ນິກາຍ Salafi ກໍາລັງເຕີບໂຕ ຢູ່ເກາະ Batam ຂອງ ອິນໂດເນຊຍ

ພະນັກງານວິທະຍຸ Hang Radio ທີ່ເປັນສະຖານນີວິທະຍຸ ອິສລາມ ນິກາຍ Salafi ຢູ່ເກາະຕາກອາກາດ Batam ໃນອິນໂດເນເຊຍ.

ເກາະ​ຕາກ​ອາກາດ Batam ຂອງ​ອິນ​ໂດ​ເນ​ເຊຍ ຊຶ່ງເປັນ​ພັກຜ່ອນ​ທີ່ຮູ້ຈັກ​ໃນ​ການ​ໃຫ້
ບໍລິການ​ນວດ​ຮ່າງກາຍ​ລາຄາ​ຖືກ ມີ​ສະໜາມ​ກັອຟ ​ແລະ​ຂາຍ​ເຫລົ້າ ປອດ​ພາສີ​ນັ້ນ
​ໄດ້​ກາຍ​ມາເປັນ​ຈຸດ​ເດັ່ນ ໃນ​ເຂດ​ເອ​ເຊ​ອາຄະ​ເນ ສຳລັບ​ພວກ Salafi ​ທີ່​ປະຕິບັດແນວ
ທາງ​ດັ້ງ​ເດີມຂອງ​ນິກາຍ Sunni ອິສລາມ ​ທີ່​ມີ​ຮາກ​ເຫງົ້າມາ​ຈາກ Saudi Arabia.

ສ່ວນ​ໃຫຍ່​ແມ່ນ​ເປັນ​ຍ້ອນທີ່​ຕັ້ງ​ທາງ​ດ້ານ​ຍຸດ​ທະ​ສາດ​ໃກ້​ກັບ​ສິງກະ​ໂປ ​ແລະ​ມາ​ເລ​ເຊຍ
​ເກາະ Batam ຈຶ່ງ​ໄດ້​ກາຍ​ມາ​ເປັນ​ທາງ​ຜ່ານ​ຂອງ​ພວກ​ທີ່​ນັບຖື​ນິກາຍ Salafi ຢູ່​ໃນ​ຂົງ
​ເຂດ ​ແລະສະ​ຖາ​ບັນຂອງ​ນິກາຍ​ດັ່ງກ່າວ ​ໄດ້​ຊີ້​ໃຫ້​ເຫັນ​ເຖິງ​ຕາໜ່າງຄວາມຮຸ່ງເຮື່ອ​ງ
ຂ້າມ​ຜ່ານ​ຊາຍ​ແດນ​ຂອງ​ປະ​ເທດຕ່າງໆ.

ພາບສູນ​ກາງຂອງ​ກຸ່ມ Salafi ທີ່​ເກາະ Batam ​ແມ່ນວິທະຍຸ Hang ທີ່​ໄດ້​ເປັນ​ສະຖານີ​
ເປີດ​ດົນຕີ​ທຳ​ມະ​ດາ ຈົນ​ຮ​ອດປີ 2004 ​ເວລ​າຜູ້​ເປັນ​ເຈົ້າ​ຂອງ ນັກທຸລະກິດ Zein Alatas
​ໄດ້​ປ່ຽນ​ທັງ​ໂຕ​ທ່ານ​ເອງ ​ແລະ​ລະບົບ​ວິທະຍຸ​ຂອງ ທ່ານ ​ໄປນັບຖື​ລັດທິ Salafi. ຖ້​າຫາກ​ວ່າ ວິທະຍຸ Hang ​ເປັນ​ໂສມ​ໜ້າ​ທີ່​ເປີດເຜີຍ​ຂອງ​ນິກາຍ Salafi ຢູ່​ເກາະ Batam ບໍລິສັດອອກ​
ອາກາດ pesantren ຂອງ Salafi ຫລື​ບັນດາ​ໂຮງຮຽນ​ກິນນອນ​ອິສລາມ​ ຈຶ່ງໄດ້​ເກີດ​ຂຶ້ນຢູ່
​ທົ່ວ​ເກາະ​ດັ່ງກ່າວ ທີ່ສາມ​າດພິຈາລະນາ​ໄດ້​ວ່າ ​ເປັນ​ອົງການ​ເອກ​ກະ​ຊົນ ທີ່ມີ​ຈຸດ​ໃຈກາງ​ຂັ້ນ
ຮາກ​ຫຍ້າ.

ການ​ປາກົດ​ໂຕທັງສອງ​ຢ່າງ​ ຂອງການຈັດ​ຕັ້ງນິກາຍ Salafi ​ເຮັດ​ໃຫ້​ເກາະ Batam ​ເປັນ​
ປະຊາ​ຄົມຂອງ​ລັດທິ Salafi ​ໃນ​ເຂດ​ເອ​ເຊຍອາຄະ​ເນ ຊຶ່ງກຳລັງ​ພັດທະນາ​ທີ່ພິສູດ​ໃຫ້​ເຫັນ​
ເຖິງ​ຄວາມ​ເປັນ​ເອກ​ກະລັດ ທີ່​ຫ່າງ​ໄປໄປຈາກບ່ອນ​ກຳ​ເນີ​ດຢູ່​ໃນ​ທະ​ເລ​ຊາຍ​ອາຣາ​ເບຍພຸ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ໂຮງຮຽນກິນນອຍ ຂອງພວກ Salafi ທີ່ເກາະ Batam. (K. Varagur/VOA)