ຣັດເຊຍ ຕົກລົງ ທີ່ຈະສົ່ງແກັສ ໄປໃຫ້ຢູເຄຣນ ຈົນຮອດ ທ້າຍເດືອນມີນາ

ລັດຖະມົນຕີພະລັງງານ ຢູເຄຣນ ທ່ານ Volodymyr Demchyshyn ເດີນທາງໄປເຖິງຫ້ອງການປົກຄອງ ສະຫະ ພາບຢູໂຣຍ ທີ່ ນະຄອນບຣັສເຊີລ.

ຣັດ​ເຊຍ ​ແລະ​ຢູ​ເຄຣນ ​ໄດ້​ຕົກລົງກ່ຽວ​ກັບ​ການ​ສົ່ງ​ແກັສ ໄປຈົນ
ຮອດ​ທ້າຍ​ເດືອນ​ມີນາ ​ເຖິງ​ແມ່ນ​ວ່າ ​ໄດ້ເກີດບັນຫາຂັດແຍ້​ງ
ກ່ຽວ​ກັບພວກ​ກະບົດ​ແບ່ງ​ແຍກ​ດິນ​ແດນ​ນິຍົມຣັດ​ເຊຍ ຢູ່ໃນ​
ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ.

ຂໍ້​ຕົກລົງ​ໃນ​ວັນ​ຈັນ​ວານ​ນີ້ ໃຫ້ການຄໍ້​າປະກັນວ່າ ປະເທດ​ທັງ
​ສອງ​ ຈະ​ປະຕິ​ບັດ​ຕາມ “ຂໍ້ຕົກລົງລະດູ​ໜາວ” ໃນກາສະໜອງ
ແກັສທຳ​ມະ​ຊາດາຂອງຣັດ​ເຊຍໃຫ້​ແກ່​ຢູ​ເຄຣນ ທີ່​ຈະ​ໝົດ​ກຳ
ນົດ​ໃນ​ທ້າຍ​ເດືອນນີ້. ທັງ​ສອງ​ຝ່າຍ​ຕ່າງກໍໄດ້​ຂົ່ມຂູ່​ກັນ​ມາ​ກ່ອນ
​ທີ່​ຈະຖອນຕົວອອກຈາກຂໍ້ຕົກລົງ ຊຶ່ງ​ຈະ​ເປັນ​ອັນຕະລາຍ ຕໍ່
ການສະ ໜອງແກັສໃຫ້ແກ່​ຢູ​ໂຣບ.

ຮອງ​ປະທານຄະນະ​ກຳມາທິການ​ຢູ​ໂຣບ ທ່ານ Maros Sefcovic ຜູ້​ເປັນ​ປະທານ​ເຈລະ​
ຈາ ກ່າວ​ວ່າ ບັນດາ​ລັດຖະມົນຕີ​ພະລັງງານຣັດ​ເຊຍ ​ແລະ​ຢູ​ເຄຣນ ຍັງເຫັນ​ດີ​ທີ​ຈະ​ສົນທະ
ນາ​ກັນ​ເຖິງ “ຂໍ້ຕົກລົງລະດູ​ຮ້ອນ” ​ໃນ​ທ້າຍ​ເດືອນນີ້. ທ່ານ​ກ່າວ​ວ່າ ທ່ານ “​ໄດ້ຮັບການ​ຄໍ້າ ປະກັນ​ວ່າ ການສົ່ງ​ແກັສໃຫ້​ແກ່​ຕະຫລາດ ສະຫະພາບ​ຢູ​ໂຣບ​ ຍັງ​ມີຄວາມໝັ້ນຄົງຕໍ່ໄປ.”

ທັງ​ສອງ​ຝ່າຍ​ໄດ້​ຕົກລົງ​ກັນ​ໃນ​ວັນ​ຈັນ​ວານ​ນີ້ວ່າ ຢູ​ເຄຣນ ຈະ​ບໍ່​ຕ້ອງ​ໄດ້​ຈ່າຍຄ່າ​ສົ່ງພະລັງ
ງານໃຫ້​ແກ່​ເຂດ ທີ່ພວກ​ກະບົດຍຶດຄອງ ຊຶ່ງ​ເປັນ​ຈຸດ​ໂຕ້​ຖຽງ​ກັນທີ່ສຳ ຄັນ ລະຫວ່າງ​ສອງ​
ປະ​ເທດ.

Your browser doesn’t support HTML5

RUSSIA UKRAINE GAS VOSOT