ການໂຈມຕີຂອງຣັດເຊຍ ໃກ້ເຂດແນວໜ້າດ້ານຕາເວັນອອກຂອງຢູເຄຣນ ເຮັດໃຫ້ມີຜູ້ບາດເຈັບ 13 ຄົນ

  • ວີໂອເອ

ເຈົ້າໜ້າທີ່ຕຳຫຼວດ ກວດກາເບິ່ງຄວາມເສຍຫາຍ ຕໍ່ພື້ນທີ່ອຸດສາຫະກຳ ໃນນະຄອນຫຼວງກີຢິບຂອງຢູເຄຣນ, ຫຼັງຈາກການໂຈມຕີດ້ວຍລູກສອນໄຟຄັ້ງໃຫຍ່ ໃນຊ່ວງຂ້າມຄືນ ໃສ່ຢູເຄຣນ ວັນທີ 21 ກັນຍາ 2023

ການ​ໂຈມ​ຕີ​ຂອງຣັດເຊຍໃສ່ເມືອງທາງ​ພາກ​ຕາ​ເວັນ​ຕົກ​ຂອງເຂດໂດເນດ ໃກ້​ກັບແນວໜ້າ​ທາງພາກຕາເວັນອອກຂອງ​ຢູ​ເຄ​ຣນ ​ເຮັດ​ໃຫ້ 13 ຄົນ​ໄດ້​ຮັບ​ບາດ​ເຈັບ, ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ​ກ່າວ ໃນຕອນເຊົ້າວັນສຸກ ໃນຢູເຄຣນ.

ການ​ໂຈມ​ຕີ​ທາງ​ອາກາດ​ສອງ​ຄັ້ງ​ ໃສ່​ເມືອງ​ດັ່ງກ່າວ​ໄດ້​ເຮັດ​ໃຫ້​ເກີດ​ໄຟ​ໄໝ້, ຫົວໜ້າ​ບໍລິຫານ​ຂອງ​ເມືອງ ຄູຣາຄັບ (Kurakhove) ທ່ານ ໂຣມັນ ປາດຸນ (Roman Padun) ກ່າວ​ຕໍ່​ວິທະຍຸ​ກະຈາຍສຽງ ຊັສປິນ (Suspilne).

​ໃນ​ວັນ​ພະຫັດ​ວານ​ນີ້ ກອງທັບ​ຢູ​ເຄຣນ ກ່າວ​ວ່າ ກໍາລັງ​ຂອງ​ຕົນ​ໄດ້​ໂຈມ​ຕີ​ຖານ​ທັບ​ອາກາດ​ຂອງຣັດ​ເຊຍ ຢູ່​ໃນເຂດໄຄຣເມຍ (Crimea) ຊຶ່ງເຈົ້າ​ໜ້າ​ທີ່ ທີ່​ຣັດ​ເຊຍ​ຕັ້ງຂຶ້ນ​ ຢູ່​ໃນ​ແຫຼມທີ່​ໄດ້ຣັດເຊຍ​ໄດ້​ຜະ​ໜວກເອົາ​ ໂຕ້​ແຍ້ງ​ກ່ຽວ​ກັບ​ເລື້ອງນີ້.

​ໃນ​ຂະນະ​ດຽວ​ກັນ ບັນດາ​ເຈົ້າ​ໜ້າ​ທີ່​ຢູ​ເຄຣນ ກ່າວ​ໃນ​ວັນ​ພະຫັດ​ວ່າ ກອງ​ກຳລັງ​ຣັດ​ເຊຍ ​ໄດ້​ທໍາ​ການ​ໂຈມ​ຕີ​ທາງ​ອາກາດ​ໃສ່​ຫລາຍ​ເມືອງ​ໃນຊ່ວງຂ້າມຄືນ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 2 ຄົນ.

ກອງທັບ​ຢູ​ເຄຣນ ​ໄດ້​ບັນຍາຍເຖິງການ​ກະທຳ​ດັ່ງກ່າວ ​ຂອງຣັດ​ເຊຍ​ວ່າ​ ເປັນ
“​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ຂະໜາດ​ໃຫຍ່​ໃສ່​ພື້ນຖານ​ໂຄງ​ລ່າງຂອງ​ພົນລະ​ເຮືອນ ​ໃນ​ຫລາຍ​ຂົງ​ເຂດ.”

ທ່ານໂອເລັກຊານເດີ ໂປຣກູດິນ (Oleksandr Prokudin), ​ຜູ້​ປົກ​ຄອງ​ເຂດເຄີຊອນ (Kherson) ກ່າວ​ວ່າ ການ​ໂຈມ​ຕີ​ຂອງຣັດ​ເຊຍ ໄດ້​ຖະຫຼົ່ມ​ຕຶກ​ອາ​ຄານ​ທີ່​ຢູ່​ອາ​ໄສແຫ່ງນຶງ, ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 2 ຄົນ ແລະ​ບາດ​ເຈັບ​ອີກ 5 ຄົນ.

ທ່ານ ເຊີຮີ ປັອບໂກ (Sergiy Popko) ຫົວໜ້າ​ບໍລິຫານ ​ດ້ານ​ທະຫານ ​ຂອງກີຢິບ ກ່າວ​ຜ່ານ​ທາງ Telegram ວ່າ​ຊາກ​ຫັກ​ພັງ​ໄດ້​ຕົກ​ໃສ່​ນະຄອນຫຼວງ​ຂອງ​ຢູ​ເຄຣນ ຫລັງ​ຈາກ​ກຳ​ລັງ​ປ້ອງ​ກັນທາງ​ອາກາດ ​ໄດ້​ຍິງ​ລູກ​ສອນ​ໄຟ​ຂອງຣັດ​ເຊຍ​ຕົກ.

ເຈົ້າຄອງນະຄອນກີຢິບ ທ່ານວິທາລີ ກລິຈໂກ (Vitalii Klitschko) ກ່າວ​ວ່າ ມີ 7 ຄົນ​ໄດ້​ຮັບ​ບາດ​ເຈັບ ​ແລະ​ອາຄານ​ຫລາຍ​ຫລັງ ​ໄດ້​ຮັບ​ຄວາມ​ເສຍ​ຫາຍ.

ອ່ານຂ່າວນີ້ເປັນພາສາອັງກິດ