ຣັດເຊຍ ທົດລອງ ລູກສອນໄຟ Bulava ທີ່ມີລັດສະໝີ 8,000 ກິໂລແມັດ

ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin ຢູ່ທີ່ວັງ Kremlin

ຣັດ​ເຊຍ ​ໄດ້​ປະສົບ​ຜົນສຳ​ເລັດໃນ​ການທົດ​ລອງ ລູກສອນໄຟ
ຂ້າມທະວີບຮຸ້ນໃໝ່ ທີ່ຍິງຈາກ​ເຮືອ​ດຳນໍ້າ ທີ່ສາມາດບັນທຸກ
​ຫົວ​ລະເບີດນິວເຄລຍໄດ້ນັ້ນ.

ກະຊວງ​ປ້ອງກັນ​ປະ​ເທດ​ຣັດເຊຍ ກ່າວ​ວ່າ ລູກ​ສອນ​ໄຟ​ດັ່ງ
ກ່າວໄດ້​ຍິງ​ໃນ​ວັນ​ສຸກ​ວານ​ນີ້ ຈາກ​ເຮືອ​ດຳ​ນໍ້າ ນິວ​ເຄລຍ ​ທີ່
ທະ​ເລ Barrents.

ກະຊວງປ້ອງກັນປະ​ເທດ ​ກ່າວ​ວ່າ ລູກ​ສອນ​ໄຟ Bulava ​ໄດ້​
ໄປ​ເຖິງ​ເປົ້າ​ໝາຍ​ຢູ່ທີ່​ແຫລ​ມKamchatka ​ໃນພາກ​ຕາ​ເວັນ
​ອອກ​ຣັດ​ເຊຍ.

ສື່ມວນຊົນຣັດ​ເຊຍ​ລາຍງານ​ວ່າ ລູກ​ສອນ​ໄຟ Bulava ມີລັດສະໝີ 8,000 ກິ​ໂລ​ແມັດ ແລະ​ສາມາດຕິດລະເບີດນິວເຄລຍ ໄດ້ເຖິງ 10 ຫົວ.

ຣັດ​ເຊຍ ​ກ່າວວ່າ ລູກ​ສອນ​ໄຟ​ນີ້ ​ເປັນ​ພາກ​ສ່ວນ​ອັນສຳ​ຄັນ​ໃນ​ການ​ຢັບຢັ້ງທາງ ນິວເຄລຍ
ຂອງຕົນ.

Your browser doesn’t support HTML5

RUSSIA MISSILE VO