ເຢຍ​ຣະ​ມັນ​ ຈະ​ຕັ້ງ​ລັດ​ຖະ​ບານ​ໃໝ່​ ໃນ​ອາ​ທິດ​ໜ້າ ຫຼັງ​ຈາກ 3 ພັກ​ການ​ເມືອງ ​ຕົກ​ລົງ​ກັນ

ນາຍົກລັດຖະມົນຕີ ເຢຍຣະມັນ ທ່ານນາງ ແອນເຈີລາ ເມີໂກລ໌,​ຊ້າຍ, ຮັບຊໍ່ດອກໄມ້ຈາກຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ ທ່ານ ໂອລາຟ ໂຊລສ໌, ຂວາ, ກ່ອນກອງປະຊຸມຄະນະລັດຖະມົນຕີ, ນະຄອນຫຼວງ ເບີລິນ, ເຢຍຣະມັນ. 24 ພະຈິກ, 2021.

ປະເທດ ເຢຍຣະມັນ ຈະມີລັດຖະບານໃໝ່ໃນເດືອນໜ້າ ຫຼັງຈາກສາມພັກການເມືອງໄດ້ຕົກລົງກັນໃນອາທິດນີ້ທີ່ຈະຕັ້ງລັດຖະບານປະສົມ, ຂັບໄລ່ພັກທີ່ກຳລັງປົກຄອງປະເທດ ປະຊາທິປະໄຕ ຄຣິສ ຕຽນ, ເຊິ່ງແມ່ນພັກການເມືອງຂອງນາຍົກລັດຖະມົນຕີທີ່ກຳລັງພົ້ນຈາກຕຳແໜ່ງ ທ່ານນາງ ແອນເຈີລາ ເມີໂກລ໌. ລັດຖະບານໃໝ່ພາຍໃຕ້ທ່ານ ໂອລາຟ ໂຊລສ໌ (Olaf Scholz) ຈະປະເຊີນກັບການທົດສອບແຕ່ຕອນເລີ່ມຕົ້ນ ກ່ຽວກັບ ນະໂຍບາຍຕ່າງປະເທດ, ໃນຂະນະທີ່ ຣັດເຊຍ ໄດ້ສົ່ງກອງທະຫານຫຼາຍສິບພັນຄົນໄປເຂດຊາຍແດນທາງພາກຕາເວັນອອກຂອງ ຢູໂຣບ.

ບັນດາສະມາຊິກ ຂອງພັກປະຊາທິປະໄຕສັງຄົມ ຫຼື SDP, ເຊິ່ງໄດ້ຊະນະຄະແນນສຽງສູດສຸດຮ່ວມກັນຢ່າງຫວຸດຫວິດໃນການເລືອກຕັ້ງຂອງເດືອນກັນຍາທີ່ຜ່ານມານັ້ນ, ໄດ້ຕົກລົງທີ່ຈະນຳພາລັດຖະບານປະສົມຄຽງຂ້າງພັກສີຂຽວ ແລະ ປະຊາທິປະໄຕເສລີ. ຜູ້ນຳພັກ SDP ທ່ານ ໂຊລສ໌, ຜູ້ທີ່ຈະເປັນນາຍົກລັດຖະມົນຕີຄົນຕໍ່ໄປຂອງ ເຢຍຣະມັນ ນັ້ນ, ໄດ້ສັນຍາທີ່ຈະເສີມຂະຫຍາຍຄວາມແຂງແກ່ນໃຫ້ບັນດາພັນທະມິດທີ່ມີຢູ່ຂອງ ເຢຍຣະມັນ ໃນການກ່າວຄຳປາໄສເມື່ອວັນພຸດທີ່ຜ່ານມາ.

ທ່ານ ໂຊລສ໌ ໄດ້ກ່າວໃນນະຄອນຫຼວງ ເບີລິນ ວ່າ “ມິດຕະພາບຂອງພວກເຮົາກັບ ຝຣັ່ງ, ການເປັນຄູ່ຮ່ວມຂອງພວກເຮົາກັບ ສະຫະລັດ ແລະ ຄຳໝັ້ນສັນຍາຕໍ່ສັນຕິພາບ ແລະ ຄວາມຈະເລີນຮັ່ງມີຢູ່ໃນໂລກແມ່ນເສົາຫຼັກທີ່ນະໂຍບາຍການຕ່າງປະເທດຂອງພວກເຮົາໄດ້ອີງໃສ່.”

ສັນຕິພາບທີ່ວ່ານັ້ນປາກົດວ່າຈະແຕກຫັກໄດ້ງ່າຍຍິ່ງຂຶ້ນຢູ່ເຂດຊາຍແດນທາງພາກຕາເວັນອອກຂອງ ຢູໂຣບ. ຣັດເຊຍ ໄດ້ສົ່ງກຳລັງທະຫານປະມານ 90,000 ຄົນ ພ້ອມກັບເຄື່ອງມືທາງທະຫານໄປຢູ່ໃກ້ກັບເຂດຊາຍແດນຂອງເຂົາເຈົ້າຕິດກັບ ຢູເຄຣນ ແລະ ໄດ້ສືບຕໍ່ທີ່ຈະສະໜັບສະໜູນພວກກະບົດແບ່ງແຍກດິນແດນໃນພາກພື້ນ ດອນບາສ ຂອງ ຢູເຄຣນ.

ໃນວັນພະຫັດວານນີ້, ທ່ານນາງ ເມີໂກລ໌ ໄດ້ເຕືອນກ່ຽວກັບມາດຕະການລົງໂທດທີ່ໜັກກວ່າເກົ່າ.

ທ່ານນາງໄດ້ກ່າວຕໍ່ບັນດານັກຂ່າວວ່າ “ຖ້າມີການຮຸກຮານເພີ່ມເຕີມໃດໆຕໍ່ອຳນາດອະທິປະໄຕຂອງ ຢູເຄຣນ ຈະມີຜົນຕາມມາທີ່ຮ້າຍແຮງ. ນັ້ນແມ່ນຊັດເຈນຢ່າງສິ້ນເຊີງ.”

ຣັດເຊຍ ຍັງໄດ້ສະໜັບສະໜູນ ເບລາຣຸສ, ເຊິ່ງ ຢູໂຣບ ໄດ້ກ່າວຫາ ກ່ຽວກັບ ການສ້າງວິກິດການຜູ້ຍົກຍ້າຍຖິ່ນຖານ ຢູ່ເຂດຊາຍແດນຂອງເຂົາເຈົ້າຕິດກັບ ໂປແລນ. ສະນັ້ນລັດຖະບານໃໝ່ຂອງ ເຢຍຣະມັນ ຈະຮັບມືກັບສິ່ງທ້າທາຍດ້ານຄວາມປອດໄພພວກນີ້ໄດ້ແນວໃດ?

ອ່ານຂ່າວນີ້ເປັນພາສາອັງກິດ