ສະພາສູງ ຣັດເຊຍ ອະນຸມັດ ໃຫ້ໃຊ້ກຳລັງທະຫານ ໃນ ຊີເຣຍ

ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin (ກາງ) ປະທານກອງປະຊຸມ ສະພາຄວາມໝັ້ນຄົງ ຣັດເຊຍ.

ສະພາ​ສູງຣັດ​ເຊຍ ​ໄດ້​ໃຫ້ການອະນຸມັດ ຕໍ່​ຄຳ​ຮ້ອງ​ຂໍຂອງ
ປະທານ​າທິບໍດີ Vladimir Putin ​ໃຫ້​ສົ່ງກຳລັງທະ​ຫານໄປ
ຕ່າງປະ​ເທດ​ ເພື່ອປະຕິບັດງານຢູ່ ຊີເຣຍ ​ໃນການໃຫ້ຄວາມ​
ຊ່ວ​ຍເຫລືອ ແກ່ລັດຖະບານ​ຂອງ​ທ່ານ Basharal-Assad
ໃນ​ການສູ້​ລົບ​ ຕ້ານພວກ​ຫົວ​ຮຸນ​ແຮງລັດ​ອິສລາມ.

​ໂຄສົກຄົນນຶ່ງຂອງ​ລັດຖະບານ ກ່າວຕໍ່​ໂທລະພາບຂອງທາງ
ການ​ວ່າ ການ​ລົງ​ຄະແນນ​ສຽງ​ນີ້ ແມ່ນເຫັນ​ດີໃຫ້​ນຳໃຊ້​ກຳລັງ
​ທາງອາກາດຂອງຣັດເຊຍ ​ໃນຊີ​ເຣຍ.

ຣັດ​ເຊຍ ​ໄດ້​ເສີມກຳລັງ​ຂອງ​ຕົນ​ຢູ່ໃນຊີ​ເຣຍ ດ້ວຍ​ເຮືອບິນ​
ຖີ້ມລະ​ເບີດ ​ເຮືອບິນ​ລົບອາຍພົ່ນ ​ແລະ​ກອງ​ກຳລັງ ທີ່​ໄດ້​ໄປ​ເຖິງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ ຂອງຊີ​ເຣຍໃນໄລຍະບໍ່ເທົ່າ​ໃດ​ອາທິດ​ທີ່​ຜ່ານ​ມາ​ນີ້ ອີງ​ຕາມ​ລາຍ​ງາ​ນ​ເຈົ້າໜ້າ​ທີ່ທຳນຽບ
ຫ້າ​ແຈ.

​ໃນ​ວັນ​ຈັນ​ທີ່​ຜ່ານ​ມານີ້ ປະທານາທິບໍດີ Putin ​ໄດ້​ຖະ​ແຫລ​ງ​ເຖິງ​ການ​ເພີ້​ມບົດບາດຂອງ
ຣັດ​ເຊຍ ຢູ່​ໃນຊີ​ເຣຍ ໂດຍແຈ້ງໃຫ້ກອງ​ປະຊຸມສະມັດຊາ​ໃຫຍ່ສະຫະ​ປະຊາ​ຊາດຊາບວ່າ
ກໍາລັງ​ທະຫານ​ຊີ​ເຣຍຂອງປະທານາທິບໍດີ Assad ​ພວມ “ສູ້​ລົບ​ກັບ​ພວກ​ກໍ່​ການ​ຮ້າ​ຍແບບ
ເຊິ່ງໜ້າ ດ້ວຍຄວາມອົງອາດກ້າຫານ” ​ແລະ​ການປະຕິ​ເສດ​ ທີ່ຈະຮ່ວມມືກັບເຂົາ​ເຈົ້າ ແມ່ນ​
ເປັນ “ຄວາມ​ຜິດ​ພາດ​ອັນ​ໃຫຍ່​ຫລວງ​.” ທ່ານໄດ້​ຕິຕຽນປະເທດ​ຕາ​ເວັນ​ຕົກ ​ທີ່ໄດ້​ຕິດ​ອາ
ວຸດໃຫ້ພວກຕໍ່ຕ້ານລັດ ຖະບານ “ທີ່ນິຍົມແນວທາງປານກາງ” ​ຢູ່ໃນ​ຊີ​ເຣຍ ຜູ້​ທີ່​ທ່ານ​ກ່າວ
​ວ່າ ໄດ້​ເຂົ້າ​ຮ່ວມກຳລັງ ກັບ​ກຸ່ມ​ລັດ​ອິສລາມ.

​ກ່ອນໜ້ານັ້ນ ທ່ານ Putin ​ໄດ້​ກ່າວ​ຕໍ່​ການ​ສຳພາດ ​ກັບໂທລະພາບ ສະຫະລັດ ວ່າ ມົສກູ
ກຳລັງເພີ້ມການ​ປະຕິບັດ​ງານກັບ ປະທານາທິບໍດີ Assad ​ແລະພາຄີອື່ນໆຂອງ ຣັດເຊຍ
ຢູ່​ໃນ​ຂົງ​ເຂດ ​ແຕ່ກ່າວ​ວ່າ ທ່ານ​ບໍ່​ມີ​ແຜນ​ທີ່​ຈະ​ສົ່ງ​ກຳລັງ​ສູ້​ລົບໄປຊີເຣຍ ​ແລະ​ກ່າວ​ເພີ້​ມວ່າ “ຢ່າງ​ນ້ອຍ​ກໍໃນ​ປັດຈຸບັນນີ້.”

ທ່ານ Putin ​ໄດ້​ກ່າວ​ວ່່າ ທ່ານ Assad ຕ້ອງ​ກຳ​ອໍາ​ນາດຕໍ່ໄປເພື່ອ​ຕໍ່ສູ້​ກັບພວກ​ກໍ່​ການ​ຮ້າຍ.

​ແຕ່ສະຫະລັດ ​ໄດ້​ກົດດັນ​ໃຫ້ປະທານາທິບໍດີ Assad ລົງຈາກອຳນາດ. ປະທາ ນາທິບໍດີ
ສະຫະລັດທ່ານ Barack Obama ກ່າວ​ຢູ່​ກອງ​ປະຊຸມ​ສະມັດຊາ​ໃຫຍ່ ສະຫະ​ປະຊາ​ຊາດ
​ວ່າ ທ່ານ Assad ໄດ້“ຖີ້ມລະເບີດຖັງ​ລົງໃສ່​ປະຊາຊົນ​ຂອງ​ຕົນ​ເອງ” ​ແລະຮຽກ​ຮ້ອງ​ໃຫ້
ໂອນອຳນາດໃນ​ການ​ປົກຄອງ​ ໃຫ້ແກ່ຄົນອື່ນ.

Your browser doesn’t support HTML5

Russia Syria