ຊາວ​ຣັດ​ເຊຍ 600 ​ຄົນ ເປັນ​ຜູ້​ຕ້ອງ​ສົງ​ໄສ ​ວ່າ ​ເປັນ​ອາດ​ຊະ​ຍາ​ກອນສົງ​ຄາມ, ອີງຕາມ​ ໄອ​ຍະ​ການສູງ​ສຸດ​ຂອງ​ ຢູ​ເຄຣນ ເວົ້າ

ໄອ​ຍະ​ການ​ສູງ​ສຸດ​ຂອງ​ຢູ​ເຄຣນ, ທ່ານ​ນາງ Iryna Venediktova ​ໃຫ້​ສຳ​ພາດ​ກັບ​ນັກ​ຂ່າວ​ຂອງ Reuters ຫລັງ​ຈາກກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ ກ່ຽວ​ກັບ​ການ​ສືບ​ສວນເລື້ອງອາດ​ຊະ​ຍາ​ກຳ​ສົງ​ຄາມ​ໃນ​ນະ​ຄອນ​ເຮກຂອງ​ເນ​ເທີ​ແລນ, ວັນ​ທີ 31 ພຶດ​ສະ​ພາ, 2022, ທ່າມ​ກາງກ​ານບຸກ​ລຸກ​ຂອງ​ຣັດ​ເຊຍ​ໃນ​ຢູ​ເຄ​ຣນ.

ໄອ​ຍະ​ການ​ສູງ​ສຸດ​ຂອງ​ຢູ​ເຄຣນ ກ່າວ​ວ່າ ທ່ານ​ນາງ​ໄດ້ລະ​ບຸ​ຕົວ​ຊາວ​ຣັດ​ເຊຍ 600 ກວ່າ​ຄົນ ​ທີ່​ສົງ​ໄສ​ວ່າ ​ເປັນ​ອາດ​ຊະ​ຍາ​ກອນສົງ​ຄາມ.

ການດໍາເນີນຄະດີອາຍາໄດ້ເລີ່ມຕົ້ນຂຶ້ນແລ້ວສໍາລັບຜູ້ຕ້ອງສົງໄສ 80 ຄົນ ເຊິ່ງ ລວມມີ "ທະຫານຊັ້ນສູງ, ນັກການເມືອງ ແລະເຈົ້າ​ໜ້າ​ທີ່​ທຳ​ການໂຄສະນາ ຊວນ​ເຊື່ອຂອງຣັດເຊຍ", ນັ້ນ​ຄື​ຄຳ​ເວົ້າ​ຂອງໄອຍະການ​ສູງ​ສຸດ ອີ​ຣີ​ນາ ເວ​ເນ​ດິກ​ໂຕວາ (Iryna Venediktova) ກ່າວຕໍ່ກອງປະຊຸມຖະ​ແຫລງຂ່າວ ທີ່ນະຄອນເຮກ (Hague).

ທ່ານ​ນາງເວ​ເນ​ດິກ​ໂຕວາ ເວົ້າ​ວ່າ ແອັ​ສ​ໂທ​ເນຍ, ລັດເວຍ, ສະໂລວາເກຍ, ລິທົວເນຍ ແລະໂປແລນ ກໍໄດ້ເຂົ້າຮ່ວມ ໃນການສືບສວນເຊັ່ນ​ກັນ.

ນອກຈາກນັ້ນ, ກຸ່ມດັ່ງກ່າວກໍາລັງເຮັດວຽກຮ່ວມກັບສານອາ​ຍາສາກົນ, ເຊິ່ງໄດ້ເລີ່ມຕົ້ນຊອກຫາອາດຊະຍາກໍາສົງຄາມ ທີ່ມີຄວາມ​ເປັນ​ໄປ​ໄດ້​ສູງ ໃນເດືອນມີ ນາທີ່​ຜ່ານ​ມາ.

"ພວກເຮົາຄວນເກັບກໍາ ແລະປົກປ້ອງທຸກສິ່ງທຸກຢ່າງໃນທາງທີ່ຖືກຕ້ອງ. ມັນ ຄວນຈະເປັນຫຼັກຖານທີ່ຍອມຮັບໄດ້ບໍ່​ວ່າ​ຈະ​ຢູ່ໃນສານໃດກໍ​ຕາມ" ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ນາງເວ​ເນ​ດິກ​ໂຕວາ.

ຣັດ​ເຊຍ​ໄດ້​ປະຕິ​ເສດ​ມາ​ຕະ​ຫລອດວ່າ ຕົນ​ບໍ່ໄດ້​ແນ​ເປົ້າ​ໝາຍ​ໃສ່​ພົນລະ​ເຮືອນ ຫລັງ​ຈາກ​ໄດ້​ບຸກ​ລຸກ​ຢູ​ເຄຣນ​ ໃນ​ວັນ​ທີ 24 ກຸມພາຜ່ານ​ມາ​ແລ້ວ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ​ຢູ່​ລຸ່ມນີ້

Ukraine’s top prosecutor says she has identified more than 600 Russians suspected of war crimes.

Criminal prosecutions already have started for 80 of the suspects, which include “top military, politicians and propaganda agents of Russia," Prosecutor General Iryna Venediktova told a news conference in The Hague.

Estonia, Latvia, Slovakia, Lithuania and Poland also are participating in the investigations, Venediktova said.

In addition, the group is working with the International Criminal Court, which began looking into potential war crimes in March.

"We should collect and protect everything in the right way. It should be acceptable evidence in any court," Venediktova said.

Russia has consistently denied it has targeted civilians following its invasion of Ukraine on February 24.