ສານຢູ່ຣັດເຊຍໄດ້ປະຕິເສດການປະກັນໂຕຜູ້ຊາຍອາເມຣິກັນ ທີ່ກຳລັງຖືກກັກໂຕ ໃນ
ຂໍ້ກ່າວຫາສືບລັບ.
ທ່ານພອລ ວີແລນ ອະດີດທະຫານມາຣິນ ໄດ້ໄປປາກົດໂຕຢູ່ສານໃນນະຄອນຫຼວງ
ມົສກູ ໃນວັນອັງຄານວານນີ້ ເພື່ອຂໍອຸທອນ ຕໍ່ການກັກຂັງຂອງທ່ານ ຫຼັງຈາກໄດ້ຖືກ
ຈັບໃນຖານສົງໄສເປັນສອດແນມ ເມື່ອເດືອນທັນວາທີ່ຜ່ານມາ.
ຜູ້ພາກສາ ໄດ້ຕັດສິນໃຫ້ ທ່ານວິແລນ ຕ້ອງຢູ່ໃນຄຸກຢ່າງໜ້ອຍຈົນກວ່າທ້າຍເດືອນກຸມ
ພາ. ຖ້າຫາກຖືກພົບເຫັນວ່າມີຄວາມຜິດໃນການສືບລັບ ທ່ານອາດຈະຖືກຕັດສິນ
ລົງໂທດ ໃຫ້ຕິດຄຸກເຖິງ 20 ປີ.
ນ້ອງຊາຍຝາແຝດຂອງທ່ານວີແລນ ຄືທ່ານເດວິດ ໄດ້ອອກຖະແຫຼງການຂອງຄອບຄົວ
ຫຼັງຈາກການດຳເນີນຄະດີຂອງສານໄດ້ສິ້ນສຸດລົງ.
“ໃນຂະນະທີ່ພວກເຮົາຍັງຂາດລາຍລະອຽດໃດໆຈາກລັດຖະບານຣັດເຊຍ ກ່ຽວກັບວ່າ
ເປັນຫຍັງ ທ່ານພອລ ຈຶ່ງຄິດວ່າເປັນນັກສືບ ແລະແມ່ນໃຜເປັນຜູ້ກ່າວຫາລັກເອົາຄວາມ
ລັບຂອງປະເທດຕໍ່ລາວ ພວກເຮົາແນ່ນອນວ່າ ລາວຖືກກັ່ນແກ້ງ ແລະບໍ່ມີຄວາມຜິດໃນ
ການສືບລັບ. ໂຊກບໍ່ດີ ການຕັດສິນມື້ນີ້ພຽງແຕ່ຢັ້ງຢືນວ່າ ທ່ານພອລ ຍັງຈະຖືກກັກຂັງ
ທີ່ບໍ່ມີຄວາມຜິດ ຢູ່ຕໍ່ໄປອີກຫຼາຍເດືອນ.”
ຖະແຫຼງການກ່າວວ່າ ທ່ານພອລ ມີຄວາມເປັນຫ່ວງກ່ຽວກັບສຸຂະພາບຂອງທ່ານ ແລະ
ຄວາມສາມາດທີ່ຈະເປັນປາກເປັນສຽງໃຫ້ແກ່ຕົນເອງໂດຍໃຊ້ພາສາອັງກິດ ໃນຂະນະ
ທີ່ຖືກກັກຂັງຢູ່ນັ້ນ.
ໂຄສົກຄົນນຶ່ງທີ່ກະຊວງຕ່າງປະເທດສະຫະລັດ ໄດ້ກ່າວຕໍ່ວີໂອເອ ໃນວັນອັງຄານວານ
ນີ້ວ່າ ພວກເຈົ້າໜ້າທີ່ການທູດ “ກຳລັງພາກັນຕິດຕາມຢ່າງໃກ້ຊິດ” ເບິ່ງຄະດີຂອງທ່ານ
ພອລ ແລະບັນດາຜູ້ຕາງໜ້າສະຖານທູດສະຫະລັດ ໄດ້ໄປຮ່ວມ ໃນການໄປປາກົດໂຕ
ຢູ່ສານຂອງທ່ານວີແລນ ໃນວັນອັງຄານວານນີ້.
ໂຄສົກກ່າວວ່າ ສະຫະລັດຈະສືບຕໍ່ຮຽກຮ້ອງໃຫ້ຣັດເຊຍ ປະຕິບັດຕາມກົດໝາຍສາກົນ
ແລະສະໜອງຢ່າງວ່ອງໄວ ເປັນທຳ ແລະໂປ່ງໃສ່ກ່ຽວກັບຂັ້ນຕອນໃນດ້ານຕຸລາການ
ແກ່ຜູ້ຖືກກັກຂັງທີ່ເປັນຄົນສັນຊາດສະຫະລັດທັງໝົດຢູ່ໃນຣັດເຊຍ.