ກອງກຳລັງຂອງຣັດເຊຍ ຖະຫລົ່ມສູນເບິ່ງແຍງຄົນຊະລາໃນເມືອງ ຊູມີ ຂອງຢູເຄຣນ ໃນວັນພະຫັດວານນີ້

Your browser doesn’t support HTML5

ທ່ານເຊເລັນສ໌ກີ ໄດ້ກ່າວວ່າ “ຣັດເຊຍ ອາດຈະບໍ່ຮູ້ເລີຍວ່າ ເຮືອນເບິ່ງແຍງຄົນຊະລາຫຼັງນີ້ ບໍ່ແມ່ນຖານທັບທະຫານ, ບໍ່ແມ່ນເປົ້າໝາຍຂອງທະຫານ”

ກອງກຳລັງຂອງຣັດເຊຍ ຖະຫລົ່ມສູນເບິ່ງແຍງຄົນ​ຊະ​ລາໃນເມືອງ ຊູມີ ຂອງຢູເຄຣນ ໃນວັນພະຫັດວານນີ້ ແລະ ໄດ້ແນເປົ້າໃສ່ພາກສ່ວນພະລັງງານຂອງຢູ່ເຄຣນ ໃນການ ໂຈມຕີທາງອາກາດ ທີ່ໄດ້ສັງຫານຢ່າງໜ້ອຍພົນລະເມືອງຄົນນຶ່ງ.

ໃນການໂຈມຕີຕອນກາງເວັນ ໃສ່ເມືອງຊູມີ ເຊິ່ງລູກລະເບີດນຳວິຖີຂອງຣັດເຊຍ ໄດ້ຕົກຖືກຕຶກອາຄານ 5 ຊັ້ນ, ເຈົ້າໜ້າທີ່ໄດ້ກ່າວ. ຢ່າງໜ້ອຍຄົນຜູ້ນຶ່ງໄດ້ເສຍຊີວິດ ແລະຄົນອື່ນໆອີກຢ່າງໜ້ອຍ 12 ຄົນ ໄດ້ຮັບບາດເຈັບ ອີງຕາມຖະແຫລງການ ຂອງກະຊວງພາຍໃນຂອງຢູເຄຣນ ທີ່ໄດ້ກ່າວ.

ປະຕິກິລິຍາຕໍ່ການໂຈມຕີຂອງຣັດເຊຍ ນັ້ນ ປະທານາທິບໍດີຂອງຢູເຄຣນ ທ່ານ ໂວໂລດີເມຍ ເຊເລັນສ໌ກີ ໄດ້ກ່າວວ່າ ທີມນັກກູ້ໄພ ໄດ້ຊອກຄົ້ນເບິ່ງວ່າ ມີຄົນຕິດຄ້າງຢູ່ ໃຕ້ຊາກຫັກພັງຫຼືບໍ່.

ທ່ານເຊເລັນສ໌ກີ ໄດ້ກ່າວວ່າ “ຣັດເຊຍ ອາດຈະບໍ່ຮູ້ເລີຍວ່າ ເຮືອນເບິ່ງແຍງຄົນ​ຊະ​ລາຫຼັງ​ນີ້ ບໍ່ແມ່ນຖານ​ທັບທະຫານ, ບໍ່ແມ່ນເປົ້າໝາຍຂອງທະຫານ. ໃນພຽງມື້ນີ້ມື້ດຽວ ເທົ່ານັ້ນ -ມາເຖິງເວລານີ້ - ກອງກຳລັງຂອງຣັດເຊຍ ໄດ້ໃຊ້ລະເບີດທາງອາກາດນຳວິຖີເກືອບ 90 ລູກແລ້ວ ທີ່ແນໃສ່ເມືອງຕ່າງໆຂອງພວກເຮົາ ແລະທີ່ໝັ້ນຕ່າງໆຂອງຢູເຄຣນ. ພວກເຮົາຈະຕອບໂຕ້ຕໍ່ກອງທັບ ຣັດເຊຍ ຢ່າງແນ່ນອນ ສຳລັບການກໍ່ການຮ້າຍນີ້ ໃນລັກສະນະທີ່ເຫັນໄດ້ຢ່າງຊັດເຈນ.”

ຕຳຫຼວດແຫ່ງຊາດຂອງຢູເຄຣນ ໄດ້ລາຍງານວ່າ ພາຍໃນພວກທີ່ບາດເຈັບ ຈຳນວນຶ່ງ ແມ່ນຢູ່ໃນສະພາບທີ່ສາຫັດ.

ອົງການຕິດຕາມກວດກາຂອງສະຫະປະຊາຊາດ ໄດ້ກ່າວວ່າ ການໂຈມຕີຕໍ່ເຄືອຂ່າຍສົ່ງ ກະແສໄຟຟ້າ ອາດເປັນໄປໄດ້ວ່າ ລະເມີດຕໍ່ກົດໝາຍດ້ານມະນຸດສະທຳ.