ມີລູກເຮືອຢ່າງນ້ອຍ 54 ຄົນ ເສຍຊີວິດ ຫຼັງຈາກທີ່ເຮືອແກ່ອວນ
ໃຫຍ່ລຳນຶ່ງຂອງຣັດເຊຍ ໄດ້ຫລົ້ມລົງໃນທະເລ Okhotsk ທາງ
ພາກຕາເວັນອອກໄກຂອງຣັດເຊຍ ໃນວັນພຸດວານນີ້.
ບັນດາເຈົ້າໜ້າທີ່ຮັບມືກັບເຫດການສຸກເສີນ ກ່າວວ່າ 63 ຄົນ
ໃນຈຳນວນ 132 ຄົນທີ່ຢູ່ເທິງເຮືອ ໄດ້ຮັບການຊ່ວຍເຫຼືອອອກ
ມາໄດ້ ຫຼັງຈາກເຮືອ Dalniy Vostok ຈົມລົງທະເລທີ່ເປັນ
ນ້ຳກ້ອນ ຢູ່ໃກ້ໆ ແຫລມ Kamchatka ຂອງຣັດເຊຍ. ລູກເຮືອ
15 ຄົນ ຍັງຫາຍສາບສູນຢູ່. ບັນດາເຈົ້າໜ້າທີ່ກ່າວອີກວ່າ ເຮືອຈົມ
ລົງພຽງ 15 ນາທີເທົ່ານັ້ນ ໃນຂະນະທີ່ ອຸນຫະພູມຂອງນ້ຳທະເລ
ແມ່ນໃກ້ຈຸດແຂງກ້າມ.
ພວກທີ່ໄດ້ຮັບບາດເຈັບສາຫັດ ໄດ້ຖືກນຳສົ່ງໂດຍທາງອາກາດ ໄປຍັງເມືອງ Magadan ທີ່ຫ່າງອອກໄປ 250 ກິໂລແມັດ ຢູ່ທາງທິດເໜືອ.
ມີເຮືອຂອງຊາວປະມົງໃນທ້ອງຖິ່ນ ຢ່າງນ້ອຍ 14 ລຳ ເຂົ້າມາຊ່ວຍເຫຼືອ ໃນປະຕິບັດການ ຄົ້ນຫາ ແລະ ກູ້ເອົາຊີວິດຜູ້ປະສົບໄພ.
ເຮືອລຳດັ່ງກ່າວ ມີບັນດາລູກເຮືອຈາກຫຼາຍໆປະເທດ. ນອກເໜືອຈາກລູກເຮືອທີ່ເປັນຊາວຣັດເຊຍແລ້ວ ຍັງມີລູກເຮືອຈາກປະເທດອື່ນໆເຊັ່ນ ມຽນມາ ຢູເຄຣນ ລີທົວເນຍ ແລະ ວານູອາທູ.
ສາເຫດທີ່ພາໃຫ້ເຮືອຫລົ້ມໃນຄັ້ງນີ້ ແມ່ນຍັງບໍ່ຮູ້ຈັກເທື່ອ ຫາກແຕ່ວ່າ ບັນດານັກສືບສວນສອບສວນ ກ່າວວ່າ ເຮືອລຳດັ່ງກ່າວອາດຕຳວັດຖຸໃດນຶ່ງຢູ່ໃນນ້ຳທະເລ.
Your browser doesn’t support HTML5
Russian Trawler Accident