ອີຣັກ ຈະແລກປ່ຽນ ຂໍ້ມູນລັບ ກ່ຽວກັບ ກຸ່ມ ISIL ກັບ ຣັດເຊຍ ອີຣ່ານ ແລະ ຊີເຣຍ

ພວກນັກລົບຊາວ Sunni ປິດບັງໜ້າ ກຳລັງຕັ້ງທ່າ ຖ່າຍຮູບ ຢູ່ນອກເມືອງ Fallujah ປະເທດອີຣັກ, ວັນທີ 28 ເມສາ 2014.

ອີຣັກ ກ່າວ​ວ່າ ຕົນ​ຈະ​ແລກປ່ຽນ​ຂໍ້​ມູນລັບ​ທາງ​ດ້ານການ​ທະຫານ
​ແລະ ຄວາມ​ໝັ້ນຄົງ ​ໃຫ້ກັບຊີ​ເຣຍ ອີຣ່ານ ​ແລະ ຣັດ​ເຊຍ ​ເພື່ອ​ຕໍ່
ສູ້​ກັບກຸ່ມ​ລັດ​ອິສລາມ.

ໂຄສົກ​ຂອງ​ນາຍົກລັດຖະມົນຕີອີຣັກ ທ່ານ Haider al-Abadi ​
ໄດ້ກ່າວ​ວ່າ ກຸ່ມ​ສືບ​ລັບ ຈະ​ເພັ່ງ​ເລັງ​ໃສ່ “ການຕິດຕາມ​ເບິ່ງ​
ຄວາມເຄື່ອນ​ໄຫວຕ່າງໆ ຂອງພວກ​ກໍ່​ການ​ຮ້າຍ ​ແລະ ລຸດ
ຜ່ອນຄວາມ​ອາດ​ສາມາດ​ ຂອງ​ພວກ​ເຂົາ​ເຈົ້າລົງ.”

ຍັງບໍ່ທັນ​ມີ​ລາຍ​ລະອຽດ​ເພີ່ມຕື່ມ ຈາກ​ທາງ​ການ ​ກ່ຽວ​ກັບການ
ຈັດ​ແຈງ​ໃໝ່​ນີ້​ເທື່ອ ​ແຕ່​ມັນ​ເປັນ​ສັນຍານ​ອັນ​ຈະ​ແຈ້ງ ຂອງການ
​ມີ​ອິທິພົນ​ ໃນ​ຂົງ​ເຂດ​ດັ່ງກ່າວ ​ຂອງຣັດ​ເຊຍ.

Moscow ​ໄດ້​ສົ່ງ​ເຮືອບິນ​ລົບ​ຈຳນວນ​ນຶ່ງ ​ແລະອາ​ວຸດຍຸດ​ໂທ​ປະກອນ​ອື່ນໆ ​ໄປ​ຍັງ​ຖານ​
ທັບ​ອາກາດ ​ໃນ​ຊີ​ເຣຍ ​ໃນ​ອັນ​ທີ່​ບັນດາ​ເຈົ້າໜ້າ​ທີ່ ​ທະຫານ​ສະຫະລັດ ກ່າວ​ວ່າ ມັນ​ເບິ່ງຄື​ກວ່າ ​ເປັນຄວາມ​ພະຍາຍາມ​ ທີ່​ຈະ​ປົກ​ປ້ອງ​ຊັບ​ສິນ​ຕ່າງໆ​ຂອງຕົນ ທີ່​ມີ​ຢູ່ໃນ​ທີ່​ນັ້ນ​ແລ້ວ ​ແຕ່
ລັດຖະມົນຕີ​ຕ່າງປະ​ເທດສະຫະລັດ John Kerry ​ໄດ້​ກ່າວ​ວ່າ ຈຸດປະສົງ​ອັນ​ແທ້​ຈິງ​ຂອງ
ຣັດ​ເຊຍ ​ແມ່ນ​ຍັງ​ບໍ່​ຈະ​ແຈ້ງ​ເທື່ອ.

​ພັນ​ເອກ Steve Warren ໂຄສົກຂອງກຸ່ມ​ແນວ​ໂຮມ ​ທີ່​ນຳພາ​ໂດຍ​ສະຫະລັດ ຊຶ່ງ​ພວມ​ສູ້​
ລົບ​ກັບ​ພວກ​ກຸ່ມ​ລັດ​ອິສລາມ ​ໃນ​ອີຣັກ ກ່າວ​ວ່າ ສະຫະລັດ ຂັດ​ຄ້ານ​ຕໍ່​ການ​ທີ່ ​ຊີ​ເຣຍມີສ່ວນ ​ຮ່ວມກັບ ກຸ່ມ​ແລກປ່ຽນ​ຂໍ້​ມູນສືບ​ລັບດັ່ງກ່າວ​ນັ້ນ.

ພັນ​ເອກ Warren ໄດ້ເວົ້າຕື່ມວ່າ “ພວກ​ເຮົາ​ຮັບ​ຮູ້​ວ່າ ອີຣັກ ປະສົງ​ທີ່ຈະ​ແລກປ່ຽນຂໍ້​
ມູນ​ກ່ຽວກັບ ພວກ ISIL ຫຼື ລັດ​ອິສລາມ ກັບ​ລັດຖະບານ​ອື່ນໆ ​ໃນ​ຂົງ​ເຂດ ຜູ້​ທີ່​ກຳລັງ​
ຕໍ່ສູ້ກັບ​ພວກ ISIL ​ເຊັ່ນ​ກັນນັ້ນ. ພວກ​ເຮົາ​ບໍ່​ສະໜັບສະໜູນ ການ​ມີໜ້າ​ຂອງ​ບັນດາ
​ເຈົ້າໜ້າ​ທີ່​ລັດຖະບານ​ຂອງຊີ​ເຣຍ ຜູ້​ທີ່​ເປັນ​ພາກສ່ວນ​ຂອງ​ລະ​ບອບ​ ທີ່​ໄດ້​ທຳ​ຄວາມ​
ໂຫດຮ້າຍປ່າ​ເຖື່ອນ ຕໍ່​ປະຊາຊົນ​ຂອງ​ຕົນ​ເອງ.”

ລັດຖະມົນຕີ​ຕ່າງປະ​ເທດ Kerry ກ່າວ​ໃນ​ນະຄອນ New York ວ່າ ຄວາມ​ພະຍາຍາມ​ໃດໆ ​
ເພື່ອ​ຕໍ່ສູ້​ກັບ​ພວກ​ລັດອິສລາມນັ້ນ ​ແມ່ນ​ຕ້ອງ​ມີການ​ປະສານ​ງານ​ກັນ ​ແລະ ກຸ່ມ​ທີ່​ຈັດຕັ້ງຂຶ້ນ​
ໃໝ່​ນັ້ນ ຍັງ​ບໍ່ເຖິງຂັ້ນນັ້ນ​ເທື່ອ.