ລັດຖະບານ ແລະພວກກະບົດ ບັນລຸ ການຢຸດຍິງ ໃນພາກ ຕາເວັນອອກ ຂອງ ຢູເຄຣນ (ສະໄລດ໌)

ທະຫານຢູເຄານ ຢູ່ເທິງລົດຫຸ້ມເກາະ ໃກ້ໆເມືອງ Kramatorsk (2 ກັນຍາ 2014)

ທຳນຽບປະທານາທິບໍດີ ຢູ​ເຄຣນ ທ່ານ Petro Poroshenko
ກ່າວ​ວ່າ ທ່ານ ​ແລະ​ປະທານາທິບໍດີຣັດ​ເຊຍ ທ່ານ Vladimir
Putin ​ໄດ້ເຫັນ​ດີ ໃຫ້ມີການ​ຢຸດ​ຍິງ ຢູ່ໃນ​ພາກ​ຕາ​ເວັນ​ອອກ​
ຂອງ​ຢູ​ເຄຣນ.

ຢູ່ໃນຖະ​ແຫລ​ງຂ່າວ ​ໃນ​ວັນ​ພຸດ​ມື້​ນີ້ ທໍາ ນຽບຂອງທ່ານ Poro-
shenko ກ່າວ​ວ່າ ບັນດາ​ຜູ້ນຳ​ທັງ​ສອງ ​ໄດ້​ບັນລຸ​ການ​ຕົ​ກລົງ
ກັນ ໃນການໂອ້ລົມ​ທາງ​ໂທລະສັບ. ​ຖະ​ແຫລ​ງຂ່າວ ບໍ່​ໄດ້​ໃຫ້
​ລາຍ​ລະອຽດໃດໆກ່ຽວກັບ​ການ​ຢຸດ​ຍິງ.

ຢູ່​ໃນ​ຖະ​ແຫລງຂ່າວ​ອີກ​ສະບັບນຶ່ງນັ້ນ ​ເຖິງ​ຢ່າງ​ໃດ​ກໍ​ດີ ​ວັງ
Kremlin ກ່່າວ​ວ່າ ທ່ານ Putin ​ແລະ ທ່ານ Poroshenko ບໍ່​ໄດ້​ຕົກ​ລົງ​ກ່ຽວກັບການ​
ຢຸດ​ຍິງ​ໃນ ຢູ​ເຄຣນ ໂດຍໃຫ້ຂໍ້ສັງເກດ​ວ່າ ຣັດ​ເຊຍບໍ່ແມ່ນ​ພາກສ່ວນໃນການ​ຂັດ​ແຍ້​ງ.
ຖະແຫ​ລງຂ່າວ ​ກ່າວ​ວ່າປະທານາທິບໍດີທັງສອງ ​ໄດ້​ສົນທະນາ​ກັນ​ວ່າ ຈະ​ແກ້​ໄຂ​ບັນຫາ
ຂັດແຍ້​ງຢ່າງ​ໃດ.

ພາບຫຼ້າສຸດ ຈາກ ຢູເຄຣນ



ກ່ອນໜ້ານີ້ ​ໂຄສົກປະທານາທິບໍດີຣັດ​ເຊຍ ກ່າວ​ວ່າ ທ່ານ Putin ​ແລະ ທ່ານ Poro-
shenko ​ໄດ້​ແລກປ່ຽນ​ຄວາມຄິດຄວາມເຫັນ ໃນການໂອລົມທາງໂທລະ ສັບ ກ່ຽວກັບ
ຊ່ອງທາງ​ເພື່ອ​ຍຸດຕິ “ການ​ນອງ​ເລືອດ” ໃນ​ພາກຕາເວັນອອກສຽງ​ໃຕ້​ຂອງຢູເຄຣນ. ​

ໂຄສົກ ທ່ານ Dmitry Peskov ກ່າວ​ວ່າ ປະທານາທິບໍດີ ທັງ​ສອງ ​ສ່ວນ​ໃຫຍ່​ແລ້ວໄດ້
​ເຫັນ​ນຳກັນ ກ່ຽວກັບຄວາມ​ເປັນ​ໄປ​ໄດ້​ໃນ​ຊ່ອງ​ທາງ​ອອກ​ຈາກວິ​ກິ​ດການນີ້.

​ໃນ​ຫວ່າ​ງບໍ່​ເທົ່າ​ໃດ​ເດືອນ​ທີ່​ຜ່ານ​ມານີ້ ທະຫານ​ຢູ​ເຄຣນ ​ແລະ​ກຳລັງພວກ​ກະບົດ ​ນິຍົມ
ຣັດ​ເຊຍ ​ໄດ້​ປະ​ທະ​ຢ່າງ​ຮ້າຍ​ແຮງ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ. ຢູ​ເຄຣນ ກ່າວ​ໃນ​
ວັນ​ອັງຄານ​ວານ​ນີ້​ວ່າ ທະຫານ​ຢູ​ເຄຣນ 15 ຄົນ​ໄດ້​ເສຍ​ຊີວິດ​ຍ້ອນ​ການ​ສູ້​ລົບ​ທີ່​ພາກ​ຕາ
​ເວັນ​ອອກຂອງປະເທດ ນັບ​ຕັ້ງ​ແຕ່​ຕອນ​ເຊົ້າ​ວັນ​ຈັນ​ທີ່​ຜ່ານ​ມາ.

ການ ​ສູ້​ລົບ​ສ່ວນ​ໃຫ​ຍ່ແມ່ນ​ຢູ່​ອ້ອມ​ແອ້ມ ​ເມືອງ Donetsk ຊຶ່ງ​ເປັນ​ທີ່​ໝັ້ນໃຫຍ່​ຂອງ​ພວກ​ກະບົດ ​ແລະ​ນຶ່ງ​ໃນ​ສອງ​ໂຕ​ເມືອງ​ສຳຄັນ ທີ່​ຄວບ​ຄຸມ​ໂດຍພວກ​ແບ່ງ​ແຍກ​ດິນ​ແດນນິຍົມ
ຣັດ​ເຊຍ​ ​ທີ່ຢາກໄດ້ຮັບການ​ປົກຄອງ​ຕົນເອງ​ ຈາກຢູ​ເຄຣນ. ​ແລະ​ອີກ​ເມືອງນຶ່ງ ແມ່ນ Lu-
hansk​.​