ສານສູງສຸດ ຣັດເຊຍ ຫ້າມຜູ້ນຳ ພັກຝ່າຍຄ້ານ ບໍ່ໃຫ້ລົງແຂ່ງຂັນ ເລືອກຕັ້ງປະທານາທິບໍດີ

ຜູ້ນຳພັກຝ່າຍຄ້ານ ທ່ານ ອາເລັກເຊ ນາວາລນີ ຢືນຢູ່ສູນກາງ ຄະນະກຳມາທິການເລືອກຕັ້ງ ໃນນະຄອນຫຼວງ ມົສກູ, ຣັດເຊຍ. 25 ທັນວາ, 2017.

ສານສູງສຸດຂອງ ຣັດເຊຍ ໄດ້ສະໜັບສະໜູນການຕັດສິນຫ້າມຜູ້ນຳພັກຝ່າຍຄ້ານ ທ່ານ
ອາເລັກເຊ ນາວາລນີ ຈາກການລົງແຂ່ງຂັນໃນການເລືອກຕັ້ງປະທານາທິບໍດີ ທີ່ຈະຈັດ
ຂຶ້ນໃນເດືອນມີນາປີນີ້.

ສານສູງສຸດໄດ້ສະໜັບສະໜູນການຕັດສິນໃຈຂອງຄະນະກຳມາທິການສູນກາງການ
ເລືອກຕັ້ງ ທີ່ຫ້າມທ່ານ ນາວາລນີ ບໍ່ໃຫ້ລົງແຂ່ງຂັນ ຍ້ອນການລົງໂທດ ກ່ຽວກັບ
ຂໍ້ກ່າວຫາອາຊະຍາກຳຂອງທ່ານ.

ທ່ານ ນາວາລນີ ແລະ ບັນດາຜູ້ຕິດຕາມຂອງທ່ານກ່າວວ່າ ຂໍ້ຫາຕ່າງໆພວກນັ້ນແມ່ນ
ໄດ້ຖືກກະຕຸ້ນຈາກການເມືອງ.

ທ່ານ ນາວາລນີ ໄດ້ຮຽກຮ້ອງໃຫ້ຈັດການປະທ້ວງທົ່ວ ຣັດເຊຍ ໃນວັນທີ 28 ມັງກອນນີ້
ເພື່ອປະທ້ວງການລົງຄະແນນສຽງປະທານາທິບໍດີຄັ້ງຈະມາເຖິງນີ້.

ການສຳຫຼວດຄວາມຄິດເຫັນກ່າວວ່າ ປະທານາທິບໍດີ ຄົນປັດຈຸບັນ ທ່ານ ວລາດິເມຍ
ປູຕິນ ເບິ່ງຄືວ່າຈະໄດ້ຊະນະການດຳລົງຕຳແໜ່ງ 6 ປີອີກນຶ່ງສະໄໝ ເມື່ອການເລືອກຕັ້ງ
ຖືກຈັດຂຶ້ນໃນວັນທີ 18 ມີນາ.

ທ່ານ ນາວາລນີ ໄດ້ໂຕ້ແຍ້ງວ່າ ທ່ານ ປູຕິນ ຜູ້ທີ່ໄດ້ໃຊ້ເວລາ 17 ປີທີ່ຜ່ານມາເປັປະທາ
ນາທິບໍດີ ຫຼືບໍ່ກໍນາຍົກລັດຖະມົນຕີ, ໄດ້ກຳອຳນາດດົນໂພດ. ຜູ້ນຳພັກຝ່າຍຄ້ານເວົ້າວ່າ
ຄວາມນິຍົມຂອງທ່ານ ປູຕິນ ສ່ວນໃຫຍ່ແມ່ນມາຈາກຄວາມລຳອຽງຂອງສື່ມວນຊົນລັດ
ຖະບານ ແລະ ລະບົບການເລືອກຕັ້ງທີ່ບໍ່ລວມມີຄູ່ແຂ່ງທີ່ຖືກຕ້ອງຕາມກົດໝາຍ.

ທ່ານ ປູຕິນ ເຊິ່ງແມ່ນອະດີດເຈົ້າໜ້າທີ່ອົງການສືບລັບ KGB, ແມ່ນກຳລັງລົງແຂ່ງຂັນ
ໃນຖານະພັກການເມືອງອິດສະຫຼະ, ເປັນການຕັດສິນໃຈທີ່ບັນດາຜູ້ສັງເກດການບາງ
ຄົນເຊື່ອວ່າ ຈະຮັກສາພາບພົດຂອງທ່ານໃນຖານະຜູ້ນຳຄົນນຶ່ງຂອງປະເທດ ແທນທີ່
ຈະແມ່ນບຸກຄົນຈາກພັກການເມືອງນຶ່ງ.

ບັນດາພັນທະມິດທັງຫຼາຍໄດ້ຍົກຍ້ອງທ່ານ ປູຕິນ ສຳລັບການຟື້ນຟູຄວາມພາກພູມ
ໃຈຂອງຊາດ ແລະ ຮັກສາຕຳແໜ່ງຂອງ ຣັດເຊຍ ໃນຖານະຜູ້ນຳຂອງໂລກ ພ້ອມດ້ວຍ
ການແຊກແຊງທາງທະຫານໃນ ຊີເຣຍ ແລະ ຢູເຄຣນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ