ຕຳຫຼວດ ​ທີ່​ບໍ່​ຢູ່​ໃນ​ໜ້າ​ທີ່ ຍິງສັງຫານ ທູດຣັດ​ເຊຍ ປະຈຳ​ເທີ​ກີ

ຜູ້ຊາຍຄົນນີ້ ຖືກລະບຸວ່າ ແມ່ນທ້າວ Mevlut Mert Altintas ຮ້ອງຂຶ້ນ ຫຼັງຈາກຍິງທ່ານ Andrei Karlov ເອກອັກຄະລັດຖະ ທູດຣັດເຊຍ ປະຈຳເທີກີ. (19 ທັນວາ 2016)

ຕຳຫຼວດ​ທີ່​ບໍ່​ຢູ່​ໃນ​ໜ້າ​ທີ່ ​ໄດ້​ຍິງ​ແລະ​ສັງຫານ​ເອກ​ອັກ​ຄະ​ລັດຖະທູດ ຣັດ​ເຊຍ ປະຈຳ​ເທີ​ກີ
​ໃນແລງວັນ​ຈັນ​ວານ​ນີ້ ​ທີ່​ນະຄອນ​ອັງກາ​ຣາ ຊຶ່ງ​ປະກົດ​ວ່າ ​ເປັນ​ການ​ປະ​ທ້ວງຕໍ່​ຕ້ານ ການ​ພົວພັນ​ທີ່​ຮ້າຍ​ແຮງ​ຂອງຣັດ​ເຊຍ ​ໃນ​ຊິ​ເຣຍ.

​ເຫດການ​ທັງ​ໝົດ​ ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້ໂດຍ​ວີ​ດີ​ໂອ.

ເອກ​ອັກ​ຄະ​ລັດຖະທູດ Andrei Karlov ​ແມ່ນ​ກຳລັງ​ກ່າວ​ຄຳ​ປາ​ໄສ ​ໃນ​ພິທີ​ເປີດ​ງານ
​ສະ​ແດງສິນລະປະ. ມື​ປືນ​ທີ່ວ່າ​ນີ້ແຕ່ງ​ຕົວ​ດີ ຢືນ​ຢູ່​ຂ້າງ​ເວທີ ຊຶ່ງ​ພາ​ໃ​ຫ້ພວກ​ຜູ້​ເຂົ້າ​ຮ່ວມ​ທັງຫຼາຍ ​ຄິດ​ວ່າ ​ເປັນ​ເຈົ້າ​ໜ້າ​ທີ່​ອາລັກຂາ​ປະຈຳ​ຕົວ​ທ່ານ.

ສະຖານທີ່ຈັດສະແດງສິນລະປະ ໃນນະຄອນ Ankara ບ່ອນທີ່ເອກອັກຄະລັດຖະທູດຣັດເຊຍ ປະຈຳ ເທີກີ ທ່ານ Andrei Karlov ຖຶກສັງຫານ, 19 ທັນວາ, 2016.

ໂດຍປາດ​ສະ​ຈາກ​ການເຕືອນ​ໃດໆ​ທັງ​ສິ້ນ ລາວ​ໄດ້​ຍິງ ທ່ານ Karlov ທາງ​ຫຼັງ ​ແລະ​ຮ້ອງ​ອອກ​ມາ​ວ່າ “Allahu Akbar” ​ແລະປະຕິຍານ​ຕົນ​ວ່າ ຈະ​ແກ້​ແຄ້ນ ​ໃນ​ອັນ​ທີ່​ລາວເອີ້ນວ່າ​ ການສັງຫານປະຊາຊົນ​ຜູ້​ທີ່​ບໍ່​ມີ​ຄວາມ​ຜິດ​ຫຍັງ ​ໃນ​ຊິ​ເຣຍ. ລາວ​ໄດ້​ແນ​ປືນໃສ່ເພດານ​ແລະ​ແລ້ວ ກໍ​ແນ​ໄປ​ໃສ່​ພວກ​ເຂົ້າ​ຮ່ວມ ​ໃນ​ຂະນະ​ທີ່ເອກ​ອັກ​ຄະ​ລັດຖະທູດບາດ​ເຈັບ​ສາຫັດແທບ​ຈະ​ສິ້ນ​ໃຈ​ນອນ​ຢູ່​ກັບ​ພື້ນ ​ແລະ​ພວກ​ຜູ້​ຄົນທີ່​ຕື່ນຕົກ​ໃຈພາກັນ​ຫລົບ​ລີ້​ຢູ່​ກ້ອງ​ໂຕະ.


ຜູ້​ທີ່​ເຫັນ​ເຫດການ​ທ່ານ​ນຶ່ງ​ໄດ້​ບອກ​ກັບ VOA ວ່າ ມື​ປືນ​ຍັງ​ຮ້ອງ​ອອກ​ໄປ​ວ່າ “ບໍ່​ຕ້ອງ​ ​ລືມ Aleppo! ບໍ່​ຕ້ອງ​ ​ລືມຊິ​ເຣຍ! ຕາບ​ທີ່​ແຜ່ນດິນ​ຂອງ​ພວກ​ເຮົາ​ບໍ່​ປອດ​ໄພ ພວກ​ເຈົ້າ ​ກໍ​ບໍ່​ຈະ​ບໍ່​ປອດ​ໄພ.”

ມີ 3 ຄົນ ທີ່​ໄດ້​ຮັບ​ບາດ​ເຈັບ ກ່ອນ​ທີ່​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ ​ໄດ້​ຍິງ​ມື​ປືນ​ ​ຕາຍ​ນັ້ນ.

Your browser doesn’t support HTML5

Russia, Turkey: Russian Ambassador's Killing a Provocation

ເອກ​ອັກ​ຄະ​ລັດຖະທູດ Karlov ​ໄດ້​ເສຍ​ຊີວິດ​ທີ່​ໂຮງພະຍາບານ. ທ່ານ​ໄດ້​ເປັນເອກ​ອັກ​ຄະ​ລັດຖະທູດ ປະຈຳ​ເທີ​ກີ ນັບ​ຕັ້ງ​ແຕ່​ປີ 2013 ​ເປັນຕົ້ນມາ.

​ເຈົ້າ​ຄອງ​ນະຄອນອັງກາຣາ ທ່ານ Melih Gokcek ​ໄດ້ລະບຸ​ມື​ປືນທີ່​ຍິງ​ສັງຫານ​ຄົນນີ້ ວ່າ​ ແມ່ນ​ຕຳຫຼວດ ໄວ 22 ປີ ຊື່ວ່າ Mevlut Mert Altintas.

ປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin ກ່າວ​ປະນາມ​ການ​ສັງຫານ​ນີ້​ວ່າ ​ເປັນ​ການ​ກໍ່​ການ​ຮ້າຍ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

Your browser doesn’t support HTML5

Emergency Vehicles Respond to Scene of Russian Ambassador Shooting