ກຸ່ມລັກເຈາະຂໍ້ມູນ ຂອງຣັດເຊຍ ອ້າງເອົາການໂຈມຕີ ຕໍ່ບໍລິສັດມືຖື ຂອງຢູເຄຣນ

  • ວີໂອເອ

ແມ່ຍິງຄົນນຶ່ງ ຍ່າງຜ່ານຮ້ານຄ້າຂອງບໍລິສັດການຄົມມະນາຄົມສື່ສານ ກີຢິບສຕາ ຂອງ ຢູເຄຣນ, ທ່າມກາງການໂຈມຕີຕໍ່ ຢູເຄຣນ ຂອງ ຣັດເຊຍ, ໃນນະຄອນຫຼວງກີຢິບ, ວັນທີ 12 ທັນວາ 2023.

ຢູເຄຣນເຊື່ອວ່າ ກຸ່ມລັກເຈາະຂໍ້ມູນຂອງຣັດເຊຍ ເຮັດວຽກກັບອົງການສືບລັບທາງທະຫານຂອງຣັດເຊຍ, ເຊິ່ງໄດ້ອ້າງເອົາຄວາມຮັບຜິດຊອບໃນການໂຈມຕີທາງໄຊເບີ້ ທີ່ແນເປົ້າໃສ່ ກີຢິບສຕາ (Kyivstar), ເຊິ່ງເປັນບໍລິສັດໂທລະສັບມືຖືທີ່ໃຫຍ່ທີ່ສຸດຂອງຢູເຄຣນ.

ອົງການບໍລິການຄວາມໝັ້ນຄົງຂອງຢູເຄຣນ ຫຼື SBU ກ່າວໃນວັນພຸດວານນີ້ວ່າ ພວກເຂົາເຈົ້າກໍາລັງເຮັດວຽກເພື່ອສ້ອມແປງເຄືອຂ່າຍຂອງ ກີຢິບສຕາ.

ການ​ໂຈມ​ຕີ​ດັ່ງກ່າວ​ ໄດ້​ເກີດ​ຂຶ້ນ​ໃນ​ວັນ​ອັງຄານແລ້ວ​ນີ້ ​ແລະ​ໄດ້ເຮັດໃຫ້​ເຄືອ​ຂ່າຍຜູ້​ໃຊ້ 24 ລ້ານ​ຄົນ​ຂອງ ກີຢິບສຕາ ພັງ, ສົ່ງຜົນ​ໃຫ້ພວກ​ເຂົາ​ເຈົ້າ​ບໍ່​ສາ ມາດ​ລົມ​ໂທລະສັບ ຫລື ​ໄດ້​ຮັບ​ການ​ແຈ້ງ​ເຕືອນ​ໃດໆກ່ຽວກັບການ​ໂຈມ​ຕີ, ລຸນຫລັງການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ​ທີ່​ເຮັດ​ໃຫ້ມີຜູ້ໄດ້ຮັບບາດເຈັບ 50 ຄົນ​.

ກຸ່ມລັກເຈາະຂໍ້ມູນ ໂຊລເຊັບຢອກ (Solntsepyok), ໄດ້ອ້າງເອົາຄວາມຮັບ ຜິດຊອບຕໍ່ການໂຈມຕີທາງສື່ສັງຄົມເຕເລກຣາມ, ບ່ອນທີ່ມັນຍັງໄດ້ໂພສຮູບຫນ້າຈໍທີ່ສະແດງວິທີເຂົ້າເຖິງເຄືອຂ່າຍບໍລິການຂອງ ກີຢິບສຕາ.

ຂໍ້ຄວາມທີ່ໂພສລົງໃນເຕເລກຣາມ ກ່າວວ່າ "ພວກເຮົາໄດ້ໂຈມຕີ ກີຢິບສຕາ ເນື່ອງຈາກວ່າບໍລິສັດດັ່ງກ່າວ ສະຫນອງການສື່ສານ ໃຫ້ແກ່ກອງ​ທັບຢູເຄຣນ, ເຊັ່ນດຽວກັບອົງການຈັດຕັ້ງຂອງລັດຖະບານ ແລະກອງກໍາລັງຮັກສາຄວາມປອດໄພຂອງ ຢູເຄຣນ, ເຖິງໜ່ວຍງານທາງການຕ່າງໆ ທີ່ກໍາລັງຊ່ວຍເຫຼືອກອງທັບ ຂອງ ຢູເຄຣນ: ຈົ່ງກຽມພ້ອມ!"

Your browser doesn’t support HTML5

Cyberattack Targets Ukraine's Largest Mobile Network Operator

ອ່ານຂ່າວນີ້ເປັນພາສາອັງກິດ