ປ. Erdogan ກ່າວວ່າ ເທີກີ ພຽງແຕ່ປ້ອງກັນ ຄວາມປອດໄພ ຂອງຕົນ

ປະທານາທິບໍດີ ເທຶກີ ທ່ານ Recep Tayyip Erdogan ກ່າວຢູ່ກອງປະຊຸມ ທີ່ນະຄອນ Ankara, ປະເທດເມິກີ.

ປະ​ທານາ​ທິບໍດີ ​ເທິ​ກີ ທ່ານ Recep Tayyip Erdogan ກ່າວ
​ໃນ​ວັນ​ພຸດ​ມື້​ນີ້ວ່າ ປະ​ເທດ​ຂອງ​ທ່ານ​ ພຽງ​ແຕ່​ປ້ອງ​ກັນ​ຄວາ​ມ
ປອດ​ໄພຂອງ​ຕົນ ​ເວລາ​ເຮືອບິນ​ລົບ​ເທິ​ກີ ຍິງ​ເຮືອບິນລົບຣັດ​
ເຊຍ​ຕົກ ​ແລະ​ ທ່ານ​ບໍ່​ຕ້ອງ ການ​ຢາກ​ສ້າງຄວາມເຄັ່ງ​ຕຶງໃດໆ​
ເພີ້ມ​ຂື້ນ​ກັບຣັດ​ເຊຍ.

​ໃນ​ການຖະ​ແຫຼງ​ຢູ່ທີ່ນະຄອນ Istanbul ທ່ານ Erdogan ກ່າວ
​ວ່າ ​ເຮືອບິນ​ໄດ້​ຕົກ​ຢູ່​ໃນ​ຊີ​ເຣຍ ​ແຕ່​ຢູ່​ໃນເຂດນ່ານຟ້າຂອງ​ເທິ​ກີ
​ເວລາ​ຖືກ​ຍິງ​ ໃນ​ວັນ​ອັງຄານ​ວານ​ນີ້. ບັນດາ​ເຈົ້າ​ໜ້າ​ທີ່​ອຶ່ນໆຂອງ
​ເທີ​ກີ​ກ່າວ​ວ່າ ​ເຮືອບິນຣັດ​ເຊຍ​ໄດ້​ບິນ​ເຂົ້າເລິກ​ເຂົ້າ​ໄປ​ໃນ​ເຂດ
​ຊາຍ​ແດນ​ຂອງ​ຕົນ​ເຖິງ 2 ກິ​ໂລ​ແມັດ ​ປະມານ 17 ວິນາ​ທີ​ ແລະ
​ກຳລັງ​ຂອງ​ຕົນ​ໄດ້​ເຕືອນ​ເຖິງ 10 ​ເທື່ອ ​ແຕ່​ເຮືອບິນ​ຣັດ​ເຊຍ​ບໍ່ຫົວຊາ ​ກ່ອນຕົນ​ຈະ​ຍິງ.

ພາບນີ້ໄດ້ມາຈາກ ໂທລະພາບ Haberturk TV, ສະແດງໃຫ້ເຫັນ ເຮືອບິນລົບຣັດເຊຍ ເກີດໄຟໄໝ້ກ່ອນຕົກລົງມາ.

ຣັດ​ເຊຍຢືນ​ຢັດ​ວ່າ ​ເຮືອບິນ​ບໍ່​ເຄີ​ຍອອກໄປຈາກ​ດິນ​ແດນ​ຊີ​ເຣຍ.

​ເຈົ້າ​ໜ້າ​ທີ່​ສະຫະລັດຄົນ​ໜຶ່ງ​ ທີ່​ຂໍ​ສະຫງວນ​ຊື່ ກ່າວ​ຕໍ່​ອົງການ​ຂ່າວ​ຣອຍ​ເຕີ້ວ່າ ສະຫະ​ລັດ​ເຊື່ອວ່າ ​ເຮືອບິນ​ໄດ້​ກັບ​ຄືນ ​ເຂົ້າ​ສູ່ເຂດນ່ານຟ້າ​ຊີ​ເຣຍກ່ອນ​ຖືກ​ຍິງ ​ໃນ​ຂະນະ​ທີ່​ບັນດາ​ນັກກາ​ນທູດ ກ່າວ​ຕໍ່ໝັງ​ສື​ພິມ New York Times ວ່າ ​ເຮືອບິນ​ໄດ້​ຂ້າມ​ກັບຄືນ​ເຂົ້າ​ໄປເຂດ​ຊີ​ເຣຍ ຫລັງ​ຈາກ​ຖືກ​ຍິງ.

ນາຍົກລັດຖະມົນຕີຣັດ ​ເຊຍ ທ່ານ Dmitry Medvedev ກ່າວ​ໃນ​ວັນ​ພຸດ​ມື້​ນີ້​ວ່າ “ການ​
ເພີ້​ມທະວີ​ຄວາມ​ເຄັ່ງ​ຕຶງ​ທີ່​ເປັນອັນຕະລາຍ” ​ໃນ​ຄວາມສຳພັນ​ລະ​ຫວ່າງຣັດ​ເຊຍ ​ແລະອົງ
ການ NATO ບໍ່​ສາມາດ​ຍົກ​ໂທດ​ໃຫ້​ໄດ້ ​ເຖິງ​ແມ່ນຢູ່​ກໍລະນີ ປ້ອງ​ກັນຊາ​ຍ​ແດນກໍ​ຕາມ. ປະທານາທິບໍດີ Vladimir Putin ຮ້ອງ​ອຸ​ບັດ​ເຫດນີ້​ວ່າ “​ເອົາມີດ​ແທງຫລັງ” ​ແລະ​ກ່າວ​ຫາ​ເທິ​ກີວ່າ ສະໜັບສະໜຸນ​ພວກ​ກໍ່​ການ​ຮ້າຍ.

ປະທານາທິບໍດີ Barack Obama (ຂວາ) ແລະ ປະທານາທິບໍດີ ຝຣັ່ງ ທ່ານ Francois Hollande (ຊ້າຍ) ທີ່ກອງປະຊຸນນັກຂ່າວ ທຳນຽບຂາວ ນະຄອນຫລວງ ວໍຊິງຕັນ.

ຣັດ​ເຊຍ​ໄດ້​ປະກາດ​ມາດຕະການ​ຕອບ​ໂຕ້​ ຫຼາຍ​ຢ່າງ. ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດຣັດ​ເຊຍ ທ່ານ Sergei Shoigu ກ່າວ​ໃນ​ວັນ​ພຸດ​ມື້​ວ່າ ກອງທັບ​ຈະ​ສົ່ງລະບົບ​ລູກ​ສອນໄຟ​ທີ່​ທັນສະ​ໄໝ​ S-400 ໄປຍັງ​ແຂວງ Latakia ຂອງ​ຊີ​ເຣຍ ທີ່ຢູ່​ຕິດ​ກັບ​ຊາຍ​ແດນ​ເທິ​ກີ. ນອກ​ນັ້ນ​ຍັງ​ຈະ​ສົ່ງ​ລູກ​ສອນ​ໄຟນຳ​ວິຖີ Moskva​ ​ໄປ​ຍັງຂົງ​ເຂດດັ່ງກ່າວ.

​ ໃນ​ຂະນະ​ດຽວ​ກັນ ໜຶ່ງ​ໃນ​ຈຳນວນ​ນັກ​ບິນ​ທີ່​ໂຕນ​ຈ້ອງ​ລົງມາ​ຈາກ​ເຮືອ ບິນ ​ໄດ້​ມາ​ເຖິງຖານ​ທັບຣັດ​ເຊຍ​ທີ່ເມືອງ Latakia ​ໃນ​ວັນ​ພຸດ​ມື້​ນີ້ຫລັງ​ຈາກ​ໄດ້​ຮັບ​ການຊ່ວຍ​ເຫລືອຈາກ​ທະຫານ​ຊີ​ເຣຍ.

Your browser doesn’t support HTML5

Turkey Jet