງ​ເປັນ ຄັ້ງ​ທີ່​ສາມ ຊຶ່ງ​ເປັນບັນຫາ​ຂັດ​ແຍ້​ງກັນ​ນັ້ນ.

ທ່ານ Sall ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ ການເລື​ອກຕັ້ງ​ຄັ້ງ​ນີ້​ແມ່ນ​ເປັນ​ໄຊຊະນະ​ສໍາລັບ
ທຸກ​ໆຄົນ​ໃນ​ເຊ​ເນ​ກາລ.

ທ່ານ​ກ່າວ​ອີກ​ວ່າ ທ່ານ​ຈະ​ຕາງໜ້າ​ປະຊາ​ກອນ​ເຊ​ເນ​ກາລ​ທຸກຖ້ວນໜ້າ. ບັນດາ​ຜູ້​ສະ
ໜັບສະໜູນ​ທ່ານ​ໄດ້ພາກັນ​ໂຮມຊຸມນຸມ​ ​ຢູ່​ເມືອງ​ຫລວງ Dakar ​ເພື່ອ​ສະຫລອງ​ໄຊຊະ
ນະ​ຂອງ​ທ່ານ.

ສ່ວນ​ປະທານາທິບໍດີ Wade ນັ້ນ ກ່າວວ່າ ທ່ານ​ໄດ້​ໂທລະ​ສັບ​ໄປສະ​ແດງ​ຄວາມ​ຊົມ
ເຊີຍ​ຕໍ່​ ທ່ານ Sall ​ແລະໄດ້ກ່າວ​ຂອບ​ໃຈ​ຕໍ່​ບັນດາ​ຜູ້ສະໜັບສະໜູນ​ທ່ານ ​ແລະ​ຊຸກຍູ້
ພວກເຂົາ​ເຈົ້າ​ ໃຫ້ພາກັນກຽ​ມຕົວ​ສໍາລັບ​ການເລືອກ​ຕັ້ງ​ສະພາທີ່​ຈະ​ມາ​ເຖິງ​ນີ້.

ຜົນຂອງການນັບ​ຄະ​ແນ​ນສຽງ​ຢ່າງ​ເປັນ​ທາງ​ການນັ້ນ ​ຍັງຢູ່​ອີກ​ຫລາຍ​ມື້ ​ກ່ວາ​ຈະ​ໄດ້​ຮູ້
ແຕ່​ບັນດາ​ຜູ້​ສັງ​ເກ​ດການພາກັນສະ​ແດງ​ຄວາມພໍ​ໃຈນໍາ ການ​ປ່ອນ​ບັດ. ອ​ະດີດ​ປະທາ
ນາທິບໍດີ ​ໄນ​ຈີ​ເຣຍ ທ່ານ Olusegun Obasanjo ທີ່ເປັນ​ຫົວໜ້າ​ນໍາພາ​ບັນດານັກ​
ສັງ​ເກດ​ການຈາກສະຫະ ພາບອາ​ຟຣິກາ ​ກ່າວ​ຕໍ່ VOA ວ່າ ການ​ເລືອກ​ຕັ້ງມີ​ຄວາມ​
ໂປ່​ງ​ໃສ ​ແລະ​ດໍາ​ເນີນ​ໄປ​ຢ່າງ​ສັນຕິ.