ນາຍພົນຣັດເຊຍ ຖືກລະບຸວ່າ ເປັນຜູ້ກ່ຽວຂ້ອງ ສຳຄັນ ໃນການຍິງ ຖ້ຽວບິນ MH17

ລາຍຊື່ຂອງຜູ້ເຄາະຮ້າຍ ລະຫວ່າງການເປີດ ອະນຸສາວະຣີ ແຫ່ງຊາດ ສຳລັບຖ້ຽວບິນ MH17 ທີ່ເມືອງ ວີທິອູເຊັນ ປະເທດເນເທີແລນ ວັນທີ 17 ກໍລະກົດ 2017.

ກຸ່ມ​ສືບສວນ​ສາກົນ​ທີ່​ໜ້າ​ນັບຖື​ກຸ່ມ​ນຶ່ງກ່າວ​ວ່າ ຕົນ​ໄດ້ລະ​ບຸ​ວ່ານາຍ​ພົນ​ອາວຸ​ໂສຣັດ​ເຊຍ
ຄົນ​ນຶ່ງ ​ເປັນ​ຜູ້​ມີສ່ວນກ່ຽວ​ຂ້ອງ ​ກັບ​ການ​ຍິງເຮືອບິນ​ໂດຍສານ ​ພົນລະ​ເຮືອນ​ຕົກ ຢູ່ພາກ​
ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ ​ໃນ​ປີ 2014.

ກຸ່ມ​ສືບສວນແບ​ວລິງ​ແຄ​ັຕ ທີ່​ໄດ້​ໃຊ້​ເຄື່ອງ​ເທັກ​ນິກດີ​ຈີ​ທອນທີ່​ທັນ​ສະ​ໄໝ ​ເພື່ອ​ວິ​ເຄາະ
ແຫ​ລ່ງບັນທຶກຕ່າງໆ ​ແລະ​ຂໍ້​ມູນ​ຮູບ​ພາບ ​ໄດ້​ອອກ​ລາຍ​ງານ​ໃນ​ວັນ​ທີ 8 ​ເດືອນ​ທັນວາ
ກ່າວຫາ​ວ່າ ຜູ້​ຊາຍ​ທີ່ລະບຸຢູ່​ໃນການ​ສື່ສານ​ທີ່​ຈັບ​ໄດ້​ ທີ່ມີ​ຊື່ວ່າ “​ດໍຣ​ຟິນ” ນັ້ນ ແມ່ນພັນ​
ເອກ​ເບ້ຍ​ບໍ​ານານຂອງຣັດເຊຍ ນາຍ​ພົນນິ​ໂກ​ລາຍ ​ແທກ​ຢອຟ ຜູ່​ຊຶ່ງໃນ​ປັດຈຸບັນ​ນີ້​ຮັບ
​ໜ້າທີ່​ເປັນ​ຫົວໜ້າ​ກວດ ​ຢູ່​ເຂດທະຫານພາກ​ກາງ ຂອງກ​ອງທັບຣັດ​ເຊຍ.

ຄະນະ​ສືບ​ສວນ​ຮ່ວມ ພາຍ​ໃຕ້​ການ​ນຳພາ​ຂອງເນເທີແລນຫລື (JIT) ທີ່​ສືບສວນ​ການ
​ຍິງ​ຖ້ຽວບິນ​ MH17 ຂອງສາຍການບິນມາ​ເລ​ເຊຍ​ຕົກ ຢູ່ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​
ເຄຣນ ​ແລະ​ໄດ້​ອອກ​ຜົນການ​ຄົ້ນພົ​ບ​ຂອງຕົນ ໃນ​ເດືອນ​ກັນ​ຍາປີ 2016 ທີ່​ໄດ້​ເຜີຍແຜ່
ສຽງ​ບັນທຶກ ​ໃນການລົມກັນ ຂອງ 5 ຄົນທີ່ຈັບໄດ້ ຊຶ່ງລະບຸວ່າ ໃຊ້ນາມແຝງວ່າ ດໍຣຟິນ
ແລະ​ອໍຣິອອນ.

ຮູບພາບຖ່າຍໃນວັນທີ 23 ກໍລະກົດ 2014 ສະແດງໃຫ້ເຫັນ ເຮືອບິນມາເລເຊຍ ຖ້ຽວບິນ MH17 ທີ່ຖືກຍິງຕົກ ຢູ່ທົ່ງນາໃກ້ໝູ່ບ້ານ ກຣາໂບບ ຂົງເຂດໂດແນັດ.

ຄະນະສືບສວນ JIT ກຳລັງຊອກຫາຂໍ້ມູນເພີ້ມຕື່ມ ກ່ຽວກັບພວກຜູຸ້ຊາຍຈຸດັ່ງກ່າວ ເຖິງ
ແມ່ນຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ເຂົາເຈົ້າອາດຈະມີບົດບາດແນວໃດກ່ຽວກັບການ
ຍິງເຮືອບິນໂດຍສານທີ່ວ່ານີ້.

ຄະນະສືບສວນ JIT ກ່າວ​ຢູ່​ໃນຖະ​ແຫລ​ງການວັນ​ທີ 8 ເດືອນທັນວານີ້ວ່າ ​ຕົນ “​ໄດ້​ບັນ
ທຶກ” ລາຍ​ງານ​ເບີ​ລິງ​ແຄັ​ຄ ​ແຕ່​ໄດ້​ບໍ່ຍອມໃຫ້ຄວາມເຫັນເພີ້ມຕື່ມ.

ຖ້ຽວບິນ MH17 ​ໄດ້ຖືກ​ຍິງ​ຕົກ​ ຢູ່​ໃນ​ເຂດໂດ​ແນັດ ​ທີ່ມີການຂັດແຍ້ງ ຂອງຢູເຄຣນ ​ໃນ
ວັນ​ທີ 17 ກໍລະກົດ ປີ 2014 ເຮັດໃຫ້ຜູ້​ໂດຍສານ ແລະພະນັກງານທັງໝົດ 298 ຄົນຢູ່
​ເທິງ​ເຮືອບິນດັ່ງກ່າວ ເສຍຊີວິດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ