ລົດຂົນສົ່ງ ຣັດເຊຍ ເລີ້ມເດີນທາງ ຈາກ ພາກຕາເວັນອອກ ຢູເຄນ (ສະໄລດ໌/ວີດີໂອ)

ລົດບັນທຸກຂອງຣັດເຊຍ ທີ່ແລ່ນເຂົ້າໄປໃນຢູເຄຣນ ເດີນທາງກັບຄືນໄປຣັດເຊຍ ທີ່ຊາຍແດນ ໃນເຂດ Donetsk (23 ສິງຫາ 2014)

ລົດຂົນສົ່ງຫຼາຍໆຄັນຈາກຂະບວນລົດຂອງຣັດເຊຍ ທີ່ຂ້າມຊາຍ
ແດນເຂົ້າໄປໃນຢູເຄຣນ ໂດຍບໍ່ໄດ້ຮັບອະນຸຍາດຈາກ Kyiv ນັ້ນ
ໄດ້ແລ່ນຂ້າມຊາຍແດນ ກັບຄືນເຂົ້າໄປ ໃນຣັດເຊຍແລ້ວ.

ພວກທີ່ເຫັນເຫດການກ່າວໃນວັນເສົາມື້ນີ້ວ່າ ສ່ວນລົດຄັນອື່ນໆ
ຈາກຂະບວນລົດທີ່ມີຈຳນວນຫຼາຍກວ່າ 220 ຄັນທີ່ຂ້າມເຂົ້າໄປ
ໃນຢູເຄຣນ ໃນມື້ວັນສຸກວານນີ້ ພວມເດີນທາງໄປຍັງຊາຍແດນ ເພື່ອກະກຽມຂ້າມກັບຄືນເຂົ້າໄປໃນຣັດເຊຍ. ຍັງບໍ່ທັນເປັນທີ່ຈະ
ແຈ້ງເທື່ອວ່າ ລົດຂົນສົ່ງເຫຼົ່ານີ້ລຳລຽງສິ່ງຂອງຫຼືບໍ່.

ໃນມມື້ວັນສຸກວານນີ້ ເຈົ້າໜ້າທີ່ທຳນຽບຂາວກ່າວວ່າ ການເຄື່ອນ
ໄຫວ ໂດຍບໍ່ໄດ້ຮັບອະນຸຍາດ ຂອງຂະບວນລົດບັນທຸກຣັດເຊຍ ເຂົ້າໄປໃນຢູເຄຣນນັ້ນ ແມ່ນ ເປັນການລະເມີດຢ່າງເປີດແປນ ຕໍ່ອະທິປະໄຕຂອງຢູເຄຣນ.

Your browser doesn’t support HTML5

Russian Convoys Enter Ukraine Without Permission

ທ່ານ Ben Rhodes ຮອງທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດ ກ່າວວ່າ ຣັດເຊຍຕ້ອງໄດ້ຖອນຂະບວນລົດຂອງຕົນອອກໄປຈາກພາກຕາເວັນອອກຂອງຢູເຄຣນ ຫຼືບໍ່ດັ່ງນັ້ນແລ້ວ ກໍຈະປະເຊີນກັບຜົນທີ່ຕິດຕາມມາ. ທ່ານເວົ້າວ່າ ສະຫະລັດ ມີແຜນການ ທີ່ຈະຍົກເອົາສະຖານະການດັ່ງກ່າວນີ້ ຂຶ້ນມາຫາລືກັນ ຢູ່ທີ່ສະພາຄວາມໝັ້ນຄົງ ອົງການ ສະຫະປະຊາຊາດ.

ນອກນັ້ນ ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດ ທ່ານ Ban Ki-moon ກໍໄດ້ ສະແດງຄວາມວິຕົກກັງວົນ ກ່ຽວກັບການເຄື່ອນຍ້າຍຂອງຂະບວນລົດຣັດເຊຍ ໂດຍເວົ້າ ວ່າ ການເອົາບາດກ້າວ ຕາມລຳພັງໃດໆກໍຕາມ ແມ່ນມີຄວາມເປັນໄປໄດ້ທີ່ຈະເຮັດໃຫ້ສະ ຖານະການ ຊຶ່ງເປັນອັນຕະລາຍຮ້າຍແຮງຢູ່ແລ້ວໃນພາກຕາເວັນອອກຂອງຢູເຄຣນ ຊຸດ ໂຊມລົງຕື່ມ.

ຂະບວນລົດ ຣັດເຊຍ ກັບຄືນ ປະເທດ

ຂະບວນລົດຣັດເຊຍ ບໍ່ໄດ້ຮັບອະນຸຍາດຢ່າງເປັນທາງການ ຈາກພວກເຈົ້າໜ້າທີ່ຢູເຄຣນ ແລະບໍ່ໄດ້ລໍຖ້າໃຫ້ຄະນະກຳມະການສະພາກາແດງສາກົນເສັດສິ້ນຂັ້ນຕອນໃນການກວດ ກາເສຍກ່ອນ.

Your browser doesn’t support HTML5

UKRAINE CNPK