ຣັດເຊຍວ່າ ຍັງໄວເກີນໄປ ທີ່ຈະເວົ້າໄດ້ວ່າ ຄວາມສຳພັນກັບ ສະຫະລັດ ຈະດີຂຶ້ນ

ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ Rex Tillerson, ຂວາ, ແລະລັດຖະມັນຕີຕ່າງປະເທດຣັດເຊຍ ທ່ານ Sergey Lavrov ສົນທະນາກັນທີ່ນະຄອນມົສກູ ປະເທດຣັດເຊຍ.

ລັດຖະບານວັງ Kremlin ກ່າວ​ວ່າ​ “​ມັນຍັງ​ໄວ​ເກີນ​ໄປ” ທີ່​ຈະ​ຮູ້​ໄດ້​ວ່າ ຄວາ​ມ ສຳພັນ
ລະຫວ່າງສະຫະລັດ ​ແລະຣັດ​ເຊຍ ຈະ​ດີ​ຂຶ້ນຫລືບໍ່ ​ພາຍຫລັງ​ຫລາຍ​ຊົ່ວໂມງທີ່​ມີ​ການ
​ການ​ສົນທະນາ​ກັນ​ຢ່າງ​ເຄັ່ງ​ຄຽດ ລະຫວ່າງປະທານາທິບໍດີຣັດ​ເຊຍ ທ່ານ Vladimir
Putin ​ແລະ​ລັດຖະມົນ​ຕີ ກະຊວງຕ່າງ​ປະ​ເທດຣັດ​ເຊຍ​ ທ່ານ Sergei Lavrov ທີ່​ໄດ້
​ຈັດຂຶ້ນ​ໃນ​ວັນ​ພຸດຜ່ານ​ມາ ກັບ​ລັດຖະມົນຕີ​ການຕ່າງປະ​ເທດ​ສະຫະລັດ
ທ່ານ Rex Tillerson.

​ໂຄສົກຂອງ​ທ່ານ Putin ຄື​ທ່ານ Dmitry Peskov ກ່່າວ​ໃນ​ວັນ​ພະຫັດ​ວານ​ນີ້​ວ່າ ນໍ້າ
ສຽງການພົບ​ປະ​ທີ່​ມົສກູ ແມ່​ເ​ປັນໄປ “ຢ່າງ​ມີ​ລັກສະນະສ້າງສັນພໍສົມຄວນ” ​ແລະ​ສະ
ທ້ອນໃຫ້​ເຫັນເຖິງຈໍາ​ເປັນ​ທີ່​ສອງ​ປະ​ເທດມະຫາ​ອຳນາດທີ່ມີ ອາວຸດນິວ​ເຄລຍທີ່​ໃຫຍ່
​ສຸດ​ຂອງ​ໂລກ “​ສືບຕໍ່​ໂອ້​ລົມກັນ​ເພື່ອ​ຊອກ​ຫາ​ທາງ​ແກ້​ໄຂ.” ​ແຕ່​ທ່ານ​ກໍກ່າວ​ວ່າ ທ່ານ
Putin ​ໄດ້​ໃຊ້​ການ​ປະຊຸມດັ່ງກ່າວ​ເພື່ອບອກ​ໃຫ້ ລັດຖະບານ​ນະຄອນວໍ​ຊິງ​ຕັນຮູ້ວ່າ
​ເປັນ​ຫຍັງ​ຈຶ່ງມີ​ “ສິ່ງ​ກີດຂວາງ” ​ຄວາມ ສຳພັນຂອງ​ສອງ​ປະ​ເທດ​ຢູ່ໃນ​ປັດຈຸບັນນີ້ ຊຶ່ງ
ສ່ວນ​ໃຫຍ່​ແມ່ນ​ການຂັດ​ແຍ່ງ​ກັນ​ກ່ຽວ​ກັບການ​ໂຈມ​ຕີີດ້ວຍ​ອາວຸດ​ເຄມີໃນ​ຊີ​ເຣຍອາ
ທິດ​ແລ້ວນີ້ ​ແລະ​ການ​ໂຈມ​ຕີ​ລູກ​ສອນ​ໄຟ ທີ່​ສັ່ງ​ການໂດຍ​ປະທານາທິບໍດີສະຫະລັດ
ທ່ານດໍ​ໂນ​ລ ທຣໍາ ເປັນ​ການ​ຕອບ​ໂຕ້ຄືນນັ້ນ.

ລັດຖະມົນຕີການຕ່າງປະເທດຣັດເຊຍ, ທ່ານ Sergey Lavrov ກໍາລັງຟັງລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ Rex Tillerson ເວົ້າ

ປະທານາທິບໍດີ​ທຣໍາ ​ໄດ້​ປະກາດ​ໃນ​ວັນ​ພຸດ​ແລ້ວ​ນີ້​ວ່າ​ ຄວາມ​ສຳພັນ​ສະຫະລັດ ກັບ
ຣັດ​ເຊຍ “ອາດ​ຢູ່​ໃນ​ລະດັບ​ທີ່​ຕໍ່າ​ສຸດ” ຊຶ່ງ​ເປັນຄວາມ​ຮູ້ສຶກ​ທ່ານ Tillerson ​ໄດ້ກ່າວ​
ຢໍ້າ​ໃຫ້​ຮູ້​ກັນ​ດີ​ຢູ່​ກອງ​ປະຊຸມ​ນັກ​ຂ່າວ ພາຍຫລັງທີ່ໄດ້​ພົບ​ປະຊຸມ​ກັບ​ທ່ານ Putin ​ແລະ​
ທ່ານ Lavrov. ທ່ານ Tillerson ​ໄດ້​ຊີ້​ແຈງວ່າ ທັງ​ນີ້ກໍ​ຍ້ອນບໍ່ມີ​ຄວາມໄວ້​ເນື້ອເຊື່ອ​ໃຈ​ກັນລະຫວ່າງ​ສອງ​ປະ​ເທດ.

​ໃນ​ວັນ​ພະຫັດ​ວານ​ນີ້ ທ່ານ​ທຣໍາ ​ໄດ້​ມີ​ສໍານຽງທີ່​ມີ​ຄວາມ​ຫວັງ​ຂຶ້ນຫລາຍ​ກວ່າ​ເກົ່າ ​ໂດຍ​
ໄດ້​ກ່າວ​ຢູ່​ໃນໜ້າ Twitter ຂອງ​ທ່ານ​ວ່າ “ບັນຫາ​ຕ່າງໆ ລະຫວ່າງ​ສະຫະລັດ ​ແລະ
ຣັດ​ເຊຍ ຈະ​ແກ້​ໄຂ​ໄດ້​ຢູ່. ​ເມື່ອເຖິງ​ເວລາ ​ແຕ່ລະຄົນ​ກໍ​ຈະ ຮູ້ສຶກ​ຕົວ ​ແລະ​ກໍ​ຈະ​ມີ​ສັນ
ຕິພາບ​ອັນ​ຍາວ​ນານ.”

ຮູບພາບເຜີຍແຜ່ໂດຍ ກະຊວງປ້ອງກັນປະເທດສະຫະລັດ ສະແດງໃຫ້ໃຫ້ເຫັນຄວາມເສຍຫາຍ ຂອງຖານທັບອາກາດໃນຊີເຣຍ.

ປະທານາທິບໍດີ Putin ກ່າວ​ຢູ່ໃນ​ການ​ສຳພາດໂທລະພາບ​ລັດຖະບານຣັດ​ເຊຍ​ ​ໃນ
ວັນ​ພຸດ​ທີ່​ຜ່ານ​ມາ​ວ່າ ຄວາມ​ສຳພັນ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ເຊື່ອມ​ໂຊ​ມລົງ​ໃນ​ປີ​ນີ້
​ ນັບ​ແຕ່​ທ່ານ​ທຣຳ ​ໄດ້​ເຂົ້າ​ຕຳແໜ່​ງ​ໃນ​ສາມ​ເດືອນ​ທີ່​ຜ່ານ​ມາ.

ຮອງເລຂາທິການອົງການ NATO ທ່ານ Alexander Vershbow ກ່າວຕໍ່ບັນດານັກຂ່າວ.

ຈຸດ​ຂອງການ​ໂຕ້​ແຍ້​ງ​ທີ່​ຮີບດ່ວນ ​ລະ​ຫວ່າງ ລັດຖະບານ​ນະຄອນມົສກູ ​ແລະ​ວໍຊິງ​
ຕັນນັ້ນກໍ​ຄື ​ການ​ໂຈມ​ຕີ​ດ້ວຍ​ອາວຸດ​ເຄມີ​ ໃນວັນ​ທີ 6 ​ເດືອນ​ເມສາ ທີ່ເຮັດ​ໃຫ້​ຫລາຍ
​ກວ່າ 85 ຄົນ​ ເສ​ຍຊີວິດ ​ແລະ​ ​ຫລາຍ​ຮ້ອຍ​ຄົນໄດ້​ຮັບ​ບາດ​ເຈັບ ​ທີ່​ເກີດ​ຂຶ້ນຢູ່ໃນ​ຊີ​ເຣຍ.
ທ່ານ Tillerson ກ່າວ​ວ່າ​ສະຫະລັດ “ຂ້ອນ​ຂ້າງມີ​ຄວາມ​ແນ່​ໃຈ” ວ່າ​ການ​ໂຈມ​ຕີນັ້ນ
ໄດ້ “ຖືກ​ວາງ​ແຜນສັ່ງ​ຫານໂດຍ​ຕົງ ​ແລະດໍາ​ເນີນ​ກງານ​ໂດຍ​ກອງ​ກຳລັງທະ​ຫານ​
ຂອງ​ລະບອບ​ປົກຄອງ​ຊີ​ເຣຍ.” ສ່ວນທ່ານ Lavrov ບໍ່​ໄດ້​ໃຫ້​ເຫ​ດຜົນຫຍັງ​ຕໍ່ການ
​ກ່າງ​ອ້າງ​ຂອງຣັດເຊຍ​ທີ່ວ່າ ​ການ​ໂຈມ​ຕີ​ໂດຍໃຊ້​ແກັສ sarin ​ອາດຈະ​ເປັນ​ການກໍ່​
ກວນ​ໂດຍພວກ​ຕໍ່ຕ້ານ​ລັດ​ຖະບານຊີ​ເຣຍ ຫລື​ ບໍ່​ກໍ່ເກີດ​ຂຶ້ນ​ໄດ້​ໃນ​ເວລາ​ທີ່​ເຮືອບິນ​
ລົບ​ຊີ​ເຣຍທໍາ​ການ​ໂຈມ​ຕີ​ສາງ​ອາວຸດ​ຂອງ​ພວກ​ຕໍ່ຕ້ານ​ລັດຖະບານ​ທີ່​ເກັບຮັກສາ​
ແກັສ sarin ​ໄວ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ