18 ຄົນ ເສຍຊີວິດ ຍ້ອນ ອຸປະຕິເຫດ ລົດຕໍາກັນ ຢູ່ຣັດເຊຍ (ວີດິໂອ)

ຖົງໃສ່ສົບຂອງຜູ້ໄດ້ຮັບເຄາະຮ້າຍຈາກອຸປະຕິເຫດລົດບັນທຸກ ແລະລົດເມຕໍາກັນ ໄດ້ວາງຢາຍຢັງຢູ່ບ່ອນເກີດເຫດ ໃກ້ບ້ານ Oznobishino ຫ່າງຈາກວັງແຄຣມລິນ ປະມານ 40 ກິໂລແມັດ ໃນວັນທີ 13 ກໍລະກົດ 2013.

ທີ່​ຣັດ​ເຊຍ ລົດບັນທຸກໃຫຍ່ຄັນນຶ່ງ ທີ່ແກ່ເສດຄອນກຣີດ ແລະ
ແຜ່ນຢາງປູທາງ ໄດ້ແລ່ນໄປຕໍາລົດເມຂົນສົ່ງຄົນໂດຍສານ
ຢູ່ໃກ້ນະຄອນຫລວງມົສກູ ຊຶ່ງເຮັດໃຫ້ລົດເມຫັກເຄິ່ງເປັນ
ສອງທ່ອນ ແລະ 18 ຄົນເສຍຊີວິດ.

ກະຊວງບໍລິການສຸກເສີນຂອງຣັດເຊຍ ລາຍງານກ່ຽວ​ກັບ
ຈໍານວນຄົນເສຍຊີວິດ ທີ່ເພີ້ມຂຶ້ນຈາກ​ເບື້ອງ​ຕົ້ນ​ນັ້ນ ໃນວັນ
ເສົາວານນີ້ ​ແລະ​ວ່າ​ມີປະມານ 25 ຄົນໄດ້ຮັບບາດເຈັບ.

ເຫດການລົດຕໍາກັນດັ່ງກ່າວໄດ້ເກີດຂຶ້ນຕອນກາງຄືນວັນ​ສຸກ ຢູ່ໃກ້ກັບບ້ານ ນ້ອຍແຫ່ງນຶ່ງ ​ໃນ​ເຂດຊານນະຄອນຫລວງມົສກູ ຫ່າງຈາກວັງແຄຣມລິນ ປະມານ 40 ກິໂລແມັດ.

ເຈົ້າໜ້າທີ່ທ້ອງຖິ່ນເວົ້າວ່າ ລົດບັນທຸກ Kamaz ປີ້ນຂວໍ້າ ເມື່ອມັນຕໍາກັບລົດເມ ແລະເສດ​
ແຜ່ນຄອນກຣີດ ແລະແຜ່ນຢາງປູທາງ ປະມານ 12 ແມັດກ້ອນ ທີ່ ລົດຄັນດັ່ງກ່າວບັນທຸກ​
ມາ​ນັ້ນ ເກືອບທັງໝົດ ໄດ້ຕົກໃສ່ລົດເມທີ່ຫັກ​ເຄິ່ງ.

ເຈົ້າໜ້າທີ່ເວົ້າອີກວ່າ ຄົນຂັບຂອງລົດທັງສອງຄັນລອດຊີວິດມາ​ໄດ້ ແລະກໍາລັງໄດ້ຮັບ
ການປິ່ນປົວ ຢູ່ໃນໂຮງໝໍແຫ່ງນຶ່ງ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

Your browser doesn’t support HTML5

18 ຄົນ ເສຍຊີວິດ ຍ້ອນ ອຸປະຕິເຫດ ລົດຕໍາກັນ ຢູ່ຣັດເຊຍ