ກອງທັບຢູເຄຣນກ່າວໃນວັນພຸດມື້ນີ້ວ່າ ຕົນໄດ້ທຳລາຍກຳປັ່ນຍົກພົນຂຶ້ນບົກຂະໜາດໃຫຍ່ ຂອງກອງທັບເຮືອຣັດເຊຍ ທີ່ຈອດຢູ່ໃນຂົງເຂດທະເລດຳ ໃກ້ກັບແຫຼມໄຄຣເມຍ ທີ່ຣັດເຊຍຢຶດຄອງ.
ກອງທັບຢູເຄຣນໄດ້ລະບຸ ກຳປັ່ນຂອງຣັດເຊຍຊື່ວ່າ ຊີຊາ ຄູນິຄອບ (Caesar Kunikov), ແລະກ່າວວ່າ ໃນເວລາທໍາການໂຈມຕີນັ້ນ ມັນຈອດຢູ່ໃນເຂດນ່ານນ້ຳ ໃກ້ກັບເມືອງອາລຸບກາ (Alupka).
ຍັງບໍ່ທັນມີການສະແດງຄວາມຄິດເຫັນໃດໆໃນທັນທີ ຈາກຣັດເຊຍ.
ກອງກໍາລັງຂອງຢູເຄຣນ ໄດ້ທຳລາຍກອງກຳປັ່ນທະເລດໍາຫຼາຍລໍາຂອງຣັດເຊຍ ນັບຕັ້ງແຕ່ ຣັດເຊຍ ດໍາເນີນການໂຈມຕີ ຢູເຄຣນ ຢ່າງເຕັມອັດຕາ ເປັນເວລາເກືອບສອງປີທີ່ຜ່ານມາ.
ຕຶກອາຄານອາພາດທ໌ເມັນຫຼັງນຶ່ງ ໄດ້ຮັບຄວາມເສຍຫາຍລຸນຫຼັງການໂຈມຕີ, ທ່າມກາງການຮຸກຮານຢູເຄຣນຂອງຣັດເຊຍ, ຕັ້ງຢູ່ບໍລິເວນ ເຊລີໂດບ (Selydove), ພາກພື້ນໂດເນດສ໌, ຢູເຄຣນ, ໄດ້ຮັບການເຜີຍແຜ່ອອກມາໃນວັນທີ 14 ກຸມພາ 2024. (Vadym Filashkin via Telegram/Handout via REUTERS).
ກະຊວງປ້ອງກັນປະເທດຂອງຣັດເຊຍລາຍງານວ່າ, ກອງກຳລັງປ້ອງກັນທາງອາກາດຂອງຕົນ ໄດ້ທຳລາຍເຮືອບິນບໍ່ມີຄົນຂັບຂອງຢູເຄຣນ 9 ລຳ ໃນຕອນກາງຄືນ, ໃນນັ້ນລວມມີ 6 ລຳຢູ່ບໍລິເວນທະເລດຳ.
ກະຊວງປ້ອງກັນປະເທດຂອງຣັດເຊຍ ກ່າວວ່າ ເຮືອບິນບໍ່ມີຄົນຂັບອີກສອງລຳໄດ້ຖືກສະກັດກັ້ນຢູ່ບໍລິເວນພາກພື້ນເບລໂກຣອດ (Belgorod), ໃນຂະນະທີ່ຈໍານວນນຶ່ງ ຖືກທຳລາຍຢູ່ບໍລິເວນເມືອງໂວໂຣເນສ (Voronezh).