ການ​​ສາ​ລະ​ພາບ​ຜິດ ​ຂອງ​ນັກ​ສືບ​ຣັດ​ເຊຍ ສະແດງ​ເຖິງ ​ໄພອັນ​ຕະ​ລາຍ ທີ່ ສ​ຫລ ພວມປະ​ເຊີນ​ຢູ່

ນາງ​ມາ​ເຣຍ ບູ​ຕີ​ນາ ໄດ້​ຍອມ​ຮັບ​ຜິດ​ໃນ​ວັນ​ພະ​ຫັດທີ່​ຜ່ານ​ມາ ໃນ​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ຊຶ່ງນາງໄດ້ສາ​ລະ​ພາບ​ວ່າ ​ນາງ​ໄດ້​ເຮັດ​ວຽກ​​ກັບເຈົ້າ​ໜ້າ​ທີ່​ຂັ້ນ​ສູງຂອງ​ຣັດ​ເຊຍ ແລະ​ຊາວ​ອາ​ເມ​ຣິ​ກັນ​ອີກ​ສອງ​ຄົນ ວັນ​ທີ 13 ທັນ​ວາ 2018.

ອະ​ດີ​ດພວກ​ເຈົ້າ​ໜ້າ​ທີ່​ສືບ​ລັບລະດັບ​ສູງຂອງ​ສະ​ຫະ​ລັດ ເຕືອນວ່າ ​ການ​ຮັ​ບ​ສາ​ລະ​ພາບ
​ຜິດ ໂດຍ​ອະ​ດີດ​ນັກ​ສຶກ​ສ​າ​ປະ​ລິນ​ຍາ​ໂທຂອງຣັດເຊຍ ແລະທີ່​ອ້າງ​ຕົນ​ເອງວ່າ ​ເປັນ​ນັກ
ເຄື່ອນໄຫວ​ເພື່ອສິດ​ທິ ໃນການ​ຖື​ປືນນັ້ນ ສົມ​ຄວນ​ເປັນ​ກ​ານ​ປຸກກະຕຸ້ນໃຫ້ຕື່ນ ກ່ຽວ​ກັບ
ຈຸດ​ປະສົງທີ່ທ້າທາຍຂອງວັງ​ເຄ​ຣມ​ລິນ ແລະ​ຄວາມອາດສາມາດ​ທີ່​ຈະ​ແຊ​ກ​ແຊງເຂົ້າໃນ
ລະ​ບົບ​ການເມືອງຂອງ​ສະ​ຫະ​ລັດ.

ນາງ​ມາ​ເຣຍ ບູ​ຕີ​ນາ ອາ​ຍຸ 30 ປີ ເກີດ​ຢູ່​ໃນເຂດໄຊ​ບີ​ເຣຍ ໄດ້​ຍອມ​ຮັບ​ຜິດ​ໃນ​ວັນ​ພະ​ຫັດ
​ທີ່​ຜ່ານ​ມາ ​ໃນ​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ຊຶ່ງນາງໄດ້ສາ​ລະ​ພາບ​ວ່າ ​ນາງ​ໄດ້​ເຮັດ​ວຽກກັບ
ເຈົ້າ​ໜ້າ​ທີ່​ຂັ້ນ​ສູງຂອງ​ຣັດ​ເຊຍ ແລະ​ຊາວ​ອາ​ເມ​ຣິ​ກັນ​ອີກ​ສອງ​ຄົນ ເພື່ອ​ແຊກ​ຊຶມເຂົ້າກັບ
ກຸ່ມ​ອະ​ນຸ​ລັກ​ນິ​ຍົມຕ່າງໆຂອງ​ສະ​ຫະ​ລັດ ແລະ​ພັກ​ຣີ​ພັບ​ບ​ລີກັນ ເພື່ອ​ຜົນ​ປະ​ໂຫຍດ​
ຂອງ​ຣັດ​ເຊຍ.

ຄວາມ​ພະ​ຍາ​ຍາມ​ຂອງ​ນາງ ອີ​ງ​ຕາມສຳນວນ​ຂອງ​ສານ ທີ່​ຮວມ​ທັງ​ ການເຂົ້າ​ຮ່ວມ​ໃນ​ງານລ້ຽງຕ່າງໆ ທີ່​ສະ​ມາ​ຄົມ​ປືນ​ຍາວແຫ່ງຊາດ ທີ່ເປັນກຸ່ມສະໜັບສະໜຸນສິດທິໃນການ
ຖືປືນ ແລະ​ໄດ້ຈັດງານ​ທີ່​ຮ້ອງ​ວ່າ“ຮັບ​ປະ​ທານ​ອາ​ຫານ​ຄ່ຳເພື່ອມິດຕະພາບ” ທີ່​ໄດ້ຊີ້ນຳ
ໂດຍ ທ່ານ​ອາ​ເລັກ​ຊານ​ເດີ​ຣ ທໍ​ຣ​ຊິນ ຮອງ​ຜູ້ວ່າ​ການ​ທະ​ນາ​ຄານ​ກາງ​ຣັດ​ເຊຍ ຜູ້ທີ່ມີ
ສາຍສຳພັນ​ ກັບ​ປະ​ທາ​ນາ​ທິ​ບໍ​ດີ​ຣັ​ດ​ເຊຍ ທ່ານ ວ​ລາ​ເດີ​ເມຍ ປູ​ຕິນ.

ນາງ​ມາ​ເຣຍ ບູ​ຕີ​ນາ ຍ່າງ​ຢູ່​ກັບ ທ່ານ ​ອາ​ເລັກ​ຊານ​ເດີ​ຣ ທໍຣໍ​ຊິນ ໃນເວ​ລາ​ນັ້ນ ​ທ່ານເປັນ​ສະ​ມາ​ຊິກ​ສະ​ພາ​ສູງ​ ຂອງຣັດ​ເຊຍ, ວັນ​ທີ 7 ກັນ​ຍາ 2012.

ຢູ່ທີ່​ງານເຕົ້າ​ໂຮມຊຸມນຸມນຶ່ງ ​ເມື່ອ​ປີ 2015 ນາງ ບູ​ຕີ​ນາ ​ຍັງສາ​ມາດ ສອບຖາມ ​ປະ​ທາ​
ນາ​ທິ​ບໍ​ດີ​ ດໍ​ໂນ​ລ ທ​ຣຳ ທີ່​ເປັນ​ຜູ້​ສະ​ໝັກເປັນປະທານາທິບໍດີ ໃນ​ເວ​ລາ​ນັ້ນ ກ່ຽວ​ກັບ
ເລື່ອງສາຍ​ສຳ​ພັນ​ ລະຫວ່າງ ສະ​ຫະ​ລັດ ແລະ​ຣັດ​ເຊຍ ຊຶ່ງໄດ້ກະຕຸ້ນ​ໃຫ້​ທ່ານ​ກ່າວໄປ​
ວ່າ ທ່ານ​ຄິດ​ວ່າ​ ທ່ານ​ຈະ “ຈະເຂົ້າກັນໄດ້ດີ​ກັບ” ປະ​ທາ​ນາ​ທິ​ບໍ​ດີ ປູ​ຕິນ.

ນາງ​ມາ​ເຣຍ ບູ​ຕິ​ນາ ນັກ​ເຄື​່ອນ​ໄຫວເພື່ອສິດ​ທິໃນການ​ຖື​ປືນ ກຳ​ລັງ​ເຝິກ​ຊ້ອມ​ຍິງ​ປືນ ຢູ່ສະໜາມ​ຍິງ​ປືນ ​ໃນ​ມົ​ສ​ກູ ຣັດ​ເຊຍ, ວັນ​ທີ 22 ເມ​ສາ 2012.

ອະ​ດີດ​ຜູ້ອຳນວຍການ ອົງການ​ສືບ​ລັບ​ແຫ່ງ​ຊາດ ທ່ານ​ເຈມ​ສ໌ ແຄລບ​ເປີ​ຣ ກ່າວ​ຕໍ່ ວີ​ໂອ​
ເອ ຜ່ານ​ທາງ​ອີ​ເມ​ລ ທີ່​ອ້າງ​ເຖິງ​ ບົດລາຍ​ງານ ໃນ​ເດືອນ​ມັງ​ກອນ 2017 ຂອງ​ສາມ​ອົງ​
ການ​ສືບ​ລັບ​ສູງ​ສຸດ​ຂອງ​ປະ​ເທດ ທີ່ບໍ່ເປັນຄວາມລັບອີກຕໍ່ໄປ ​ຊຶ່ງໄດ້ລວມທັງເລື່ອງທີ່ວ່າ
ທ່ານ​ປູ​ຕິນ ແລະ​ລັດ​ຖະ​ບານ​ຂອງຣັດ​ເຊຍ ມຸ້ງໝາຍຢາກຈະຊ່ອຍເຮັດ​ໃຫ້​ ການ​ເລືອກ​ຕັ້ງ
ອ່ຽງໄປໃນທາງທ່ານ​ທ​ຣຳ.

ທ່ານ​ ແຄລບ​ເປີ​ຣ ຜູ້​ທີ່​ໄດ້​ຕິ​ຕຽນ​ທ່ານ​ທ​ຣຳ​ ຢ່າງ​ເປີດ​ເຜີຍ ນັບ​ແຕ່​ໄດ້​ລາ​ອອກ​ຈາກ​ຕຳ​
ແໜ່ງ ໄດ້ກ່າວ​ວ່າ​ ການສາ​ລະ​ພາບ​ຂອງນາງ​ບູ​ຕີ​ນາ ເປັນ​ສິ່ງ​ທີ່ສຳ​ຄັນ​ຍິ່ງ ເພາະ​ວ່າ​ມັນ​
ສະ​ແດງ​ໃຫ້​ເຫັນວ່າ “ຄວາມພະຍາຍາມຂອງພວກຣັດ​ເຊຍ​ ໃນການແຊກແຊງເຂົ້າໃນ
ການເລືອກຕັ້ງ ​ປີ 2016 ແມ່ນຊໍ່ງໃດ.”

ອ່ານ​ຂ່າວ​ນີ້​ເພີ້ມ​ເປັ​ນ​ພາ​ສາ​ອັງ​ກິດ