ເທີກີ ໄດ້ຮຽກຕົວໃຫ້ເອກອັກລັດຖະທູດຣັດເຊຍ ປະຈຳເທີກີ
ໃຫ້ເຂົ້າພົບເປັນຄັ້ງທີ 2 ໃນວັນຈັນວານນີ້ ຫຼັງຈາກອັນທີ່ກະ
ຊວງການຕ່າງປະເທດໄດ້ກ່າວວ່າ ເຮືອບິນລົບຂອງຣັດເຊຍ
ໄດ້ລະເມີດເຂດນ່ານຟ້າ ຂອງເທີກີ ເປັນຄັ້ງທີ 2 ທີ່ຢູ່ໃກ້ກັບ
ຊາຍແດນຊີເຣຍ ນັ້ນ.
ຕອນທຳອິດເທີກີ ໄດ້ທຳການປະທ້ວງຕໍ່ເອກອັກລັດຖະທູດ
ຣັດເຊຍ ແລະໄດ້ເຕືອນເຖິງຜົນກະທົບທີ່ຈະຕາມມາ ກ່ຽວກັບ
ການລະເມີດຕື່ມອີກໃດໆໃນອະນາຄົດ ຫຼັງຈາກທີ່ເຮືອບິນ
ອາຍພົ່ນຂອງຣັດເຊຍໄດ້ບິນເຂົ້າໄປໃນດິນແດນເທີກີ ໃນວັນ
ເສົາຜ່ານມານີ້. ກະຊວງການຕ່າງປະເທດໄດ້ກ່າວວ່າ ຄັ້ງທີ 2
ແມ່ນການລ່ວງລະເມີດ ຊຶ່ງໄດ້ມີຂຶ້ນໃນວັນອາທິດແລ້ວນີ້.
ຂົງເຂດຂອງຊີເຣຍ ທີ່ຢູ່ໃນການຄວບຄຸມ ວັນທີ 27 ກັນຍາ 2015
ກະຊວງປ້ອງກັນປະເທດຣັດເຊຍ ໄດ້ກ່າວໃນວັນຈັນວານນີ້ວ່າ ອຸບປະຕິເຫດດັ່ງກ່າວນັ້ນ ແມ່ນເປັນຍ້ອນສະພາບອາກາດບໍ່ດີຢູ່ໃນຂົງເຂດ, ແລະກໍບໍ່ມີເຫດຜົນ ທີ່ຈະຕ້ອງຊອກຫາ ທິດສະດີໃນການສົມຮູ້ຮ່ວມຄິດໃດໆ.
ເລຂາທິການອົງການເນໂຕ ທ່ານ Jens Stoltenberg ໄດ້ບອກກັບພວກນັກຂ່າວໃນວັນອັງຄານມື້ນີ້ວ່າ ການລະເມີດທີ່ວ່ານີ້ ບໍ່ເບິ່ງຄືວ່າ ເປັນອຸບປະຕິເຫດເລີຍ.
ທ່ານ Stoltenberg ໄດ້ກ່າວວ່າ: “ຂ້າພະເຈົ້າຈະບໍ່ສັນນິຖານໃດໆ ກ່ຽວກັບຈຸດປະສົງ,
ຂ້າພະເຈົ້າພຽງແຕ່ຢາກກ່າວຢ້ຳຫຼືເວົ້າຄືນອີກຕື່ມ ນີ້ແມ່ນການລະເມີດຢ່າງແທ້ຈິງຕໍ່ເຂດ
ນ່ານຟ້າຂອງເທີກີ, ມັນບໍ່ຄວນຈະເກີດຂຶ້ນອີກ, ອົງການເນໂຕ ໄດ້ສະແດງອອກຄວາມ
ເປັນເອກກະພາບຢ່າງແຂງຂັນກັບເທີກີ.”
ຈາກຊ້າຍ ຫາຂວາ ນຍ. ທ່ານນາງ Angela Merkel, ປ. ຣັດເຊຍ ທ່ານ Vladimir Putin, ປ. ຢູເຄຣນ ທ່ານ Petro Poroshenko ແລະປ. ຝຣັ່ງ ທ່ານ Hollande ພົບປະກັນໃນກອງປະຊຸມ ທີ່ນະຄອນຫຼວງ Paris, ຝຣັ່ງ ວັນທີ 2 ຕຸລາ 2015.
ທ່ານໄດ້ກ່າວເພີ່ມຕື່ມວ່າ: “ການເພີ່ມກອງກຳລັງທະຫານຂອງຣັດເຊຍ ໃນຊີເຣຍໄດ້ເຮັດໃຫ້ມີຄວາມເປັນຫວ່ງເປັນໃຍເພີ່ມຂຶ້ນ ເພາະວ່າຣັດເຊຍໄດ້ໂຈມຕີ ບໍ່ ພຽງແຕ່ພວກນັກລົບກຸ່ມລັດອິສລາມເທົ່ານັ້ນ ແຕ່ຍັງໂຈມຕີກຸ່ມຕໍ່ຕ້ານລັດຖະບານອື່ນໆ ແລະພວກພົນລະເຮືອນກໍໄດ້ເສຍຊີວິດໄປຫຼາຍຄົນແລ້ວ ເຊັ່ນກັນ.”
ເຮືອບິນຣັດເຊຍ ໄດ້ທຳການໂຈມຕີທາງອາກາດໃນຊີເຣຍ ນັບຕັ້ງແຕ່ສັບປະດາທີ່ແລ້ວນີ້ ທີ່ໄດ້ແນເປົ້າໝາຍໃສ່ທັງພວກນັກລົບຂອງກຸ່ມລັດອິສລາມ ແລະພວກທີ່ຣັດເຊຍເອີ້ນວ່າ “ກຸ່ມກໍ່ການຮ້າຍ.” ປະທານາທິບໍດີຊີເຣຍ ທ່ານ Bashar al-Assad ທີ່ເປັນພາຄີກັບຣັດເຊຍ ມັກໃຊ້ຄຳວ່າ “ພວກກໍ່ການຮ້າຍ” ເພື່ອກ່າວເຖິງພວກຕໍ່ຕ້ານລັດຖະບານ ທີ່ໄດ້ສູ້ລົບ
ກັບລັດ ຖະບານມາໄດ້ຫຼາຍກວ່າ 4 ປີແລ້ວນັ້ນ.
Your browser doesn’t support HTML5
Carter, Lavrov Comment on Syria Strikes