ບັນດາເຈົ້າໜ້າທີ່ຢູເຄຣນ ກ່າວໃນວັນຈັນວານນີ້ວ່າ ການໂຈມຕີທາງອາກາດຂອງຣັດເຊຍ ໄດ້ສ້າງຄວາມເສຍຫາຍໃຫ້ແກ່ໂຮງໄຟຟ້າແຫ່ງນຶ່ງ ໃນເມືອງ ດນິໂປຣ (Dnipro) ທາງພາກຕາເວັນອອກຂອງປະເທດ.
ກອງທັບອາກາດຢູເຄຣນໄດ້ເຕືອນ ກ່ຽວກັບຄື້ນຂອງເຮືອບິນບໍ່ມີຄົນຂັບຂອງຣັດເຊຍ 4 ຄັ້ງ ທີ່ແນເປົ້າໃສ່ເມືອງ ດນິໂປຣ (Dnipro).
ເຈົ້າຄອງນະຄອນ ທ່ານ ບໍຣີສ ຟີລາໂຕຟ (Borys Filatov) ກ່າວໃນTelegram ວ່າ ພື້ນຖານໂຄງລ່າງໄດ້ຖືກໂຈມຕີ, ແຕ່ບໍ່ໄດ້ລະບຸກ່ຽວກັບສິ່ງທີ່ ຖືກໂຈມຕີ ຫຼືຂອບເຂດຂອງຄວາມເສຍຫາຍ.
ຜູ້ສະໜອງພະລັງງານເອກະຊົນ, DTEK, ກ່າວໃນ Telegram ວ່າ ນື່ງໃນໂຮງງານໄຟຟ້າພະລັງງານຄວາມຮ້ອນຂອງຕົນ ໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງ ຈາກການໂຈມຕີຂອງຣັດເຊຍ, ເຊິ່ງເຮັດໃຫ້ຕ້ອງຢຸດການຜະລິດໄຟຟ້າ.
ບໍລິສັດກ່າວວ່າ ບໍ່ມີຜູ້ໄດ້ຮັບບາດເຈັບ ຫຼືເສຍຊີວິດ.
ຂໍ້ມູນບາງຢ່າງສໍາລັບເລື່ອງນີ້ແມ່ນມາຈາກ ອົງການຂ່າວຣອຍເຕີສ໌.